ສະຫະພັນກຳມະບານ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທັດສະນະສຶກສາຄອບຄົວຕົວແບບ ປູກພືດເປັນສິນຄ້າ ທີ່ ບ້ານນາບຽນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

21/03/2024

ສະຫະພັນກຳມະບານ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທັດສະນະສຶກສາຄອບຄົວຕົວແບບ ປູກພືດເປັນສິນຄ້າ ທີ່ ບ້ານນາບຽນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

ໃນວັນທີ 21 ມີນາ 2024 ນີ້, ສະຫະພັນກຳມະບານ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ນຳໂດຍ ສະຫາຍ ປອ ອານົງສອນ ພົມມະຈັນ ຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ, ກຳມະການພັກ ກຊສ, ປະທານສະຫະພັນກຳມະບານ ກຊສ ພ້ອມດ້ວຍ ຄະນະກຳມະບານຮາກຖານ ຫ້ອງການ, ກົມ, ກອງ ແລະ ສະຖາບັນ ພ້ອມທັງຕາງໜ້າສະມາຊິກກຳມະບານ ພາຍໃນ ກຊສ ທັງໝົດ 46 ສະຫາຍ ໄດ້ໄປທັດສະນະສຶກສາຢ້ຽມຊົມການປູກພືດເປັນສິນຄ້າ(ໝາກອິນທະຜາລຳ)ຂອງ ທ່ານ ບຸນລິດ ວໍລະລາດ ທີ່ເປັນຄອບຄົວຕົວແບບ ຢູ່ທີ່ບ້ານ ນາບຽນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ. ຈຸດປະສົງຂອງການລົງທັດສະນະສຶກສາໃນຄັ້ງນີ້ ກໍເພື່ອ ເປັນການສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ III ຂອງສະຫະພັນກຳມະບານ ກຊສ ທີ່ຈະຈັດຂຶ້ນໃນໄວໆນີ້ ໃຫ້ມີຂະບວນການຟົດຟື້ນ.
 

ພາບ ແລະ ຂ່າວເພີ່ມຕື່ມ

 

ຈຳນວນຜູ້ເຂົ້າຊົມເວັບໄຊ
ແຈ້ງການ ການຄວບຄຸມ ແລະ ແກ້ໄຂບັນຫາມົນລະພິດທາງອາກາດ ທີ່ເກີດຂຶ້ນຈາກການຈູດ ຂີ້ເຫຍື້ອ ແລະ ສິ່ງເສດເຫຼືອ, ປ່າ, ໄຮ່, ທົ່ງນາ ແລະ ສວນ ໃນລະຫວ່າງ ເດືອນ ກຸມພາ ຫາ ເດືອນ ເມສາ 2025