Main Menu

Joomla Slide Menu by DART Creations

ສະຖິຕິຈຳນວນຜູ້ເຂົ້າຊົມ

mod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_counter
mod_vvisit_counterຜູ້ເຂົ້າຊົມ ວັນນີ້91
mod_vvisit_counterຜູ້ເຂົ້າຊົມ ມື້ວານ683
mod_vvisit_counterຜູ້ເຂົ້າຊົມ ອາທິດນີ້774
mod_vvisit_counterຜູ້ເຂົ້າຊົມ ອາທິດ ຜ່ານມາ6934
mod_vvisit_counterຜູ້ເຂົ້າຊົມ ເດືອນນີ້16936
mod_vvisit_counterຜູ້ເຂົ້າຊົມ ເດືອນຜ່ານມາ30724
mod_vvisit_counterລວມທັງຫມົດ67532

Online (20 minutes ago): 15
Your IP: 54.80.146.251
,
Today: ພ. ຈ. 19, 2017
ສານຂອງ ທ່ານ ສົມມາດ ພົນເສນາ, ລັດຖະມົນຕີ ວ່າການ ກຊສ PDF ພິມ ອີເມລ
ຂຽນໂດຍ ວິລຸນາ ໄຊຍະລາດ   
ວັນພຸດທີ່ 14 ຕຸລາ 2015 ເວລາ 10: 46

ສານຂອງ ທ່ານ ສົມ​ມາດ ພົນ​ເສນາ
ລັດຖະມົນຕີ ວ່າການ ກະຊວງ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ
ຮອງປະທານ
, ຜູ້ປະຈຳການ ຄະນະກຳມະການ ປ້ອງກັນ ແລະ ຄວບຄຸມ ໄພພິບັດ ແຫ່ງຊາດ

ເນື່ອງໃນໂອກາດ ວັນຄຸ້ມຄອງ ໄພພິບັດ ອາຊຽນ ແລະ ວັນຫລຸດຜ່ອນຄວາມ​ສ່ຽງໄພພິບັດ ສາກົນ, 13 ຕຸລາ 2015

ບັນດາທ່ານ ທີ່ມີກຽດ,

ພໍ່ແມ່ພີ່ນ້ອງ ປະຊາຊົນລາວ ແລະ ຊາວຕ່າງດ້າວ ທີ່ອາໄສຢູ່ໃນ ດິນແດນຂອງ ສປປ ລາວ ທຸກຖ້ວນໜ້າ, ຄືດັ່ງ ທີ່ບັນດາທ່ານ ຮູ້ແລ້ວວ່າ ໄພພິບັດ ເປັນໄພຂົ່ມຂູ່ ແລະ ສ້າງຜົນກະທົບ ອັນໜັກໜ່ວງ ​ແລະ ​ໃຫ່ຍຫຼວງ ທີ່ສຳຄັນຕໍ່ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ ໃນທົ່ວໂລກ, ໂດຍສະເພາະແມ່ນຕໍ່ ປະຊາຊົນ ຜູ້ທຸກຍາກ, ​ແມ່ຍິງ, ເດັກນ້ອຍ, ຜູ້ຊົງຄຸນວຸດທິ, ຜູ້​ອາວຸ​ໂສ ແລະ ຜູ້​ພິການ. ຍ້ອນເຫດຜົນດັ່ງກ່າວນີ້ ກອງປະຊຸມ ລັດຖະມົນຕີ ອາຊຽນ ດ້ານ​ການຄຸ້ມຄອງ ໄພພິບັດ ​ໃນປີ 2004 ຈຶ່ງໄດ້ກຳນົດເອົາ ອາທິດທີສອງ ຂອງເດືອນຕຸລາ ​ໃນທຸກໆປີ ເປັນວັນຄຸ້ມຄອງໄພພິບັດ ອາຊຽນ ຊຶ່ງເປັນວັນດຽວກັນກັບ ວັນຫລຸດຜ່ອນ ຄວາມສ່ຽງໄພພິບັດ​ ສາກົນ ທີ່ສະມັດຊາໃຫຍ່ ຂອງອົງການສະຫະປະຊາຊາດ ໄດ້ຮັບຮອງເອົາ ນັບແຕ່ປີ 1989 ເປັນຕົ້ນມາ.

