ພິທີປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955 – 22 ມີນາ 2025) ແລະ ວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 79 ປີ (21 ມີນາ 1946 – 21 ມີນາ 2025)
18/03/2025

ໃນຕອນເຊົ້າຂອງວັນທີ 18 ມີນາ 2025 ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ມີການຈັດພິທີປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955 – 22 ມີນາ 2025) ແລະ ວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 79 ປີ (21 ມີນາ 1946 – 21 ມີນາ 2025). ເປັນກຽດປາຖະກະຖາ ແລະ ເຜີຍແຜ່ເຊື່ອມຊຶມເອກະສານ ໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ, ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ, ຜູ້ເຂົ້າຮ່ວມຮັບຟັງມີ ເລຂາຄະນະພັກກະຊວງ, ຄະນະປະຈໍາພັກ, ຄະນະພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ພາຍໃນກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າຮ່ວມຈຳນວນທັງໝົດ 366 ສະຫາຍ, ຍິງ 128 ສະຫາຍ.
ຈຸດປະສົງຂອງ ການປາຖະກະຖາໃນຄັ້ງນີ້ ເພື່ອທົບທວນຄືນມູນເຊື້ອ ແລະ ໄຊຊະນະອັນຍິ່ງໃຫຍ່ ຂອງການປະຕິວັດພາຍໃຕ້ການນຳພາ-ຊີ້ນຳ ຂອງພັກປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 70 ປີຜ່ານມາ, ເພື່ອເປັນການໂຄສະນາສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກ ໄດ້ຮັບຮູ້, ເຂົ້າໃຈ ກ່ຽວກັບປະຫວັດສາດ ແລະ ມູນເຊື້ອການນຳພາຂອງພັກ ແລະ ເພື່ອເປັນການສັນລະເສີນຄຸນງາມຄວາມດີ, ຄວາມເສຍສະຫຼະອຸທິດເຫື່ອແຮງ, ສະຕິປັນຍາເຂົ້າໃນການຕໍ່ສູ້ກູ້ຊາດໃນສະໄໝສົງຄາມ ແລະ ເຫັນໄດ້ຜົນງານອັນໃຫຍ່ຫຼວງຂອງບັນດາບັນພະບູລຸດຜູ້ທີ່ເສຍສະຫຼະຊີວິດ, ເພື່ອປະຊາຊົນລາວ, ເພື່ອປະເທດຊາດ.
ໃນພິທີປາຖະກະຖາ ສະຫາຍ ລາວປາວຊົ່ງ ນະວົງໄຊ ໄດ້ມີການເຜີຍແຜ່ເອກະສານວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ໃຫ້ບັນດາຜູ້ທີ່ເຂົ້າຮ່ວມໄດ້ຮັບຮູ້ເຖິງມູນເຊື້ອປະຫວັດສາດ, ຫວນຄືນປະຫວັດແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ ນັບແຕ່ມື້ສ້າງຕັ້ງຮອດປະຈຸບັນ ຂະບວນວິວັດແຫ່ງການກຳເນີດຂອງພັກປະຊາຊົນປະຕິວັດລາວ 70 ປີ ແຫ່ງການ ຊີ້ນຳ-ນຳພາ ຂອງພັກປະຊາຊົນປະຕິວັດລາວ, ຕະຫຼອດໄລຍະ 70 ປີ ແຫ່ງການນຳພາຂອງພັກ, ບໍ່ວ່າຈະເປັນໄລຍະຕໍ່ສູ້ກູ້ຊາດ, ນັບແຕ່ມື້ສ້າງຕັ້ງພັກໃນວັນທີ 22 ມີນາ 1955 ເປັນຕົ້ນມາ ພັກເຮົາໄດ້ມີການນຳພາ-ຊີ້ນຳ ເດັດດ່ຽວ, ມີວິທະຍາສາດ ແລະ ມີຄວາມສະຫຼາດສ່ອງໃສ ອັນໄດ້ນຳພາປວງຊົນລາວບັນດາເຜົ່າຜູ້ຮັກຊາດ ຕໍ່ສູ້ກັບອິດທິກຳລັງປໍລະປັກທີ່ໂຫດຮ້າຍປ່າເຖື່ອນ ມີກຳລັງບໍ່ວ່າຈະເປັນຈຳນວນພົນ, ອາວຸດ ແລະ ເຕັກນິກທີ່ທັນສະໄໝເໜືອກວ່າເປັນຫຼາຍເທົ່າ, ແຕ່ດ້ວຍຄວາມສະຫຼາດສ່ອງໃສ ແລະ ຄວາມມີໄຫວພິບປະຕິພານຂອງພັກ ບວກກັບນ້ຳໃຈຮັກຊາດ ບໍ່ຍອມຈຳນົນຕໍ່ສັດຕູຜູ້ຮຸກຮານຂອງຄົນລາວ, ພັກປະຊາຊົນປະຕິວັດລາວ ໃນເມື່ອກ່ອນ ກໍ່ຄື ພັກປະຊາຊົນປະຕິວັດລາວ ໃນປັດຈຸບັນ ຈຶ່ງສາມາດນຳພາປວງຊົນລາວປົດປ່ອຍຊາດ ແລະ ປະກາດເອກະລາດ ແລະ ອະທິປະໄຕ ຂອງຕົນຂຶ້ນໃນວັນທີ 2 ທັນວາ 1975, ພາຍຫຼັງປົດປ່ອຍຊາດ ພັກເຮົາກໍ່ໄດ້ນຳພາປວງຊົນລາວດຳເນີນການປົວແປງ ບາດແຜສົງຄາມ ແລະ ປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ໝັ້ນຄົງ ແລະ ສີວິໄລ, ຕະຫຼອດ 70 ປີ ແຫ່ງການສ້າງຕັ້ງພັກປະຊາຊົນປະຕິວັດລາວ ແລະ 50 ປີ ແຫ່ງການສະຖາປະນາ ສປປ ລາວ ພັກເຮົາໄດ້ມີຜົນງານອັນຍິ່ງໃຫຍ່ ແລະ ມະຫາສານ ເປັນຕົ້ນແມ່ນ ດ້ານການເມືອງ ສາມາດປົກປັກຮັກສາເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນ ໄວ້ຢ່າງໝັ້ນຄົງ ພັກໄດ້ນໍາພາການພັດທະນາເສດຖະກິດ ແລະ ສັງຄົມ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ, ດ້ານວັດທະນະທຳ ໄດ້ມີການປົກປັກຮັກສາ ແລະ ເສີມຂະຫຍາຍ, ສປປ ລາວ ໃຫ້ມີບົດບາດ ແລະ ໃບໜ້າໃໝ່ ໃນເວທີສາກົນ ປະກອບສ່ວນໃນການພັດທະນາຢູ່ພາກພື້ນ ແລະ ໃນໂລກ. ສະຫາຍ ໄດ້ຍົກໃຫ້ເຫັນບາງເນື້ອໃນສຳຄັນ ບັ້ນຮົບປ້ອງກັນເມືອງທ່າແຂກ ແມ່ນໜຶ່ງໃນບັ້ນຮົບຕໍ່ສູ້ທີ່ສຳຄັນທີ່ສຸດຢູ່ໃນລາວ, ບໍ່ພຽງແຕ່ເປັນ ວັນຄຽດແຄ້ນຂອງປະຊາຊົນລາວຕໍ່ພວກລ່າເມືອງຂຶ້ນຝຣັ່ງຜູ້ຮຸກຮານເທົ່ານັ້ນ, ແຕ່ຍັງສະແດງເຖິງຄວາມສາມັກຄືຕໍ່ສູ້ດ້ວຍເລືອດເນື້ອລະຫວ່າງປະຊາຊົນສອງຊາດລາວ-ຫວຽດນາມ, ອ້າຍນ້ອງທີ່ເປັນແວ່ນແຍງອັນເຫຼື້ອມໃສຂອງນ້ຳໃຈສູ້ຮົບຢ່າງພິລາດອາດຫານ, ບໍ່ຍອມຈຳນົນຂອງກອງທັບ ແລະ ປະຊາຊົນ ເມືອງທ່າແຂກ ກໍ່ຄືການບັນຊາທີ່ເດັດດ່ຽວໜຽວແໜ້ນຂອງຄະນະບັນຊາການກຳລັງປະກອບອາວຸດພວກເຮົານຳໂດຍ ປະທານສຸພານຸວົງ ເປັນຜູ້ບັນຊາການທີ່ກ້າແກ່ນ, ບັ້ນຮົບປ້ອງກັນເມືອງທ່າແຂກ ໄດ້ສະແດງໃຫ້ປະຊາຊົນລາວ ແລະ ຊາວໂລກ ເຫັນແຈ້ງເຖິງທາດແທ້, ຄວາມປ່າເຖື່ອນໂຫດຫ້ຽມໄຮ້ມະນຸດສະທຳຂອງພວກລ່າເມືອງຂຶ້ນຂຶ້ນທີ່ມີຕໍ່ປະຊາຊົນລາວ ໂດຍສະເພາະແມ່ນຕໍ່ປະຊາຊົນຊາວເມືອງທ່າແຂກ , ເຊິ່ງໄດ້ກາຍເປັນກະແສຟອງໃຫ້ແກ່ຂະບວນການປະຕິວັດຊາດ ປະຊາທິປະໄຕ ຂອງພວກເຮົາກ້າວໄປສູ່ການປົດປ່ອຍຢ່າງສົມບູນ ທັງນີ້ກະເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ການເຄື່ອນໄຫວຂອງພັກໃນແຕ່ລະໄລຍະບົນເສັ້ນທາງປະຕິວັດອັນສະຫຼາດສ່ອງໃສ, ຄວາມເສຍສະລະເລືອດເນື້ອເພື່ອການປະຕິວັດ, ຖືເອົາແບບແຜນຄຸນງາມຄວາມດີ, ຄວາມອົງອາດກ້າຫານຂອງພະນັກງານ ປະຕິວັດອາວຸໂສຮຸ່ນກ່ອນມາໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງໃຫ້ໄດ້ຮັບປະສິດທິພາບສູງ.
ໃນວາລະຕອນທ້າຍ ໄດ້ມີພິທີປະດັບຫຼຽນລະນຶກ 70 ປີ ວັນສ້າງຕັ້ງພັກ ແລະ ປະກາດພະນັກງານອອກພັກການ-ຮັບອຸດໜູນບໍານານ ຂອງ ກຊສ ໂດຍຜ່ານ ມະຕິຕົກລົງວ່າດ້ວຍປະດັບຫຼຽນລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຈໍານວນ 2 ສະຫາຍ ຄື: 1) ສະຫາຍ ນາງ ບຸນຄໍາ ວໍລະຈິດ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, 2) ສະຫາຍ ຄໍາແດງ ອ່ອນມະນີວົງ ຮອງເລຂາໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານສະຖາບັນຄົ້ນຄວ້າຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການອະນຸມັດໃຫ້ພະນັກງານ ອອກພັກການ-ຮັບອຸດໜູນບຳນານ ພ້ອມດ້ວຍດຳລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ພະນັກງານ ອອກພັກການ-ຮັບອຸດໜູນບຳນານ ຈຳນວນ 1 ສະຫາຍ ຄື: ສະຫາຍ ນາງ ບົວຄຳ ສຸລິວັນ ກຳມະການຄະນະພັກກະຊວງ, ເລຂາຄະນະພັັກຮາກຖານກົມແຜນການ ແລະ ການເງິນ, ຫົວໜ້າຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ.
ຂ່າວໂດຍ: ເຈ ລີຈັ້ງ