ກອງປະຊຸມປຶກສາຫາລືແບບມີສ່ວນຮ່ວມ ຂັ້ນສູນກາງ ກ່ຽວກັບໂຄງການຂຸດຄົ້ນດິນໜຽວ ແລະ ຫີນຊາຍ ເນື້ອທີ່ 77,95 ເຮັກຕາ

14/03/2025

ກອງປະຊຸມປຶກສາຫາລືແບບມີສ່ວນຮ່ວມ ຂັ້ນສູນກາງ ກ່ຽວກັບໂຄງການຂຸດຄົ້ນດິນໜຽວ ແລະ ຫີນຊາຍ ເນື້ອທີ່ 77,95 ເຮັກຕາ

 
ໃນຕອນເຊົ້າຂອງວັນທີ 14 ມີນາ 2025 ທີ່ຫ້ອງວ່າການປົກຄອງ ແຂວງວຽງຈັນ, ກົມສິ່ງແວດລ້ອມ (ກສລ), ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຮ່ວມກັບ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ (ພຊສ) ແຂວງ ວຽງຈັນ, ຈັດກອງປະຊຸມປຶກສາຫາລື ແບບມີສ່ວນຮ່ວມ ຂັ້ນສູນກາງ ກ່ຽວກັບ ບົດປະເມີນຜົນກະທົບສິ່ງແວດລ້ອມ ແບບລະອຽດ, ແຜນຄຸ້ມຄອງ ແລະ ຕິດຕາມ ກວດກາ ສິ່ງແວດລ້ອມ, ຂອງໂຄງການຂຸດຄົ້ນດິນໜຽວ ແລະ ຫີນຊາຍ ໂດຍການເປັນປະທານຂອງ ທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີ ກຊສ, ມີທ່ານ ວິລະສັກ ຈຸນດາຣາ ຫົວໜ້າ ກສລ, ທ່ານ ສະໝານ ວິເສດຍະພົງສ໌ ຫົວໜ້າ ພຊສ ແຂວງວຽງຈັນ, ທ່ານ ກົງຈັນ ພັນທະມິດ ເຈົ້າເມືອງໆຫີນເຫີບ ແຂວງວຽງຈັນ, ທ່ານຫົວໜ້າ, ຮອງຫົວໜ້າຫ້ອງການ ແລະ ຜູ້ຕາງໜ້າຈາກ ບໍລິສັດ ວຽງຈັນຫົງຊື ໃສທິລາດ ຊີມັງ ຈໍາກັດ ແລະ ບໍລິສັດ ແສງສຸລິຍາຄູນຊັບ ທີ່ປຶກສາດ້ານສິ່ງແວດລ້ອມ ຈໍາກັດຜູ້ດຽວ, ພ້ອມດ້ວຍ ບັນດາຜູ້ຕາງໜ້າຈາກ ພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ/ທ້ອງຖິ່ນ ເຂົ້າຮ່ວມ.
ໂຄງການຂຸດຄົ້ນດິນໜຽວ ແລະ ຫີນຊາຍ ເປັນໂຄງການໜຶ່ງ ທີ່ໄດ້ແບ່ງເຂດຂຸດຄົ້ນດິນໜຽວ ຢູ່ 2 ບ້ານ ຄື: ເຂດບ້ານນາພ້ອງ ໃນເນື້ອທີ່ 37,95 ເຮັກຕາ ແລະ ເຂດບ້ານນາຊັດ ໃນເນື້ອທີ່ 40 ເຮັກຕາ ຂອງເມືອງຫີນເຫີບ ແຂວງວຽງຈັນ, ເຊິ່ງສະເລ່ຍສາມາດການຂຸດຄົ້ນດິນໜຽວໄດ້ ປະມານ 72,000 ໂຕນ/ປີ ແລະ ສະເລ່ຍ 200 ໂຕນ/ວັນ, ມີປະລິມານແຮ່ສະສົມດິນໜຽວ ທັງໝົດປະມານ 6,308,000 ໂຕນ, ເຊິ່ງຄາດວ່າຈະສາມາດຂຸດຄົ້ນໄດ້ທັງໝົດ 1,322,448 ໂຕນ ແລະ ປະລິມານແຮ່ສະສົມຫີນ-ຊາຍ ມີທັງໝົດປະມານ 6,094,000 ໂຕນ, ເຊິ່ງຄາດວ່າຈະສາມາດຂຸດໄດ້ 4,736,842 ໂຕນ, ໂຄງການດັ່ງກ່າວ ມີອາຍຸສຳປະທານ 20 ປີ (ໄລຍະກໍ່ສ້າງ 1 ປີ, ໄລຍະດໍາເນີນງານ 17 ປີ ແລະ ໄລຍະປິດບໍ່ 2 ປີ).
