ກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກພະແນກກວດກາການນຳໃຊ້ຊັບພະຍາກອນແຮ່ທາດ

27/02/2025

ກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກພະແນກກວດກາການນຳໃຊ້ຊັບພະຍາກອນແຮ່ທາດ

ໂດຍປະຕິບັດ ຕາມມະຕິຕົກລົງ ຂອງອົງຄະນະພັກ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສະບັບເລກທີ 059 /ອຄພ.ກຊສ, ລົງວັນທີ 13 ກຸມພາ 2025 ວ່າດ້ວຍການອະນຸມັດ ໃຫ້ໜ່ວຍພັກພະແນກກວດກາການນຳໃຊ້ຊັບພະຍາກອນແຮ່ທາດ ຂຶ້ນກັບຄະນະພັກຮາກຖານ ກົມກວດກາ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ II.
ໃນວັນທີ 27 ກຸມພາ 2025, ໜ່ວຍພັກພະແນກກວດກາການນຳໃຊ້ຊັບພະຍາກອນແຮ່ທາດ ຂຶ້ນກັບຄະນະພັກຮາກຖານ ກົມກວດກາ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກກຊສ) ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ II ຂອງຕົນຂື້ນ, ໂດຍການເປັນປະທານຮ່ວມຂອງ ສະຫາຍ ສົມແພງ ໄຊຍະແສງ ກໍາມະການພັກ, ອະນຸກໍາມະການບຸກຄະລາກອນ (ກຊສ), ສະຫາຍ ນ ບຸນຍະແສງ ແສງຄໍາມີ ຮອງເລຂາຄະນະພັກຮາກຖານ (ກກຊສ) ແລະ ສະຫາຍ ແສງແກ້ວ ຕາສະເກດ ຮອງເລຂາໜ່ວຍພັກພະແນກກວດກາການນຳໃຊ້ຊັບພະຍາກອນແຮ່ທາດ, ມີບັນດາສະຫາຍເລຂາ, ຮອງເລຂາ, ຜູ້ຕາງໜ້າ ໜ່ວຍພັກ ທີ່ຂື້ນກັບຄະນະພັກຮາກຖານ (ກກຊສ), ຜູ້ແທນກອງປະຊຸມ, ສາມອົງການຈັດຕັ້ງມະຫາຊົນ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມທັງໝົດ ຈໍານວນ 24 ສະຫາຍ, ຍິງ 10 ສະຫາຍ.
ໃນກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາເຫັນຕໍ່ ຮ່າງບົດລາຍງານການເມືອງ, ບົດສໍາຫຼວດການນໍາພາລວມ ຂອງຄະນະໜ່ວຍພັກຊຸດເກົ່າ ໃນໄລຍະໜຶ່ງສະໄໝທີ່ຜ່ານມາ, ເຊິ່ງໄດ້ຕີລາຄາດ້ານດີ, ດ້ານອ່ອນ ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ໃນໄລຍະ 5 ປີ ຜ່ານມາ. ພ້ອມນີ້, ກອງປະຊຸມຍັງໄດ້ຮອງຮັບເອົາທິດທາງແຜນການໃນ 5 ປີ ຕໍ່ໜ້າ ປີ (2025-2030).
ກອງປະຊຸມຄັ້ງນີ້, ບັນດາສະຫາຍສະມາຊິກພັກ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດເລືອກເອົາຄະນະ ໜ່ວຍພັກພະແນກກວດກາການນຳໃຊ້ຊັບພະຍາກອນແຮ່ທາດ ຊຸດໃໝ່ ບົນພື້ນຖານເງື່ອນໄຂທີ່ໄດ້ກໍານົດໄວ້, ເຊິ່ງຜ່ານການປ່ອນບັດຄັດເລືອກ ແລະ ກອງປະຊຸມຄັ້ງປະຖົມມະລືກເຫັນດີເລືອກເອົາ ສະຫາຍ ນ ບຸນຍະແສງ ແສງຄໍາມີ ເປັນເລຂາໜ່ວຍພັກ, ສະຫາຍ ສະເຫຼີມສັກ ໄຊຍະມົນ ເປັນຮອງເລຂາໜ່ວຍພັກ ທັງເປັນປະທານກວດກາພັກ, ສະຫາຍ ແສງແກ້ວ ຕາສະເກດ ເປັນກໍາມະການ.
ໃນວາລະກອງປະຊຸມນີ້, ສະຫາຍ ສົມແພງ ໄຊຍະແສງ, ໄດ້ສະແດງຄວາມຊົມເຊີຍ ຕໍ່ການນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກ ຊຸດເກົ່າ ທີ່ສາມາດນໍາພາສະມາຊິກພັກ-ພະນັກງານ ປະຕິບັດ ໜ້າທີ່ການເມືອງຂອງຕົນ ຍາດໄດ້ຜົນງານ ແລະ ຜົນສໍາເລັດຫຼາຍດ້ານ. ພ້ອມກັນນັ້ນ, ສະຫາຍ ຄະນະພັກຮາກຖານ, ກໍ່ໄດ້ໃຫ້ກຽດຂື້ນໂອ້ລົມຕໍ່ກອງປະຊຸມ, ເຊິ່ງໄດ້ຮຽກຮ້ອງໃຫ້ຄະນະໜ່ວຍພັກ ຊຸດໃໝ່ ຈົ່ງສືບຕໍ່ນໍາພາ-ຊີ້ນໍາ ສະມາຊິກພັກ-ພະນັກງານ ໃຫ້ກໍາແໜ້ນແນວທາງປ່ຽນແປງໃໝ່ຂອງພັກ ຄຽງຄູ່ກັບການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ ໃຫ້ມີຜົນສໍາເລັດຍິ່ງຂຶ້ນ.
ຂ່າວໂດຍ: ພິກຸນທອງ ບຸນໃສ

 

ຈຳນວນຜູ້ເຂົ້າຊົມເວັບໄຊ
ແຈ້ງການ ການຄວບຄຸມ ແລະ ແກ້ໄຂບັນຫາມົນລະພິດທາງອາກາດ ທີ່ເກີດຂຶ້ນຈາກການຈູດ ຂີ້ເຫຍື້ອ ແລະ ສິ່ງເສດເຫຼືອ, ປ່າ, ໄຮ່, ທົ່ງນາ ແລະ ສວນ ໃນລະຫວ່າງ ເດືອນ ກຸມພາ ຫາ ເດືອນ ເມສາ 2025