ກອງປະຊຸມໃຫຍ່ຄັ້ງທີ I ຂອງໜ່ວຍພັກພະແນກກວດກາສິ່ງແວດລ້ອມທົ່ວໄປ ແລະ ສິ່ງແວດລ້ອມໂຄງການລົງທຶນ

03/03/2025

ກອງປະຊຸມໃຫຍ່ຄັ້ງທີ I ຂອງໜ່ວຍພັກພະແນກກວດກາສິ່ງແວດລ້ອມທົ່ວໄປ ແລະ ສິ່ງແວດລ້ອມໂຄງການລົງທຶນ

ໂດຍປະຕິບັດ ຕາມມະຕິຕົກລົງ ຂອງອົງຄະນະພັກ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສະບັບເລກທີ 067 /ອຄພ.ກຊສ, ລົງວັນທີ 13 ກຸມພາ 2025 ວ່າດ້ວຍການອະນຸມັດ ໃຫ້ໜ່ວຍພັກພະແນກກວດກາສິ່ງແວດລ້ອມທົ່ວໄປ ແລະ ສິ່ງແວດລ້ອມໂຄງການລົງທຶນ ທີ່ຂຶ້ນກັບຄະນະພັກຮາກຖານ ກົມກວດກາ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ I.
ໃນວັນທີ 28 ກຸມພາ 2025, ໜ່ວຍພັກພະແນກກວດກາສິ່ງແວດລ້ອມທົ່ວໄປ ແລະ ສິ່ງແວດລ້ອມໂຄງການລົງທຶນ ທີ່ຂຶ້ນກັບຄະນະພັກຮາກຖານ ກົມກວດກາ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກກຊສ) ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ I ຂອງຕົນຂື້ນ, ໂດຍການເປັນປະທານຮ່ວມຂອງ ສະຫາຍ ສົມແພງ ໄຊຍະແສງ ກໍາມະການພັກກະຊວງ, ອະນຸກໍາມະການບຸກຄະລາກອນ (ກຊສ), ສະຫາຍ ນ ບຸນຍະແສງ ແສງຄໍາມີ ຮອງເລຂາຄະນະພັກຮາກຖານ (ກກຊສ) ແລະ ສະຫາຍ ອາລຸນ ໄຊຍະວົງ ເລຂາໜ່ວຍພັກພະແນກກວດກາສິ່ງແວດລ້ອມທົ່ວໄປ ແລະ ສິ່ງແວດລ້ອມໂຄງການລົງທຶນ, ມີບັນດາສະຫາຍເລຂາ, ຮອງເລຂາ, ຜູ້ຕາງໜ້າ ໜ່ວຍພັກ ທີ່ຂື້ນກັບຄະນະພັກຮາກຖານ (ກກຊສ), ຜູ້ແທນກອງປະຊຸມ, ສາມອົງການຈັດຕັ້ງມະຫາຊົນ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມທັງໝົດ ຈໍານວນ 26ສະຫາຍ, ຍິງ 4 ສະຫາຍ.
ໃນກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາເຫັນຕໍ່ ຮ່າງບົດລາຍງານການເມືອງ, ບົດສໍາຫຼວດການນໍາພາລວມ ຂອງຄະນະໜ່ວຍພັກຊຸດເກົ່າ ໃນໄລຍະໜຶ່ງສະໄໝທີ່ຜ່ານມາ, ເຊິ່ງໄດ້ຕີລາຄາດ້ານດີ, ດ້ານອ່ອນ ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ໃນໄລຍະ 5 ປີ ຜ່ານມາ. ພ້ອມນີ້, ກອງປະຊຸມຍັງໄດ້ຮອງຮັບເອົາທິດທາງແຜນການໃນ 5 ປີ ຕໍ່ໜ້າ ປີ (2025-2030).
ກອງປະຊຸມຄັ້ງນີ້, ບັນດາສະຫາຍສະມາຊິກພັກ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດເລືອກເອົາຄະນະ ໜ່ວຍພັກພະແນກກວດກາສິ່ງແວດລ້ອມທົ່ວໄປ ແລະ ສິ່ງແວດລ້ອມໂຄງການລົງທຶນ ຊຸດໃໝ່ ບົນພື້ນຖານເງື່ອນໄຂທີ່ໄດ້ກໍານົດໄວ້, ເຊິ່ງຜ່ານການປ່ອນບັດຄັດເລືອກ ແລະ ກອງປະຊຸມຄັ້ງປະຖົມມະລືກເຫັນດີເລືອກເອົາ ສະຫາຍ ອາລຸນ ໄຊຍະວົງ ເປັນເລຂາໜ່ວຍພັກ, ສະຫາຍ ວັນໄຊ ຜິວມະນິວອນ ເປັນຮອງເລຂາໜ່ວຍພັກ ທັງເປັນປະທານກວດກາພັກ, ສະຫາຍ ພູມີສິດ ວົງວານໄຊ ເປັນກໍາມະການ.
ໃນວາລະກອງປະຊຸມນີ້, ສະຫາຍ ສົມແພງ ໄຊຍະແສງ, ໄດ້ສະແດງຄວາມຊົມເຊີຍ ຕໍ່ການນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກ ຊຸດເກົ່າ ທີ່ສາມາດນໍາພາສະມາຊິກພັກ-ພະນັກງານ ປະຕິບັດ ໜ້າທີ່ການເມືອງຂອງຕົນ ທີ່ຍາດໄດ້ຜົນງານ ແລະ ຜົນສໍາເລັດຫຼາຍດ້ານ. ພ້ອມກັນນັ້ນ, ສະຫາຍ ນ ບຸນຍະແສງ ແສງຄໍາມີ, ກໍ່ໄດ້ໃຫ້ກຽດຂື້ນໂອ້ລົມຕໍ່ກອງປະຊຸມ, ເຊິ່ງໄດ້ຮຽກຮ້ອງໃຫ້ຄະນະໜ່ວຍພັກ ຊຸດໃໝ່ ຈົ່ງສືບຕໍ່ນໍາພາ-ຊີ້ນໍາ ສະມາຊິກພັກ-ພະນັກງານ ໃຫ້ກໍາແໜ້ນແນວທາງປ່ຽນແປງໃໝ່ຂອງພັກ ຄຽງຄູ່ກັບການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ ໃຫ້ມີຜົນສໍາເລັດຍິ່ງຂຶ້ນ.
ຂ່າວໂດຍ: ເຈ ລີຈັ້ງ
---------------------------------------
ທ່ານສາມາດ ຕິດຕາມ ຂ່າວສານປະຊາສຳພັນ ຂອງ ຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ທີ່:
Facebook: MONRE ກຊສ
ໂທລະສັບ: +856 21 263799

 

ຈຳນວນຜູ້ເຂົ້າຊົມເວັບໄຊ
ແຈ້ງການ ການຄວບຄຸມ ແລະ ແກ້ໄຂບັນຫາມົນລະພິດທາງອາກາດ ທີ່ເກີດຂຶ້ນຈາກການຈູດ ຂີ້ເຫຍື້ອ ແລະ ສິ່ງເສດເຫຼືອ, ປ່າ, ໄຮ່, ທົ່ງນາ ແລະ ສວນ ໃນລະຫວ່າງ ເດືອນ ກຸມພາ ຫາ ເດືອນ ເມສາ 2025