ກອງປະຊຸມລະດົມແນວຄວາມຄິດໃສ່ຮ່າງບົດບັນທຶກຄວາມເຂົ້າໃຈກ່ຽວກັບການຜັນຂະຫຍາຍເຄືອຂ່າຍຕາໜ່າງລະບົບການແຈ້ງເຕືອນລ່ວງໜ້າ
28/02/2025

ກອງປະຊຸມລະດົມແນວຄວາມຄິດໃສ່ຮ່າງບົດບັນທຶກຄວາມເຂົ້າໃຈກ່ຽວກັບການຜັນຂະຫຍາຍເຄືອຂ່າຍຕາໜ່າງລະບົບການແຈ້ງເຕືອນລ່ວງໜ້າ
ໃນວັນທີ 28 ກຸມພາ 2025, ທີ່ເມືອງວັງວຽງ ແຂວງວຽງຈັນ, ກົມອຸຕຸນິຍົມ ແລະ ອຸທົກກະສາດ(ກອຕທ) ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ(ກຊສ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການຜ່ານຮ່າງບົດບັນທຶກຄວາມເຂົ້າໃຈ ໂຄງການ ຜັນຂະຫຍາຍເຄືອຂ່າຍຕາໜ່າງລະບົບການແຈ້ງເຕືອນໄພລ່ວງໜ້າ EWS1294 ໃນລະດັບຊາດ ຢູ່ ສປປ ລາວ ໂດຍໄດ້ຮັບທຶນຈາກ ອົງການມູນນິທິຊ່ວຍເຫຼືອຄວາມຕ້ອງການເພື່ອທຸກຄົນ (People In Need) ພາຍໃຕ້ການເປັນປະທານຂອງ ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີ ກຊສ ໂດຍມີ ທ່ານ ຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງກົມ, ມີ ທ່ານເຈົ້າເມືອງ, ຮອງເຈົ້າເມືອງ, ຫົວໜ້າພະແນກການຕ່າງປະເທດ ແລະ ທ່ານຫົວໜ້າ ພຊສ 9 ແຂວງ 27 ເມືອງ ທີ່ນອນໃນເປົ້າໝາຍໂຄງການ ເຂົ້າຮ່ວມ 100 ກວ່າທ່ານ.
ໄລຍະຜ່ານມາ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍສະເພາະແມ່ນ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ປະສານສົມທົບ ກັບ ອົງການມູນນິທິຊ່ວຍເຫຼືອຄວາມຕ້ອງການເພື່ອທຸກຄົນ (People In Need) ສຶກສາຄວາມເປັນໄປໄດ້ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານອຸຕຸນິຍົມ ແລະ ອຸທົກກະສາດ ໂດຍຮ່າງບົດບັນທຶກຄວາມເຂົ້າໃຈຮ່ວມກັນ ທັງນີ້ກໍ່ເພື່ອການກະກຽມໂຄງການກ່ຽວກັບການແກ້ໄຂຊ່ອງວ່າງຂອງວຽກງານທີ່ມີຢູ່ໃນປັດຈຸ ບັນ ເພື່ອ: 1. ສ້າງຄວາມເຂັ້ມເເຂງ ກ່ຽວກັບລະບົບການເຕືອນໄພລ່ວງໜ້າ ດ້ວຍການສ້າງ ເເລະ ຕິດຕັ້ງສະຖານີວັດເເທກລະດັບນໍ້າ ຈໍານວນ 27 ສະຖານີ ຢູ່ ບັນດາ 9 ແຂວງ ພ້ອມທັງການເຜີຍເເຜ່ຂໍ້ມູນຂ່າວສານ; 2. ສ້າງຄວາມອາດສາມາດໃຫ້ແກ່ພະນັກງານຂັ້ນສູນກາງ ເເລະ ຂັ້ນທ້ອງຖິ່ນໃນການຕິດຕາມໄພພິບັດນໍ້າຖ້ວມ ເເລະ ການເຜີຍແຜ່ຂໍ້ຄວາມການແຈ້ງເຕືອນໄພລ່ວງໜ້າ; 3. ສົ່ງເສີມກິດຈະກໍາ ການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ (DRR) ເເລະ ລະບົບການແຈ້ງເຕືອນໄພລ່ວງໜ້າ (EWS) ໂດຍຜ່ານການໂຄສະນາປູກຈິດສໍານຶກ ເເລະ ສົ່ງເສີມກິດຈະກໍາທີ່ກ່ຽວຂ້ອງ ຊຶ່ງຈະໄດ້ຮັບການຖອດຖອນບົດຮຽນ ຈາກປະສົບການຕົວຈິງ ຂອງ ອົງການມູນນິທິຊ່ວຍເຫຼືອຄວາມຕ້ອງການເພື່ອທຸກຄົນ (People In Need); 4. ສ້າງຄວາມເຂັ້ມເເຂງ ກົນໄກການປະສານງານ ເເລະ ການແລກປ່ຽນຂໍ້ມູນຂ່າວສານລະຫວ່າງໜ່ວຍງານລະດັບຊາດ ເເລະ ອົງກອນທັງພາຍໃນ ແລະ ສາກົນຕ່າງໆ ທີ່ປະຕິບັດໜ້າທີ່ວຽກງານການຫຼຸດຜ່ອນຄວາມສ່ຽງໄພພິບັດ (DRR) ຢູ່ ສປປ ລາວ; 5. ສົ່ງເສີມ ແລະ ເຊື່ອມສານບົດບາດຍິງຊາຍກ່ຽວກັບວິທີການກຽມພ້ອມຮັບມື ແລະ ການຫຼຸດຜ່ອນຄວາມສ່ຽງໄພພິບັດ ທີ່ເກີດຈາກການປ່ຽນແປງສະພາບອາກາດໂດຍເນັ້ນໃສ່ບັນດາແຂວງເປົ້າໝາຍຂອງໂຄງການ.