​ໃນ​ປີ 2015 ນີ້ ຄະນະ​ກໍາມະການ​ ປ້ອງ​ກັນ ​ໄພພິບັດ ຂອງ​ອາຊຽນ ​ໄດ້​ກໍາ​ນົດ​ເອົາ ຄໍາຂວັນ​ ໃນ​ຫົວ​ຂໍ້ “ອາຊຽນເປັນໜຶ່ງດຽວ”, ຄຽງຄູ່​ກັບ ອົງການສະຫະປະຊາຊາດ ດ້ານການຫລຸດຜ່ອນ ຄວາມສ່ຽງ ໄພພິບັດ ສາກົນ ກໍ່​ໄດ້​​ເນັ້ນ​ໃສ່ ການ​​ເສີມ​ຂະ​ຫຍາ​ຍ ຄວາມ​ຮູ້ ພື້ນ​ເມືອງ ​ແລະ ທ້ອງ​ຖິ່ນ ​​ປະກອບ​ກັບ ຄວາມ​ຮູ້ ດ້ານ​ວິທະຍາ​ສາດ​​ ແຫ່ງ​ຍຸກ​ສະໄໝ ​ເພື່ອ​ສ້າງ​ຄວາມ​ທົນ​ທານ ​ໃຫ້​ແກ່​ປະຊາຊົນ ​ແລະ ສັງຄົມ ​ຕໍ່​ໄພພິບັດ ທໍາ​ມະ​ຊາດ ​ແລະ ການ​ປ່ຽນ​ແປງ​ ດິນ​ຟ້າ​ອາກາດ. ສະເພາະ ໃນຂົງເຂດອາຊຽນ, ບັນດາປະເທດ ສະມາຊິກ ຈະ​ໄດ້ຮ່ວມແຮງຮ່ວມໃຈ ​​ເປັນໜຶ່ງດຽວ ເພື່ອ​ສ້າງຄວາມ​ທົນ​ທານ ຕໍ່​ໄພພິບັດ​ໃຫ້​​ແກ່​ຊຸມ​ຊົນ ​ແລະ ​ເດັກນ້ອຍ​ນັກຮຽນ. ອີງ​ຕາມ​ການ​ຕີ​ລາຄາ ຂອງ ອົງການສະຫະປະຊາຊາດ ດ້ານການຫລຸດຜ່ອນ ຄວາມສ່ຽງ ດ້ານໄພພິບັດ ສາກົນ ໄດ້ໃຫ້ຮູ້ວ່າ ຄວາມ​ຮູ້​ພື້ນ​ເມືອງ ​ແລະ ທ້ອງ​ຖິ່ນ ຂອງ​ປະຊາຊົນ​ ແມ່ນ​ມີ​ຄວາມ​ສໍາ​ຄັນ​ສູງຕໍ່ ການ​ປັບ​ຕົວເຂົ້າ​ກັບ ການ​ປ່ຽນ​ແປງ​ ດິນ​ຟ້າ​ອາກາດ ​ແລະ ຫຼຸດຜ່ອນ ຄວາມ​ສ່ຽງ​ດ້ານໄພພິບັດ ​ຢູ່​ໃນ​ທ້ອງ​ຖິ່ນ​ ຂອງ​ພວກ​ເຂົາ​ເຈົ້າ​​ເອງ.

