ລັດຖະບານ ຫັນເປັນທັນສະໄໝໃນການຈັດເກັບອາກອນຊື້-ຂາຍ ສິດນຳໃຊ້ທີ່ດິນຜ່ານລະບົບທະນາຄານ ແລະ ການຄຸ້ມຄອງຂໍ້ມູນຂ່າວສານທີ່ດິນ ແຫ່ງຊາດ
14/03/2025

ໃນວັນທີ 14 ມີນາ 2025 ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ຫຼື MOU ເພື່ອສົ່ງເສີມການຮ່ວມມືຈັດຕັ້ງປະຕິບັດໂຄງການ ວ່າດ້ວຍການສ້າງ, ພັດທະນາລະບົບ, ບໍລິການ ແລະ ຄຸຸ້ມຄອງລະບົບຂໍ້ມູນຂ່າວສານທີີ່ດິນ ແຫ່ງຊາດ ແບບທັນສະໄໝ ລະຫວ່າງ ພະແນກການເງິນນະຄອນຫຼວງວຽງຈັນ ແລະ ບໍລິສັດ ລາວພັດທະນາ ແລະ ບໍລິການທີ່ດິນ ຈໍາກັດ ຮ່ວມລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ຄັ້ງນີ້ ໂດຍທ່ານ ວຽງສາລີ ອິນທະພົມ ຜູ້ຕາງໜ້າ ພະແນກການເງິນ ນະຄອນຫຼວງວຽງຈັນ ແລະ ທ່ານ ຄໍາພັນ ສຸພາບ ປະທານ ບໍລິສັດ ລາວພັດທະນາ ແລະ ບໍລິການທີ່ດິນ ຈຳກັດ ເຊັນລົງນາມເປັນພະຍານ ໂດຍມີ ທ່ານ ວິລະນະ ສອນນະສິນ ຫົວໜ້າກົມທີ່ດິນ ແລະ ທ່ານ ອາໂນໄທ ຈັນທະລາສີ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ນະຄອນຫຼວງວຽງຈັນ. ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອງຫຼວງວຽງຈັນ ບັນດາເຈົ້າເມືອງ 9 ຕົວເມືອງໃນນະຄອນຫຼວງວຽງຈັນ, ບັນດາຫົວໜ້າກົມ, ຫົວໜ້າສູນ, ກະຊວງກ່ຽວຂ້ອງ, ຫົວໜ້າພະແນກການກ່ຽວຂ້ອງ ຂອງນະຄອນຫຼວງວຽງຈັນ ແລະ ພາກສ່ວນທຸລະກິດ ເຂົ້າຮ່ວມ.
ບົດບັນທຶກຄວາມເຂົ້າໃຈ ດັ່ງກ່າວ ແມ່ນການທົດລອງຈັດເກັບລາຍຮັບຈາກອາກອນຊື້-ຂາຍສິດນຳໃຊ້ທີ່ດິນຜ່ານລະບົບທະນາຄານ ແລະ ການຄຸ້ມຄອງຂໍ້ມູນຂ່າວສານທີ່ດິນ ແຫ່ງຊາດ ແບບທັນສະໄໝ. ໂດຍ ບໍລິສັດ ພັດທະນາລະບົບ API Gateway ລົງທຶນ 100% ເພື່ອເຊື່ອມຕໍ່ລະບົບຂອງກົມທີ່ດິນເຂົ້າກັບລະບົບຂອງບັນດາທະນາຄານ ແລະ ຊ່ອງທາງອື່ນໆ ຕາມກົນໄກລະບົບຊຳລະຂອງກະຊວງການເງິນ. ບໍລິສັດ ໄດ້ອອກແບບ ແລະ ຕິດຕັ້ງລະບົບພື້ນຖານໂຄງລ່າງລວມມີລະບົບເຊີເວີ້, ລະບົບເຄືອຂ່າຍ, ລະບົບສໍາຮອງຂໍ້ມູນ ແລະ ລະບົບຄວາມປອດໄພໃຫ້ມີປະສິດຕິພາບສູງສຸດ. ບໍລິສັດ ພັດທະນາລະບົບສະໜອງການບໍລິການຂໍ້ມູນທີ່ດິນໃຫ້ແກ່ພາກສ່ວນອື່ນໆທີ່ຕ້ອງການເຊື່ອມຕໍ່ ແລະ ນຳໃຊ້ຂໍ້ມູນທີ່ດິນ ຢ່າງເປັນລະບົບ, ໂປ່ງໃສ ແລະ ສາມາດກວດສອບຕິດຕາມໄດ້ ສ້າງລະບົບອອກໃບບິນ (e-Billing) ສະລັບໃບຮັບເງິນອາກອນທີ່ດິນ (ພາສີທີ່ດິນ) ຄ່າທໍານຽມ ແລະ ຄ່າບໍລິການຂອງທີ່ດິນ ໃນນີ້ ບໍລິສັດຍັງໄດ້ພັດທະນາ ແລະ ຄຸ້ມຄອງການເຊື່ອມຕໍ່ກັບລະບົບເກັບເງິນສົດ (POS) ຂອງບັນດາພາກສ່ວນຕ່າງໆ ໃຫ້ປະຊາຊົນຢູ່ໃນທ້ອງຖິ່ນຕ່າງໆ ສາມາດ ຊຳລະສະສາງດ້ວຍເງິນສົດໄດ້.
ລະບົບເຄືອຂ່າຍທີ່ທັນສະໄໝ ສາມາດຫັນເອົາວຽກງານຄຸ້ມຄອງທີ່ດິນໃຫ້ເປັນແບບທັນສະໄໝ ເພື່ອຕອບສະໜອງການບໍລິການ ກ່ຽວກັບ ທີ່ດິນໃຫ້ມີຄວາມວ່ອງໄວ, ມີຄວາມປອດໄພດ້ານລະບົບ, ມີຄວາມໂປ່ງໃສ ແລະ ສາມາດເຊື່ອມໂຍງເຂົ້າກັບຂະແໜງການການເງິນ ໃນການເກັບລາຍຮັບເຂົ້າງົບປະມານ ຜ່ານລະບົບການເງິນການທະນາຄານ.
ຂ່າວໂດຍ: ພິກຸນທອງ ບຸນໃສ