ກອງປະຊຸມປຶກສາຫາລືແບບມີສ່ວນຮ່ວມ ກ່ຽວກັບ ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມຂອງ ໂຄງການ PAN-ASIA INTERNATIONAL ຢູ່ເຂດເສດຖະກິດບຶງທາດຫຼວງ ນະຄອນຫຼວງວຽງຈັນ ຂອງບໍລິສັດ ອ້ອມອາຊີ ພັດທະນາອະສັງຫາລິມະຊັບ ຈໍາກັດ
27/02/2025

ກອງປະຊຸມປຶກສາຫາລືແບບມີສ່ວນຮ່ວມ ກ່ຽວກັບ ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມຂອງ ໂຄງການ PAN-ASIA INTERNATIONAL ຢູ່ເຂດເສດຖະກິດບຶງທາດຫຼວງ ນະຄອນຫຼວງວຽງຈັນ ຂອງບໍລິສັດ ອ້ອມອາຊີ ພັດທະນາອະສັງຫາລິມະຊັບ ຈໍາກັດ
ໃນຕອນບ່າຍ ຂອງ ວັນທີ 27 ກຸມພາ 2025 ຢູ່ທີ່ນະຄອນຫຼວງວຽງຈັນ, ກົມສິ່ງແວດລ້ອມ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງນະຄອນຫຼວງ ແລະ ບໍລິສັດ ອ້ອມອາຊີ ພັດທະນາອະສັງຫາລິມະຊັບ ຈໍາກັດ. ໄດ້ຈັດກອງປະຊຸມປຶກສາຫາລືແບບມີສ່ວນຮ່ວມ ຂັ້ນສູນກາງ/ນະຄອນຫຼວງ ກ່ຽວກັບ ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ລວມທັງແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ຂອງໂຄງການ PAN-ASIA INTERNATIONAL ຢູ່ເຂດເສດຖະກິດບຶງທາດຫຼວງ ນະຄອນຫຼວງວຽງຈັນ ຂອງບໍລິສັດ ອ້ອມອາຊີ ພັດທະນາອະສັງຫາລິມະຊັບ ຈໍາກັດ. ໂດຍການເປັນປະທານ ຂອງ ທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ມີທ່ານ ປອ ວິລະສັກ ຈຸນດາຣາ ຫົວໜ້າກົມສິ່ງແວດລ້ອມ, ທ່ານ ຜາວັນ ສີຫາວົງ ຮອງຫົວໜ້າພະແນກຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ແລະ ຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ/ນະຄອນຫຼວງວຽຈັນ ບັນດາບ້ານທີ່ຢູ່ເຂດໂຄງການ ແລະ ເຂດໃກ້ຄຽງ ເຂົ້າຮ່ວມ.
ໂຄງການ PAN-ASIA INTERNATIONAL ແມ່ນໂຄງການໜື່ງທີ່ເຂົ້າມາລົງທຶນຕາມແຜນແມ່ບົດໃນເຂດເສດຖະພິເສດບຶງທາດຫຼວງ ໂດຍເຊັນສັນຍາເຊົ່າທີ່ດິນຢູ່ເຂດເສດຖະກິດພິເສດບຶງທາດຫຼວງ ນະຄອນຫຼວງວຽງຈັນ ເປັນການລົງທຶນຕ່າງປະເທດ (ສປຈີນ) ໃນເນື້ອທີ່ 67,407 ຕາແມັດ ນອນໃນຂອບເຂດພື້ນທີ່ເຂດເສດຖະກິດພິເສດບຶງທາດຫຼວງ ບໍ່ມີຜົນກະທົບຕໍ່ສິດນໍາໃຊ້ທີ່ດິນ ແລະ ຊັບສິນທີ່ຢູ່ເທິງໜ້າດິນຂອງປະຊາຊົນ. ຊຶ່ງໃນການອອກແບບຈະກໍ່ສ້າງອາຄານປະກອບມີ 10 ຕຶກຊຶ່ງປັດຈຸບັນໂຄງການໄດ້ກໍ່ສ້າງສໍາເລັດແລ້ວ ປະມານ 85% ແລະ ມີບາງອາຄານກໍ່ໄດ້ສໍາເລັດການກໍ່ສ້າງ ແລະ ເປີດໃຊ້ບໍລິການແລ້ວຄື: 1) ກໍ່ສ້າງຕຶກອາຄານຈໍານວນ 5 ຕຶກ, 2) ກໍ່ສ້າງຕຶກອາຄານຈໍານວນ 3 ຕຶກ ແລະ 3) ກໍ່ສ້າງຕຶກອາຄານຈໍານວນ 2 ຕຶກ. ໂຄງການດັ່ງກ່າວ ເປັນການພັດທະນາອະສັງຫາລິມະຊັບ ກ່ຽວກັບ ອາຄານ-ສໍານັກງານ ແລະ ທີ່ພັກອາໄສ, ບໍລິການໃຫ້ເຊົ່າ ຫຼື ຂາຍ ໃຫ້ບຸກຄົນ ຫຼື ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ, ນອກຈາກນັ້ນກໍ່ໄດ້ສ້າງຕຶກອາຄານຫ້ອງການເຂດ, ຫ້ອງການຕະຫຼາດ, ຕຶກຄອນໂດ, ເຂດທີ່ພັກອາໄສ, ສ້າງຊຸບເປີມາເກັດ, ຕະຫຼາດກະສິກໍາ ແລະ ສິ່ງອໍານວຍຄວາມສະດວກອື່ນໆ. ເຈົ້າຂອງໂຄງການໄດ້ວ່າຈ້າງບໍລິສັດ ສິ່ງແວດລ້ອມສາກົນ ກຣຸບ ຈໍາກັດ ເປັນຜູ້ສຶກສາ, ປະເມີນຜົນກະທົບຕໍ່ສິ່ງແວດລ້ອມ. ຜ່ານການຮັບຟັງການສະເໜີລາຍລະອຽດ ກ່ຽວກັບ ຄວາມເປັນມາຂອງໂຄງການ, ເຕັກນິກການອອກແບບໂຄງການ, ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ລວມທັງບັນຫາຜົນກະທົບຕົ້ນຕໍ ທີ່ຈະເກີດຂື້ີນ ໃນໄລຍະກໍ່ສ້າງ ແລະ ການດໍາເນີນໂຄງການ ພ້ອມທັງການກຳນົດບັນດາມາດຕະການປ້ອງກັນ, ຫຼຸດຜ່ອນ ແລະ ແກ້ໄຂຜົນກະທົບທີ່ກໍານົດໄວ້ໃນແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ແລະ ຊີ້ແຈງການປັບປຸງບົດລາຍງານຕາມບົດປະກອບຄໍາເຫັນຜ່ານມາຈາກຜູ້ພັດທະນາໂຄງການ ແລະ ບໍລິສັດທີ່ປຶກສາດ້ານສິ່ງແວດລ້ອມແລ້ວ. ຈາກນັ້ນ ຜູ້ເຂົ້າຮ່ວກໍ່ໄດ້ມີການປະກອບຄໍາຄິດເຫັນຢ່າງກົງໄປກົງມາ ຕໍ່ແຜນພັດທະນາໂຄງການ ແລະ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມໂຄງການ. ຜ່ານການປຶກສາຫາລື ແລະ ປະກອບຄໍາເຫັນຂອງຜູ້ເຂົ້າຮ່ວມກອງປະຊຸມສາມາດສັງລວມໄດ້ຫຼາຍໆບັນຫາສໍາຄັນ ແລະ ໃຫ້ເຈົ້າຂອງໂຄງການນໍາເອົາຄຳຄິດເຫັນໄປປັບປຸງຕື່ມໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ສົມບູນ.
ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານ ໄດ້ຮຽກຮ້ອງມາຍັງບັນດາທ່ານ ຍົກສູງຄວາມຮັບຜິດຊອບຂອງຂະແໜງການຕົນ ໃນການປຶກສາຫາລື ແຕ່ລະເນື້ອໃນ ພ້ອມທັງປະກອບຄໍາຄິດ-ຄໍາເຫັນ ຕໍ່ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ ພ້ອມດ້ວຍ ແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ຂອງໂຄງການດັ່ງກ່າວ ໃຫ້ມີຄວາມຄົບຖ້ວນ, ສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນສູງ. ສໍາລັບ ເຈົ້າຂອງໂຄງການ ຕ້ອງເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ແລະ ຕ້ອງຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ ສັງຄົມ - ທໍາມະຊາດ, ສິ່ງສໍາຄັນ ຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບ ທີ່ອາດຈະເກີດຂຶ້ນຈາກການດໍາເນີນໂຄງການ. ຖ້າເມື່ອໃດ ບໍລິສັດ ໄດ້ຮັບໃບຢັ້ງຢືນ ກ່ຽວກັບ ສິ່ງແວດລ້ອມ ແລ້ວ, ໂຄງການຕ້ອງປະຕິບັດມາດຕະການສິ່ງແວດລ້ອມ ດັ່ງທີ່ໄດ້ລະບຸໄວ້ໃນບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ລວມທັງແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ຢ່າງເຂັ້ມງວດ ເພື່ອຫຼີກລ່ຽງບັນຫາຜົນກະທົບທີ່ຈະເກີດຂຶ້ນຕາມມາພາຍຫຼັງ.
ຂ່າວໂດຍ: ບົວແສງປະເສີດ ພຣະສິດທິເດດ
ພາບ ແລະ ຂ່າວ ເພີ່ມຕື່ມ
ພາບ ແລະ ຂ່າວ ເພີ່ມຕື່ມ