ລັດຖະມົນຕີ ກຊສ ລົງຊຸກຍູ້ການຈັດຕັ້ງປະຕິບັດວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທີ່ ແຂວງໄຊຍະບູລີ

22/02/2025

ລັດຖະມົນຕີ ກຊສ ລົງຊຸກຍູ້ການຈັດຕັ້ງປະຕິບັດວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທີ່ ແຂວງໄຊຍະບູລີ

ລັດຖະມົນຕີ ກຊສ ລົງຊຸກຍູ້ການຈັດຕັ້ງປະຕິບັດວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທີ່ ແຂວງໄຊຍະບູລີ
ໃນລະຫວ່າງ ວັນທີ 21-22 ກຸມພາ 2025, ທ່ານ ນາງ ບຸນຄໍາ ວໍລະຈິດ, ລັດຖະມົນຕີ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ຊຸກຍູ້ວຽກງານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮອບດ້ານ ທີ່ແຂວງ ໄຊຍະບູລີ ໃຫ້ກຽດຕ້ອນຮັບໂດຍ ທ່ານ ປອ ສົມພັນ ແພງສີດາ, ວ່າການຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງໄຊຍະບູລີ ພ້ອມດ້ວຍຄະນະພະແນກ ຕະຫຼອດເຖິງພະນັກງານພາຍໃນ ພຊສ ແຂວງ ໄຊຍະບູລີ.
ໃນໂອກາດນີ້ ທ່ານລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍໄດ້ລົງໂອ້ລົມ ພະນັກງານຂະແໜງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຢູ່ທີ່ ຫ້ອງວ່າການເມືອງໄຊຍະບູລີ ເຊິ່ງມີຄະນະພະແນກ ພຊສ, ເຈົ້າເມືອງ-ຮອງເຈົ້າເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 11 ເມືອງ ພ້ອມດ້ວຍພະນັກງານພາຍໃນພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເຂົ້າຮ່ວມ, ໃນໂອກາດດັ່ງກ່າວ ທ່ານ ລັດຖະມົນຕີ ໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ຊສ ຈາກ ທ່ານ ວ່າການຫົວໜ້າພະແນກ ຊສ ແຂວງໄຊຍະບູລີ ພ້ອມທັງຮັບຟັງ ສະພາບຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດ ວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈາກບັນດາ ທ່ານເຈົ້າເມືອງ ຮອງເຈົ້າເມືອງ ເພື່ອນຳມາປຶກສາຫາລື ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ຈາກການນຳ ກຊສ. ຫຼັງຈາກນັ້ນ ທ່ານລັດຖະມົນຕີ ກໍໄດ້ໃຫ້ກຽດໂອ້ລົມ ພະນັກງານ ທີ່ມາເຂົ້າຮ່ວມກອງປະຊຸມ ເຊິ່ງທ່ານລັດຖະມົນຕີໄດ້ເນັ້ນໃຫ້ ພະນັກງານຂະແໜງການ ຊສ ພ້ອມກັນຈັັດຕັ້ງປະຕິບັດ ວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ສຳເລັດຕາມແຜນການທີ່ວາງໄວ້ ເປັນຕົ້ນ ວຽກງານການສ້າງແຜນຈັດສັນທີ່ດິນ, ວຽກງານການຂຶ້ນທະບຽນອອກໃບຕາດິນ, ວຽກງານເຊົ່າສຳປະທານທີ່ດິນ, ການຄຸ້ມຄອງໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ, ວຽກງານຂຽວສະອາດງາມຕາ ໄປພ້ອມໆກັບການເອົາໃຈໃສ່ເຜີຍແຜ່ລະບຽບກົດໝາຍໃຫ້ທົ່ວສັງຄົມໄດ້ເຂົ້າໃຈ ແລະ ພ້ອມກັນຈັດຕັ້ງປະຕິບັດ. ໃນໂອາດດັ່ງກ່າວນີ້ ທ່ານລັດຖະມົນຕີ ກໍໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງໄຊຍະບູລີ, ເມືອງພຽງ ແລະ ເມືອງຄອບ ຂອງແຂວງໄຊຍະບູລີ. ພ້ອມທັງລົງພົບປະພໍ່ແມ່ປະຊາຊົນທີ່ ບ້ານ ປາກຊອງ ເມືອງພຽງ ແຂວງໄຊຍະບູລີ ທີ່ເປັນບ້ານເປົ້າໝາຍໂຄງການທົດລອງອອກໃບຕາດິນໃນເຂດ 3 ປະເພດປ່າ ເພື່ອຮັບຟັງຂໍ້ສະເໜີ ແລະ ອະທິບາຍວຽກງານການຂຶ້ນທະບຽນອອກໃບຕາດິນໃນເຂດດັ່ງກ່າວ.
ພາຍຫຼັງ ທີ່ ທ່ານ ລັດຖະມົນຕີ ໄດ້ລົງຊຸກຍູ້ວຽກງານ ຂະແໜງ ຊສ ສຳເລັດແລ້ວ ທ່ານ ພ້ອມດ້ວຍຄະນະ ຍັງໄດ້ ເຂົ້າຮ່ວມພິທີ ຕັກບາດ ແລະ ພິທີເປີດງານມະຫາກຳບຸນຊ້າງ ປະຈຳປີ 2025 ຢູ່ສະໜາມຫຼວງແຂວງ ໄຊຍະບູລີ ຮ່ວມກັບບັນດາທ່ານການນໍາພັກ-ລັດ ແຂກທັງພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍປະຊາຊົນຊາວແຂວງໄຊຍະບູລີ ອີກດ້ວຍ.
ຂ່າວໂດຍ: ອະພິເດດ ແສງດາລາ

https://web.facebook.com/monre.gov.la/posts/952152487091552?ref=embed_post

 

ຈຳນວນຜູ້ເຂົ້າຊົມເວັບໄຊ
ແຈ້ງການ ການຄວບຄຸມ ແລະ ແກ້ໄຂບັນຫາມົນລະພິດທາງອາກາດ ທີ່ເກີດຂຶ້ນຈາກການຈູດ ຂີ້ເຫຍື້ອ ແລະ ສິ່ງເສດເຫຼືອ, ປ່າ, ໄຮ່, ທົ່ງນາ ແລະ ສວນ ໃນລະຫວ່າງ ເດືອນ ກຸມພາ ຫາ ເດືອນ ເມສາ 2025