ພິທີປິດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ VIII ໄລຍະ 3 ເດືອນ
03/03/2025

ໃນຕອນເຊົ້າຂອງວັນທີ 3 ມີນາ 2025 ທີ່ໂຮງຮຽນທິດສະດີການເມືອງການປົກຄອງນະຄອນຫຼວງວຽງຈັນ ໄດ້ຈັດພິທີປິດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ VIII ໄລຍະ 3 ເດືອນ, ໂດຍການເຂົ້າຮ່ວມເປັນປະທານ ຂອງສະຫາຍ ຊົງເລົາ ຢົງນູ ຮອງເລຂາຄະນະບໍລິຫານງານພັກນະຄອນຫຼວງວຽງຈັນ, ສະຫາຍ ນາງ ທອງຈັນ ອະຄະມາເຂດ ກຳມະການປະຈຳພັກກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ(ກຊສ) ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ສະຫາຍ ເພັດສະໝອນ ທອງສີທາວົງ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ອົງການໄອຍະການປະຊາຊົນສູງສຸດ, ສະຫາຍ ສຸລິເດດ ສຸວັນນະຈຸມຄຳ ຄະນະພັກຮ້າກຖານ ຮອງຫົວໜ້າພະແນກການເງິນນະຄອນຫຼວງ, ສະຫາຍ ວຽງທອງ ພົນທະຈັກ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງສຶກສາທິການ ແລະ ກິລາ, ມີຕ່າງໜ້າຄະນະກົມ, ຕ່າງໜ້າອົງການຈັດຕັ້ງມະຫາຊົນ, ຄະນະຮັບຜິດຊອບການຮຽນ-ການສອນຈາກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ບັນດານັກສຶກສາທັງໝົດເຂົ້າຮ່ວມ.
ສຳລັບຊຸດຮຽນທິດສະດີການເມືອງຂັ້ນຕົ້ນໄລຍະ 3 ເດືອນ ຊຸດທີ VIII ປະຈໍາປີ 2025 ຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ໄດ້ເລີ່ມຮຽນແຕ່ວັນທີ 11 ພະຈິກ 2024 ເຖິງວັນທີ 14 ກຸມພາ 2025 ໂດຍການປະສານສົມທົບລະຫວ່າງກົມຈັດຕັ້ງ ແລະ ພະນັກງານ, ຮ່ວມກັບສະຖາບັນການເມືອງ ແລະ ການປົກຄອງນະຄອນຫຼວງວຽງຈັນ, ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່. ບັນດານັກສຶກສາທີ່ເຂົ້າຮຽນທິດສະດີການເມືອງຂັ້ນຕົ້ນຄັ້ງນີ້ຈໍານວນໜຶ່ງ ເປັນພະນັກງານນໍາພາ-ຄຸ້ມຄອງ ຮອງຫົວໜ້າພະແນກ ແລະ ຈໍານວນໜຶ່ງເປັນພະນັກງານວິຊາການທີ່ເປັນສະມາຊິກພັກສົມບູນຈາກບັນດາກົມ ພາຍໃນ ກຊສ ລວມທັງໝົດ 50 ສະຫາຍ ຍິງ 21 ສະຫາຍ. ເພືຶ່ອເປັນການຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນການນໍາພາ-ຄຸ້ມຄອງ ແລະ ການພົວພັນປະສານງານໃນຂົງເຂດວຽກງານທີ່ຕົນຮັບຜິດຊອບຫຼາຍຂຶ້ນ. ຈາກນັ້ນ ສະຫາຍ ຊົງເລົາ ຢົງນູ ຮອງເລຂາຄະນະບໍລິຫານງານພັກນະຄອນຫຼວງວຽງຈັນ ໃຫ້ກຽດມອບໃບຢັ້ງຢືນ.
ໃນໂອກາດນີ້, ສະຫາຍ ຊົງເລົາ ຢົງນູ ໄດ້ໃຫ້ກຽດໂອ້ລົມວ່າ: ຊຸດຮຽນທິດສະດີການເມືອງຄັ້ງນີ້ມີຄວາມໝາຍຄວາມສຳຄັນຍິ່ງເພາະວ່າເປັນການສ້າງພະນັກງານສະມາຊິພັກ ນໍາພາ-ຄຸ້ມຄອງຂັ້ນຮອງຫົວໜ້າພະແນກ ແລະ ວິຊາການຈຳນວນໜຶ່ງ, ເພື່ອສ້າງພະນັກງານສືບທອດ-ປ່ຽນແທນໃນອະນາຄົດຂອງ ກຊສ , ເພື່ອຮັບປະກັນລັກສະນະສືບທອດຕໍ່ເນື່ອງ ແລະ ຫັນເປັນ ໜຸ່ມເທື່ອລະກ້າວ, ເປັນກ້ອນກຳລັງອັນສຳຄັນຂອງ ກຊສ, ຕ້ອງໄດ້ພະຍາຍາມເຮັດໃຫ້ມີບາດລ້ຽວອັນໃໝ່, ປັບທັດສະນະ, ແນວຄິດຄວາມຕື່ນຕົວໃຫ້ຖືກຕ້ອງ, ພ້ອມກັນປັບປຸງການຈັດຕັ້ງປະຕິບັດວຽກງານ ການເປັນເສນາທິການ ໃຫ້ໜັກແໜ້ນ, ເຂັ້ມແຂງ ແລະ ປອດໃສ. ພ້ອມທັງເນັ້ນໃຫ້ຜູ້ທີ່ສຳເລັດການຮຽນໃນຄັ້ງນີ້, ນຳເອົາບົດຮຽນດັ່ງກ່າວໄປຜັນຂະຫຍາຍ ແລະ ໝູນໃຊ້ເຂົ້າໃນວຽກງານຕົວຈິງໃນເວລາກັບເຂົ້າສູ່ການເຮັດວຽກງານຢູ່ກົມກອງຂອງຕົນ, ທັງໃຫ້ກົມກອງກ່ຽວຂ້ອງ, ສືບຕໍ່ຕິດຕາມເຂົ້າສູ່ການປະຕິບັດວຽກງານມີການສົມທຽບໃສ່ກັບການປະຕິບັດວຽກງານຕົວຈິງກ່ອນການໄປເຂົ້າຮ່ວມຮຽນບໍາລຸງ ທິດສະດີການເມືອງ ຂັ້ນຕົ້ນ ແລະ ພາຍຫຼັງທີ່ຮຽນຈົບກັບຄືນປະຈໍາການປົກກະຕິໃຫ້ໄດ້ມີທ່າຫັນປ່ຽນໃໝ່ທີ່ດີຂຶ້ນ.