ສະຫະພັນແມ່ຍິງ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ໄປທັດສະນະສືກສາຍ້ຽມຊົມຫໍພິພິຕະພັນສີລະປະລາວ
07/03/2025

ວັນທີ 6 ມີນາ 2025, ສະຫະພັນແມ່ຍິງ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ໄປທັດສະນະສືກສາຍ້ຽມຊົມຫໍພິພິຕະພັນສີລະປະລາວ ນະຄອນຫຼວງວຽງຈັນ, ເພື່ອເປັນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫລອງ ວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 115 ປີ (8/3/1910-8/3/2025) ພາຍໃຕ້ຄຳຂວັນ "ສິດທິ, ຄວາມສະເໜີພາບ ແລະ ຄວາມເຂັ້ມແຂງເພື່ອແມ່ຍິງ ແລະ ເດັກນ້ອຍທຸກຄົນ " ໂດຍການນຳຂະບວນຂອງ ທ່ານ ນາງ ທອງຈັນ ອະຄະມາເຂດ ຄະນະປະຈຳພັກກະຊວງ, ປະທານສະຫະພັນແມ່ຍິງ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ແລະ ສະມາຊິກສະຫະພັນແມ່ຍິງພາຍໃນກະຊວງເຂົ້າຮ່ວມທັງໝົດຈຳນວນ 150 ທ່ານ.
ພາບ ແລະ ຂ່າວ ເພີ່ມຕື່ມ