ບັນດາທ່ານ ທີ່ມີກຽດ,

​​ໄພພິບັດ ທໍາມະ​ຊາດ ທີ່​ເກີດ​ຂຶ້ນ ຢູ່ ສປປ ລາວ ສ່ວນ​​ໃຫຍ່ ແມ່ນ ໄພນ້ຳຖ້ວມ ຊຶ່ງໄດ້ເກີດຂຶ້ນ ​ເກືອບ​ທຸກ​ປີ ນັບ​ແຕ່ປີ 2000 ​ເປັນຕົ້ນມາ ​ແລະ ເປັນໄພພິບັດ ທີ່ເກີດຂຶ້ນເລື້ອຍໆ ​ແຕ່ຂະໜາດນ້ອຍ ທຽບໃສ່ ຢູ່ບັນດາ ປະເທດ​ໃກ້​ຄຽງ ແລະ ຂົງເຂດອື່ນ, ເມື່ອ ປຽບທຽບ ຜົນເສຍຫາຍໂດຍລວມ ໃນຊ່ວງເວລາດຽວກັນ ເຫັນວ່າ ມີມູນຄ່າເສຍຫາຍ ປະມານເທົ່າກັນ, ບວກ​ກັບ ເຫດການ, ຄວາມ ສ່ຽງ ແລະ ຜົນກະທົບ ຈາກໄພພິບັດ ​ໃນ​ຊຸມປີຫຼັງໆນີ້ ເຫັນວ່າ ນັບມື້ນັບຮຸນແຮງ ແລະ ຖີ່ຂຶ້ນ. ພ້ອມ​ດຽວກັນນີ້ ກໍເຫັນວ່າ ​ປະຊາຊົນລາວ ສ່ວນ​ໃຫຍ່ ຍັງອາ​ໄສ​ຢູ່ ​ເຂດ​ຊົນນະບົດ ຊຶ່ງ ​ໂດຍ​ລວມ​ແລ້ວ ​ແມ່ນ​ມີ​ຄວາມ​ຕ້ານທານ​ຕໍ່າ ຕໍ່ໄພພິບັດ ​ແລະ ບອບ​ບາງ ຕໍ່ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ.

ສະເພາະປີ 2015 ກໍ່​ເປັນ​ປີໜຶ່ງ ທີ່ ສປປ ລາວ ​ໄດ້​ຮັບ​ຜົນ​ກະທົບ​ຈາກ ​ໄພພິບັດ ທໍາ​ມະ​ຊາດ ທີ່ໜັກໜ່ວງ ພໍສົມຄວນ. ​ໃນ​ນີ້​ລວມທັງລົມ​ພະຍຸ​ທ້ອງ​ຖິ່ນ ທີ່​ເກີດ​ຂື້ນ​ຢູ່ 6 ​ແຂວງ ໃນ​ທຸກ​ພາກ ​ຂອງ​ປະ​ເທດ ​ໃນລະ​ຫ່ວາງ ​ເດືອນ ກຸມພາ ຫາ ເດືອນ​ເມສາ, ​ໄພ​ນໍ້າຖ້ວມ 8 ຄັ້ງ​ຢູ່ 7 ​ແຂວງ ພາກ​ເໜືອ ​ແລະ ພາກ​ກາງ ​ໃນ​ລະຫ່ວາງ ​ເດືອນມິ​ຖຸນາ ຫາ​ເດືອນກັນຍາ, ສັດ​ຕູພືດ​ລະບາດຢູ່​ແຂວງ ຫຼວງພະ​ບາງ ​ແລະ ຫົວພັນ ​ໃນ​ລະ​ຫ່ວາງ ​ຕົ້ນ​ເດືອນ​ເມສາ ຫາ ​ຕົ້ນເດືອນ​ມິຖຸນາ ແລະ ນໍ້າ​ຖ້ວມ​ຊຸ ກະທັນຫັນ ​ຢູ່ ​ເມື​ອງນານ ​ແຂວງ ຫຼວງພະ​ບາງ ໃນ​ວັນ​ທີ 8 ເດືອນກັນຍາ ​ຊຶ່ງ ໄດ້ສົ່ງຜົນກະທົບ ຕໍ່ຊີ​ວິດ ​ແລະ ຊັບ​ສິນ ຂອງ​ປະຊາຊົນ ​ບັນດາ​ເຜົ່າ, ຕໍ່ຄວາມໝັ້ນຄົງ ທາງສັງຄົມ ແລະ ​ສ້າງ​ຄວາມ​ເສຍ​ຫາຍ​ແກ່ ພື້ນຖານ ເສດຖະກິດ-ສັງຄົມ ຂອງຊາດ ​ໂດຍ​ສັງລວມແລ້ວ ຕົກ​ເປັນ​ມູນ​ຄ່າ ທັງໝົ​ດ ສາມ​ຮ້ອຍ​ຫ້າ​ສິບ​ສອງ​ຕື້ ກວ່າ​ກີບ.

