ກຊສ ສ້າງຂະບວນການອອກແຮງງານລວມ ຢູ່ຕາມເສັ້ນທາງຕັດໃໝ່ໜອງບົວທອງ-ໜອງບຶກ
01/03/2025

ໃນຕອນເຊົ້າຂອງວັນທີ 1 ມີນາ 2025. ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຮ່ວມກັບ ສູນກາງແນວລາວສ້າງຊາດ ໄດ້ສ້າງຂະບວນການອອກແຮງງານ ຕາມເສັ້ນທາງຕັດໃໝ່ໜອງບົວທອງ-ໜງບຶກ ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກອງປະຊຸມໃຫຍ່ຂອງສູນກາງແນວລາວສ້າງຊາດ, ກອງປະຊຸມໃຫຍ່ອົງຄະນະພັກເມືອງຈັນທະບູລີ ແລະ ວັນແມ່ຍິງສາກົນ ຄົບຮອບ 115 ປີ ທີ່ຈະມາເຖິງນີ້