ຈຸດປະສົງການຈັດກອງປະຊຸມໃນຄັ້ງນີ້ກໍ່ເພື່ອ: 1. ປະກອບຄຳເຫັນໃສ່ຮ່າງບົດບັນທຶກຄວາມເຂົ້າໃຈໂຄງການຜັນຂະຫຍາຍເຄືອຂ່າຍຕາໜ່າງລະບົບການແຈ້ງເຕືອນໄພລ່ວງໜ້າ EWS1294 ໃນລະດັບຊາດ ຢູ່ ສປປ ລາວ; 2. ເພື່ອຄວາມເປັນເອກະພາບເບື້ອງຕົ້ນຈາກບັນດາແຂວງ, ເມືອງ ທີ່ນອນໃນເປົ້າໝາຍໂຄງການ ແລະ 3. ເພື່ອຄວາມເປັນເອກະພາບດ້ານເຕັກນິກວິຊາການເພື່ອກຳນົດເຂົ້າໃນແຕ່ລະກິດຈະກຳຂອງໂຄງການ. ໂດຍໃນທີ່ປະຊຸມ ໄດ້ຮັບຟັງການນຳສະເໜີຄວາມເປັນມາໂດຍຫຍໍ້ຂອງອົງການ PIN, ຮັບຟັງກ່ຽວກັບ ລະບົບການແຈ້ງເຕືອນໄພນໍ້າຖ້ວມ EWS1294 ແລະ ຜົນສຳເລັດ ຢູ່ ປະເທດ ກໍາປູເຈຍ ແລະ ໂຄງການທົດລອງ ຢູ່ ສປປ ລາວ ຈາກ ທ່ານ ໂທມັດ ດູຣານາ ຫົວໜ້າແຜນງານໂຄງການ PIN ປະຈຳ ສປປ ລາວ. ຫຼັງຈາກນັ້ນ ທ່ານ ນາງ ສອນເພັດ ໂພສາລາດ ຫົວໜ້າພະແນກ, ຜູ້ປະສານງານໂຄງການ ກອຕທ ໄດ້ນຳສະເໜີ ຜ່ານຮ່າງບົດບັກທຶກຄວາມເຂົ້າໃຈໂດຍຫຍໍ້. ພາຍຫຼັງຮັບຟັງການນຳສະເໜີແລ້ວ ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ຮ່ວມກັນປຶກສາຫາລື ປະກອບຄຳເຫັນ ໃສ່ເນື້ອໃນຂອງຮ່າງບົດບັນທຶກຄວາມເຂົ້າໃຈ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ ສາມາດຮັບປະກັນໄດ້ເຖິງຄວາມປອດໄພແກ່ປະຊາຊົນບັນດາເຜົ່າທີ່ອາໃສໃນເຂດທີ່ມີຄວາມສ່ຽງໄພພິບັດທາງທຳມະຊາດ ແລະ ທັງເປັນການສະໜັບສະໜູນໃຫ້ແກ່ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ເວົ້າລວມ ເວົ້າສະເພາະກໍຄືການພັດທະນາເສດຖະກິດ-ສັງຄົມຂອງເມືອງ, ແຂວງ ແລະ ນະຄອນຫຼວງ ໃຫ້ດີຂຶ້ນເປັນກ້າວໆ.