​ເຖິງ​ແມ່ນວ່າ ທ່າອ່ຽງຂອງໄພພິບັດ ຈະມີຄວາມຮຸນແຮງ ແລະ ຖີ່ຂຶ້ນກໍຕາມ, ປະຊາຊົນ ບັນດາ​ເຜົ່າ ​ແລະ ອົງການ​ປົກຄອງ​ ​ໃນ​ຫລາຍໆ ທ້ອງ​ຖິ່ນ ກໍ​ຍັງ​ສາມາດ ຮັບ​ມື​ ຕໍ່ສະພາບ ດັ່ງກ່າວ ​ໃນ​ລະ​ດັບ ດີ​ພໍ​ສົມຄວນ, ​ເປັນຕົ້ນ ຫລາຍທ້ອງຸຖິ່ນ ໄດ້ມີການ​ວາງແຜນ ຈັດສັນພື້ນທີ່ ແລະ ການຕັ້ງຖິ່ນ​ຖານ ​ໃນ​ບ່ອນທີ່​ປອດ​ໄພ​ກວ່າ​ເກົ່າ ​ແລະ ການ​ສ້າງ​ທີ່ຢູ່​ອາ​​ໄສ ທີ່​ທົນ​ທານຂຶ້ນ; ການປົກປັກ ຮັກສາ ແລະ ​ຟື້ນຟູ ສິ່ງແວດລ້ອມ ທໍາມະ​ຊາດ, ​ໂດຍສະເພາະແມ່ນ ການເພີ່ມ​ເນື້ອທີ່ປົກຫຸ້ມ ຂອງປ່າ​ໄມ້ ແລະ ປົກປັກຮັກສາ ແຫ​ລ່ງນໍ້າ ທີ່ເປັນ ກຳແພງປ້ອງກັນ ໄພພິບັດ ທາງທຳມະຊາດ ທີ່ດີທີ່ສຸດ ແລະ ຍັງເປັນປັດໄຈ ຄົງໄວ້ຊຶ່ງ ຄວາມອຸດົມສົມບູນ ຂອງ ລະບົບນິເວດ ທ້ອງຖິ່ນ; ການ​ສ້າງ​ຄວາມ​ຮູ້​ພື້ນຖານ ​ເພື່ອ​ປັບ​ຕົວ ​ແລະ ຫລຸດຜ່ອນ ຄວາມ​ສ່ຽງ ຕໍ່​ໄພພິບັດ ​ໂດຍ​ຜ່ານ ການ​ນໍາ​ເອົາ ​ເນື້ືອ​ໃນ​ດັ່ງກ່າວ ​ເຂົ້າ​ໃນ​ຫລັກ​ສູດ ຂັ້ນສາມັນ​ສຶກສາ ​ແລະ ລິ​ເລີ່​ມ​​ເຊຶ່ອມສານ​ເຂົ້າ​ໃນ ຫລັກສູດ ​ລະດັບ ການ​ສຶກສາ ຊັ້ນສູງ ​ແລະ ມະຫາວິທະຍາ​ໄລ; ການ​ຝຶກ​ຊ້ອມ ປ້ອງ​ກັນ ​ໄພພິບັດ ​ໃນຫລາຍໆ ໂຮງຮຽນ ​ທີ່​ນອນ​ຢູ່​ໃນ​ເຂດ​ສ່ຽງ​ໄພ ເປັນຕົ້ນ.

