ກອງປະຊຸມປຶກສາຫາລືແບບມີສ່ວນຮ່ວມ ຂັ້ນສູນກາງ ຂອງໂຄງການສະໝາມກັອຟ ແລະ ຣີສອດ
21/03/2025

ໃນວັນທີ 21 ມີນາ 2025 ທີ່ ນະຄອນຫຼວງວຽງຈັນ, ກົມສິ່ງແວດລ້ອມ (ກສລ), ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຈັດກອງປະຊຸມ ຮ່ວມກັບ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ພຊສ) ນະຄອນຫຼວງວຽງຈັນ, ເພື່ອປຶກສາຫາລືແບບມີສ່ວນຮ່ວມ ຂັ້ນສູນກາງ ກ່ຽວກັບ ບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ, ແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ, ຂອງໂຄງການສະໝາມກັອຟ ແລະ ຣີສອດ ຢູ່ທີ່ ເຂດເສດຖະກິດພິເສດ ບຶງທາດຫຼວງ, ໂດຍການເປັນປະທານຂອງ ທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີ ກຊສ, ມີທ່ານ ອໍລະຫັນ ບຸນຍະພາລົມ ຮອງຫົວໜ້າ ກສລ, ທ່ານ ຄໍາສະຫວັນ ໂຄດໄຊ ຮອງເຈົ້າເມືອງ ເມືອງໄຊເສດຖາ, ມີຜູ້ຕ່າງໜ້າຈາກເຈົ້າຂອງໂຄງການ ແລະ ບໍລິສັດ ທີ່ປຶກສາສິ່ງແວດລ້ອມ ພ້ອມດ້ວຍ ບັນດາຜູ້ຕາງໜ້າຈາກພາກ ສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ, ນະຄອນຫຼວງ ແລະ ບ້ານ ທີ່ຢູ່ເຂດພື້ນທີ່ຂ້າງຄຽງເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ ໄດ້ຮັບຟັງການລາຍງານສະພາບລວມ, ປະຫວັດຄວາມເປັນມາ, ຮ່າງບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ ແລະ ແຜນການຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ຂອງໂຄງການ ພ້ອມທັງຮັບຟັງການກໍານົດບັນດາມາດຕະການຫຼຸດຜ່ອນ, ແກ້ໄຂຜົນກະທົບ ແລະ ຄວາມສ່ຽງດ້ານຕ່າງໆຂອງໂຄງການ. ໂຄງການດັ່ງກ່າວ ມີເນື້ອທີ່ທັງໝົດ 62,12 ເຮັກຕ້າ, ໃນນັ້ນ ສ້າງສະໝາມກັອຟ 547,491 ຕາແມັດ, ສ້າງໂຮງແຮມ 340,000 ຕາແມັດ ມີອາຍຸການສໍາປະທານ 99 ປີ ເຊິ່ງເປັນໂຄງການໜື່ງທີ່ເຂົ້າມາລົງທຶນຕາມແຜນແມ່ບົດໃນເຂດເສດຖະພິເສດບຶງທາດຫຼວງ ໂຄງການນີ້ບໍ່ມີຜົນກະທົບຕໍ່ສິດນໍາໃຊ້ທີ່ດິນ ແລະ ຊັບສິນທີ່ຢູ່ເທິງໜ້າດິນຂອງປະຊາຊົນ, ໂຄງການ ໄດ້ແບ່ງອອກເປັນ 2 ໂຊນ ຄື: 1) ໂຊນສະໜາມກັອຟ ປະກອບມີ: ສະໜາມກັອຟ 18 ຫຼຸມ, Golf Club Houes ແລະ Golf Village; ແລະ 2) ໂຊນກໍ່ສ້າງຕຶກອາຄານ ແລະ ຣີສອດ ປະກອບມີ: ຕຶກ Global Brand serviced, ໂຮງແຮມ Global Hotel Brand Tower ( 68 ຊັ້ນ), Diplomatic Condo, ໂຮງແຮມ The Qube, ຮ້ານອາຫານ, ຮ້ານບັນເທີງ, ສູນການຄ້າການທ່ອງທ່ຽວລະດັບສາກົນ ແລະ ຮ້ານຄ້າປອດພາສີລວມທັງອົງປະກອບສິ່ງອໍານວຍຄວາມສະດວກອື່ນໆ
ພາຍຫຼັງໄດ້ຮັບຟັງການລາຍງານແລ້ວ ກໍ່ໄດ້ມີຄໍາຖາມເຈາະຈີ້ມ ແລະ ຄໍາແນະນໍາ ໃຫ້ເຈົ້າຂອງໂຄງການ ເອົາໃຈໃສ່ປັບປຸງຮ່າງບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ ແລະ ແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ຕາມຄໍາຄິດຄຳເຫັນຂອງທຸກພາກສ່ວນໃນກອງປະຊຸມ ຄັ້ງນີ້ ແລະ ນໍາສົ່ງມາຍັງ ກຊສ ເພື່ອດໍາເນີນການທົບທວນຕື່ມ ແລະ ພິຈາລະນາ ກ່ຽວກັບ ການສະເໜີອອກ ໃບຢັ້ງຢືນສິ່ງແວດລ້ອມ. ສິ່ງສໍາຄັນ ຖ້າເມື່ອໃດໂຄງການໄດ້ຮັບ ໃບຢັ້ງຢືນສິ່ງແວດລ້ອມແລ້ວ, ຕ້ອງປະຕິບັດມາດຕະການສິ່ງແວດລ້ອມ ດັ່ງທີ່ລະບຸໃນເອກະສານດັ່ງກ່າວ ຢ່າງເຂັ້ມງວດ ເພື່ອຫຼີກລ່ຽງບັນຫາຜົນກະທົບທີ່ຈະເກີດຂຶ້ນຕາມມາພາຍຫຼັງ.
ໃນຕອນທ້າຍກອງປະຊູມນັ້ນ ທ່ານປະທານກອງປະຊຸມ ກໍ່ໄດ້ຕີລາຄາ ແລະ ສະຫຼຸບຜົນການປຶກສາຫາລື ຂອງກອງປະຊຸມ ຄັ້ງນີ້ ແລະ ຮຽກຮ້ອງມາຍັງບັນດາທ່ານ ຍົກສູງຄວາມຮັບຜິດຊອບຂອງຂະແໜງການຕົນ ໃນການປຶກສາຫາລື ແຕ່ລະເນື້ອໃນ ພ້ອມທັງປະກອບຄໍາຄິດ-ຄໍາເຫັນ ຕໍ່ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ ພ້ອມດ້ວຍ ແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ຂອງໂຄງການດັ່ງກ່າວ ໃຫ້ມີຄວາມຄົບຖ້ວນ, ສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນສູງ. ສໍາລັບ ເຈົ້າຂອງໂຄງການ, ກໍ່ຕ້ອງເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ທັງໃນໄລຍະກໍ່ສ້າງ ແລະ ໄລຍະດໍາເນີນກິດຈະການ, ຜູ້ພັດທະນາໂຄງການຕ້ອງຮັບປະກັນ ບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດ, ສິ່ງສໍາຄັນ ຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບ ທີ່ອາດຈະເກີດຂຶ້ນຈາກການດໍາເນີນໂຄງການ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.
ຂ່າວໂດຍ ເຈ ລີຈັ້ງ