ກອງປະຊຸມໃນຄັ້ງນີ້ ໄດ້ຮັບຟັງການລາຍງານສະພາບລວມ, ປະຫວັດຄວາມເປັນມາ, ຮ່າງບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ ແລະ ແຜນການຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ຂອງໂຄງການ ພ້ອມທັງຮັບຟັງການກໍານົດບັນດາມາດຕະການຫຼຸດຜ່ອນ, ແກ້ໄຂຜົນກະທົບ ແລະ ຄວາມສ່ຽງດ້ານຕ່າງໆ ພາຍຫຼັງໄດ້ຮັບຟັງການລາຍງານແລ້ວກໍ່ໄດ້ມີຄໍາຖາມເຈາະຈີ້ມ ແລະ ຄໍາແນະນໍາ ໃຫ້ເຈົ້າຂອງໂຄງການ ເອົາໃຈໃສ່ປັບປຸງຮ່າງບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ ແລະ ແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ຕາມຄໍາຄິດຄຳເຫັນຂອງທຸກພາກສ່ວນໃນກອງປະຊຸມ ຄັ້ງນີ້ ແລະ ນໍາສົ່ງມາຍັງ ກຊສ ເພື່ອດໍາເນີນການທົບທວນຕື່ມ ແລະ ພິຈາລະນາ ກ່ຽວກັບ ການສະເໜີອອກໃບຢັ້ງຢືນ ກ່ຽວກັບ ສິ່ງແວດລ້ອມ. ສິ່ງສໍາຄັນ ຖ້າເມື່ອໃດໂຄງການໄດ້ຮັບໃບຢັ້ງຢືນ ກ່ຽວກັບ ສິ່ງແວດລ້ອມແລ້ວ, ຕ້ອງປະຕິບັດມາດຕະການສິ່ງແວດລ້ອມ ດັ່ງທີ່ລະບຸໃນເອກະສານດັ່ງກ່າວ ຢ່າງເຂັ້ມງວດ ເພື່ອຫຼີກລ່ຽງບັນຫາຜົນກະທົບທີ່ຈະເກີດຂຶ້ນຕາມມາພາຍຫຼັງ.
ຈາກນັ້ນໃນຕອນທ້າຍ ທ່ານປະທານກອງປະຊຸມ ກໍ່ໄດ້ສະຫຼຸບຜົນການປຶກສາຫາລື ຂອງກອງປະຊຸມ ຄັ້ງນີ້ ແລະ ຮຽກຮ້ອງມາຍັງບັນດາທ່ານ ຍົກສູງຄວາມຮັບຜິດຊອບຂອງຂະແໜງການຕົນ ໃນການປຶກສາຫາລື ແຕ່ລະເນື້ອໃນ ພ້ອມທັງປະກອບຄໍາຄິດ-ຄໍາເຫັນ ຕໍ່ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ ພ້ອມດ້ວຍ ແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ຂອງໂຄງການດັ່ງກ່າວ ໃຫ້ມີຄວາມຄົບຖ້ວນ, ສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນສູງ. ສໍາລັບ ເຈົ້າຂອງໂຄງການ, ກໍ່ຕ້ອງເອົາໃຈໃສ່ໃນການ ຈັດຕັ້ງປະຕິບັດວຽກງານຕົວຈິງ ທັງໃນໄລຍະກໍ່ສ້າງ ແລະ ດໍາເນີນກິດຈະການ ແລະ ຕ້ອງຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດ, ສິ່ງສໍາຄັນ ຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບ ທີ່ອາດຈະເກີດຂຶ້ນຈາກການດໍາເນີນໂຄງການ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.ຕາມກົດໝາຍ.
 

 

ຈຳນວນຜູ້ເຂົ້າຊົມເວັບໄຊ
ແຈ້ງການ ການຄວບຄຸມ ແລະ ແກ້ໄຂບັນຫາມົນລະພິດທາງອາກາດ ທີ່ເກີດຂຶ້ນຈາກການຈູດ ຂີ້ເຫຍື້ອ ແລະ ສິ່ງເສດເຫຼືອ, ປ່າ, ໄຮ່, ທົ່ງນາ ແລະ ສວນ ໃນລະຫວ່າງ ເດືອນ ກຸມພາ ຫາ ເດືອນ ເມສາ 2025