​ໃນ​ໄລຍະ ສິບ​ປີຜ່ານມາ ພາຍ​ໃຕ້ ແຜນປະຕິບັດງານ ຮຽວໂກະ ດ້ານການຫຼຸດຜ່ອນ ຄວາມສ່ຽງ ໄພພິບັດ ສຳລັບປີ 2005 ເຖິງ 2015 ເຫັນວ່າ ສປປ ລາວ ສາມາດ​ບັນລຸ​ໄດ້ ​ບັນດາ​ຕົວ​ຊີ້​ວັດ ​ໃນ​ລະດັບ ທີ່​ສໍາຄັນ ຄື: ຮັບປະກັນ ໃຫ້ ການຫລຸດຜ່ອນ ຄວາມສ່ຽງ ໄພພິບັດ ກາຍເປັນວຽກງານ ບຸລິມະສິດ ທັງໃນລະດັບຊາດ ແລະ ລະດັບ ທ້ອງຖິ່ນ, ສາມາດເພີ່ມປະສິດທິພາບ ຂອງ ການແຈ້ງ ເຕືອນໄພລ່ວງຫນ້າ ໃຫ້ຊັດເຈນ ແລະ ທັນການຫລາຍຂຶ້ນ; ບັນດາຂະແໜງການ ທີ່ສໍາຄັນ ແລະ ຫລາຍທ້ອງຖິ່ນ ທີ່ຢູ່ໃນເຂດ ສ່ຽງໄພ ໄດ້ມີແຜນ ຫລຸດຜ່ອນ ແລະ ຕອບໂຕ້ ໄພພິບັດ ຂອງຕົນ ໂດຍເຊື່ອມໂຍງກັນ ທັງໃນລະດັບ ທ້ອງຖິ່ນ, ຊາດ, ພາກພື້ນ ແລະ ສາກົນ; ທຸກພາກສ່ວນ ທີ່ກ່ຽວຂ້ອງ ໄດ້ສຸມໃສ່ ການສ້າງ ຖານຄວາມຮູ້ ໃຫ້ແກ່ ສັງຄົມ ເພື່ອ ສ້າງວັດທະນະທຳ ແຫ່ງ ຄວາມປອດໄພ ແລະ ຄວາມທົນທານ ຕໍ່ໄພພິບັດ ໄດ້ໃນລະດັບ ພື້ນຖານ. ທັງໝົດ​ຜົນ​ສໍາ​ເລັດ ​ເຫລົ່າ​ນີ້ ຈະກາຍເປັນ​ພື້ນຖານ​ ໃຫ້​ແກ່ ການ​ບັນລຸ ​7 ​ເປົ້າໝາຍ ​ແລະ 4 ໜ້າ​ວຽກ ບຸລິມະສິດ ຂອງ ​ຂອບເຂດໜ້າວຽກ ເຊັນໄດ ກ່ຽວກັບ ການຫຼຸດຜ່ອນຄວາມ ສ່ຽງດ້ານໄພພິບັດ ​ແຕ່​ປີ 2015 – 2025 ໂດຍສອດຄ່ອງ ແລະ ເຊື່ອມສານເຂົ້າໃນ ແຜນພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ, ໂດຍສະເພາະແມ່ນ ການຄຸ້ມຄອງ ໄພພິບັດ ແລະ ການປ່ຽນແປງ ດິນຟ້າອາກາດ ໄດ້ຖືກກຳນົດເປັນ ວຽກງານ ຈຸດສຸມໜຶ່ງ ທີ່ໄດ້ລະບຸຢູ່ໃນ ແຜນ ພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII ແຕ່ 2016-2020. ໃນນີ້ ຈະໄດ້ເລັງໃສ່ ການປັບປຸງ ກົງຈັກການຈັດຕັ້ງໃຫ້ ຄົບຊຸດ ພ້ອມມີ ການບໍາລຸງສ້າງ ເປັນປະຈຳ; ສ້າງນິຕິກຳ ປິ່ນອ້ອມ ທີ່ຈຳເປັນ ເພື່ອເຮັດໃຫ້ ການຄຸ້ມຄອງ ໄພພິບັດ ໃນ ສປປ ລາວ ມີພືນຖານ ຮອງຮັບ ດ້ານກົດໝາຍ ທີ່ໝັກແໜ້ນ; ປັບປຸງ ລະບົບ ຂໍ້ມູນ-ຂ່າວສານ ແລະ ສະຖິຕິ ໄພພິບັດ ເພື່ອຮັບໃຊ້ ການວາງແຜນ, ການແຈ້ງເຕືອນໄພ ແລະ ການບັນຊາການ ທີ່ມີປະສິດທິພາບ ຫລາຍຂຶ້ນ; ເສີມຂະຫຍາຍ ທິດການຖືເອົາ ມາດຕະການ ປ້ອງກັນ ເປັນຄັນທຸງນຳໜ້າ ແລະ ນຳໃຊ້ ຫລັກການ “ສ້າງໃຫມ່ໃຫ້ດີກວ່າເກົ່າ”; ເອົາໃຈໃສ່ ຕໍ່ການຄຸ້ມຄອງ ວຽກງານ ການຫລຸດຜ່ອນ ຄວາມສ່ຽງ ໄພພິບັດ ໃຫ້ມີລັກສະນະ ລວມສູນກວ່າເກົ່າ; ລວມທັງ ການສ້າງຄວາມຮັບຮູ້ ພື້ນຖານ ໃນທົ່ວສັງຄົມ, ການສຶກສາ ໃນຫລັກສູດ ຂັ້ນສູງ ແລະ ການບັນຊາການ ປ້ອງກັນ ແລະ ຄວບຄຸມ ໄພພິບັດ ໃຫ້ກວ້າງຂວາງ ແລະ ທົ່ວເຖິງ ກວ່າເກົ່າ.

