ລັດຖະມົນຕີ ກຊສ ຕ້ອນຮັບ ເອກອັກຄະລັດຖະທູດ ແຫ່ງ ຣາຊະອານາຈັກ ດານມາກ ປະຈໍາ ສປປ ລາວ

26/02/2025

ລັດຖະມົນຕີ ກຊສ ຕ້ອນຮັບ ເອກອັກຄະລັດຖະທູດ ແຫ່ງ ຣາຊະອານາຈັກ ດານມາກ ປະຈໍາ ສປປ ລາວ

ລັດຖະມົນຕີ ກຊສ ຕ້ອນຮັບ ເອກອັກຄະລັດຖະທູດ ແຫ່ງ ຣາຊະອານາຈັກ ດານມາກ ປະຈໍາ ສປປ ລາວ

ໃນຕອນເຊົ້າຂອງວັນທີ 26 ກຸມພາ 2025, ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Nicolai Prytz, ເອກອັກຄະລັດຖະທູດ ແຫ່ງ ຣາຊະອານາຈັກ ດານມາກ ປະຈໍາ ສປປ ລາວ ຊຶ່ງມີສໍານັກງານການທູດຕັ້ງຢູ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃນໂອກາດທີ່ມາເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ.
ໂອກາດດັ່ງກ່າວ ທ່ານ ນາງ ບຸນຄຳ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ Nicolai Prytz ທີ່ໄດ້ເຂົ້າມາຢ້ຽມພົບປະໃນຄັ້ງນີ້. ທັງສອງທ່ານໄດ້ແລກປ່ຽນ ຫຼາຍບັນຫາສໍາຄັນໃນຂົງເຂດການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນຕົ້ນ: ບັນຫາການປ່ຽນແປງສະພາບດິນຟ້າອາກາດ, ຊຸກຍູ້ສົ່ງເສີມພະລັງງານທົດແທນ, ປົກປັກຮັກສາລະບົບນິເວດທຳມະຊາດ; ເຊິ່ງໃນໄລຍະຜ່ານມາ ກຊສ ກໍ່ຄືລັດຖະບານ ແຫ່ງ ສປປ ລາວ ກໍ່ໄດ້ຮັບການສະໜັບສະໜູນ ທັງດ້ານທຶນຮອນ ແລະ ດ້ານເຕັກນິກວິຊາການ ຈາກ ຣາຊະອານາຈັກ ດານມາກ ໃນຫຼາຍຂົງເຂດວຽກງານທີ່ຕອບສະໜອງ ການຈັດຕັ້ງປະຕິບັດ ບັນດາຄາດໝາຍສູ້ຊົນຂອງລັດຖະບານ ຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດແຕ່ລະໄລຍະ.
ໃນຕອນທ້າຍ ທ່ານ ລັດຖະມົນຕີ ກໍ່ໄດ້ອວຍພອນໃຫ້ ທ່ານ Nicolai Prytz ຈົ່ງປະສົບຜົນສຳເລັດ ໃນການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້. ພ້ອມທັງ ສະແດງຄວາມຂອບໃຈທີ່ ຣາຊະອານາຈັກ ດານມາກ ໄດ້ໃຫ້ການສະໜັບສະໜູນ ໃນໄລຍະຜ່ານມາ ເຊິ່ງເປັນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງຊາດ ລາວ-ດານມາກ ແລະ ກໍ່ຫວັງວ່າ ຈະໄດ້ຮັບການສືບຕໍ່ສະໜັບສະໜູນ ແລະ ການຮ່ວມມືຈາກ ຣາຊະອານາຈັກ ດານມາກ ໃນການແກ້ໄຂບັນຫາໃນຂົງເຂດວຽກງານຂອງຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ
ຂ່າວໂດຍ: ອະພິເດດ ແສງດາລາ

 

ຈຳນວນຜູ້ເຂົ້າຊົມເວັບໄຊ
ແຈ້ງການ ການຄວບຄຸມ ແລະ ແກ້ໄຂບັນຫາມົນລະພິດທາງອາກາດ ທີ່ເກີດຂຶ້ນຈາກການຈູດ ຂີ້ເຫຍື້ອ ແລະ ສິ່ງເສດເຫຼືອ, ປ່າ, ໄຮ່, ທົ່ງນາ ແລະ ສວນ ໃນລະຫວ່າງ ເດືອນ ກຸມພາ ຫາ ເດືອນ ເມສາ 2025