ສະນັ້ນ, ​ເນື່ອງ​ໃນ​​ໂອກາດ ວັນຄຸ້ມຄອງ ໄພພິບັດ ອາຊຽນ ແລະ ວັນຫລຸດຜ່ອນ ໄພພິບັດໂລກ ໃນ​ປີ​ນີ້, ລັດຖະບານ ຮ່ວມ​ກັບ ປະຊາຊົນລາວ ບັນ​ດາ​ເຜົ່າ ທຸກ​ຖ້ວນ​ໜ້າ ​ແລະ ປະຊາ​ຄົມ ສາກົນ ​ພາຍ​ໃຕ້ ການ​ສະໜັບສະໜູນ ຂອງ​ອົງການ​ຈັດຕັ້ງ ສາກົນ ທີ່​ກ່ຽວ ຂ້ອງ ກໍໄດ້ຮ່ວມກັນ ສະເຫລີມສະຫລອງ ວັນສຳຄັນ ດັ່ງກ່າວ  ເພືື່ອສ້າງຈິດສໍານຶກ ກ່ຽວກັບ ຄວາມສໍາຄັນ ຂອງການຫລຸດຜ່ອນ ຄວາມສ່ຽງ ໄພພິບັດ ເພື່ອເຫັນໄດ້ເຖິງ ຜົນເສຍຫາຍຕໍ່ ຊີວິດ, ຊັບສິນ ແລະ ພື້ນຖານໂຄງລ່າງ ຂອງການພັດທະນາ.

​ໃນ​ກາລະໂອກາດ ທີ່ສຳຄັນ ​ດັ່ງກ່າວ​ນີ້, ພວກເຮົາ ໄດ້ຮ່ວມກັນ ສ້າງຂະບວນການຍ່າງ​ ເພື່ອ​ສຸຂະພາບ ເພື່ອໃຫ້ ບັນດາທ່ານ ເຫັນໄດ້ວ່າພວກເຮົາ ຕ້ອງມີສຸຂະພາບ ທີ່ແຂງແຮງ ເພື່ອ ກຽມພ້ອມຮັບມືກັບ ໄພພິບັດ. ນອກຈາກນີ້ ກໍມີ ການວາງສະແດງ ຮູບ​ພາບ ແລະ ການຂຶ້ນປ້າຍໂຄສະນາ ຕາມທ້ອງຖະໜົນ ທີ່ມີເນື້ອໃນ ກ່ຽວຂ້ອງ ກັບວັນສຳຄັນ ດັ່ງກ່າວນີ້, ມີການສາທິດ ກ່ຽວກັບ ການຊ່ວຍ ເຫຼືອເບື້ອງຕົ້ນ ໃຫ້ແກ່ຜູ້ປະສົບໄພ ແລະ ກິດຈະກໍາອື່ນໆ ໂດຍມີເປົ້າໝາຍ ເລັງໃສ່ ໃຫ້ສັງຄົມ ແລະ ບັນດາ​ນ້ອງນັກຮຽນ ​ໄດ້ເຂົ້າໃຈເຖິງ ຄວາມສ່ຽງ ແລະ ຜົນຮ້າຍ ຂອງໄພພິບັດ ທຳ​ມະ​ຊາດ, ຮູ້ໄດ້ເຖິງ ຄວາມສຳຄັນ ຂອງວຽກງານ ການຫລຸດຜ່ອນຄວາມສ່ຽງ, ການກຽມ ພ້ອມຮັບມື ແລະ ການມີສ່ວນຮ່ວມ ໃນວຽກງານ ການປ້ອງກັນ ແລະ ຄວບຄຸມ ໄພພິບັດ.

ບັນດາທ່ານ ທີ່ມີກຽດ,

ການປ້ອງກັນ ແລະ ຄວບຄຸມ ໄພພິບັດ ແມ່ນ ເປັນພາລະໜ້າທີ່ ອັນສຳຄັນ ແລະ ມີຄວາມທ້າທາຍສູງ ສຳລັບ ປະເທດເຮົາ ທີ່ຖືວ່າ ຍັງມີຄວາມຈຳກັດ ໃນຫລາຍດ້ານ. ໃນໄລຍະຜ່ານມາ ລັດຖະບານ, ​ໂດຍ​ສະ​ເພາະ ຄະນະກຳມະການ ປ້ອງກັນ ແລະ ຄວບຄຸມໄພພິບັດ ແຫ່ງຊາດ, ໂດຍ​ໄດ້​ຮັບການສະໜັບສະໜູນ ແລະ ປະກອບສ່ວນ ອັນສຳຄັນ ຂອງສັງຄົມ, ປະເທດເພື່ອນມິດ ແລະ ອົງການຈັດຕັ້ງ ສາກົນ, ກໍໄດ້ເອົາໃຈໃສ່ ປ້ອງກັນ, ຕອບໂຕ້, ແກ້ໄຂ ແລະ ຟື້ນຟູ ຜົນກະທົບຈາກໄພພິບັດ ທີ່ເກີດຂຶ້ນ ​ຢູ່ປະເທດເຮົາ ຢ່າງຕັ້ງໜ້າ.

ດັ່ງນັ້ນ, ໃນໂອກາດ ອັນມີຄວາມໝາຍສຳຄັນນີ້, ຂ້າພະເຈົ້າ ໃນນາມ ລັດຖະມົນຕີ ກະຊວງ ຊັບພະຍາກອນ ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ, ຮອງປະທານ ຄະນະກຳມະການ ປ້ອງກັນ ແລະ ຄວບຄຸມ ໄພພິບັດ ແຫ່ງຊາດ, ຂໍສະແດງຄວາມຂອບອົກຂອບໃຈ ຕໍ່ການປະກອບສ່ວນ ດ້ານ​ທຶນຮອນ, ​ເຫື່ອ​ແຮງ ແລະ ການຊ່ວຍເຫລືອ ດ້ວຍຫຼາຍຮູບ​ແບບ ຈາກທັງພາຍໃນ ແລະ ສາກົນ ​ເຂົ້າໃນວຽກງານ ການຫລຸດຜ່ອນ ຄວາມສ່ຽງ ໄພພິບັດ ໃນ ສປປ ລາວ. ພ້ອມດຽວກັນນີ້ ກໍຂໍຮຽກຮ້ອງມາຍັງ ປະຊາຊົນລາວ ທຸກຊັ້ນຄົນ, ທຸກເພດ, ທຸກໄວ ລວມທັງ ຊາວຕ່າງດ້າວ ທີ່ອາໄສຢູ່ໃນ ດິນແດນຂອງ ສປປ ລາວ, ອົງການຈັດຕັ້ງລັດ ທຸກຂັ້ນ, ໂດຍສະ ເພາະ ຄະນະກຳມະການ ປ້ອງກັນ ແລະ ຄວບຄຸມ ໄພພິບັດ ໃນຂັ້ນສູນກາງ ແລະ ທ້ອງຖິ່ນ ຈົ່ງພ້ອມກັນ ປະຕິບັດ ຄຳຂວັນ ຂອງວັນຄຸ້ມຄອງ ໄພພິບັດ ອາຊຽນ ແລະ ວັນຫລຸດຜ່ອນ ໄພພິບັດ ໂລກ ໃນປີນີ້ ​ຢ່າງເປັນຂະບວນການ ແລະ ມີຄວາມຕື່ນຕົວສູງ, ພ້ອມກັນສ້າງສັງຄົມລາວ ໃຫ້ກາຍເປັນສັງຄົມ ທີ່ມີຄວາມເຂັ້ມແຂງ, ກຽມພ້ອມ ຕອບໂຕ້ ແລະ ສາມາດຟື້ນຕົວໄວ ຈາກຜົນກະທົບ ດ້ານໄພພິບັດ.

ຂອບໃຈ


LAST_UPDATED2