ກອງປະຊຸມປືກສາຫາລື ກ່ຽວກັບການສົ່ງເສີມການນໍາໃຊ້ລະບົບບໍລິຫານ ແລະ ຄຸ້ມຄອງລະບົບຂໍ້ມູນຂ່າວສານທີ່ດິນແຫ່ງຊາດ ແບບທັນສະໄໜ ລະຫວ່າງ ກົມທີ່ດິນ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກັບ ກົມເຕັກໂນໂລຊີຂ່າວສານ ການເງິນ ກະຊວງການເງິນ ແລະ ຜູ້ຮ່ວມພັດທະນາ ບໍລິສັດ ລາວພັດທະນາ
18/03/2025

ໃນຕອນບ່າຍວັນທີ ວັນທີ 18 ມີນາ 2025 ຢູ່ທີ່ກົມທີ່ດິນ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການເຊື່ອມຕໍ່ລະບົບຂໍ້ມູນຂ່າວສານທີ່ດິນແຫ່ງຊາດ ເພື່ອຫັນເປັນທັນສະໄໝ ລະຫວ່າງ ກົມທີ່ດິນ ກຊສ ແລະ ກົມເຕັກໂນໂລຊີ ຂ່າວສານ ການເງິນ ກະຊວງການເງິນ, ໂດຍການເປັນປະທານ ຂອງ ທ່ານ ວິລະນະ ສອນນະສິນ ຫົວໜ້າກົມທີ່ດິນ, ມີ ປອ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂ່າວສານການເງິນ (ກງ),ມີ ຫົວໜ້າພະແນກ, ຮອງພະແນກ ແລະ ວິຊາການ ກົມກ່ຽວຂ້ອງຂອງ ຂອງສອງກົມເຂົ້າຮ່ວມ ພ້ອມດ້ວຍພະນັກງານ ບໍລິສັດ ລາວພັດທະນາ ແລະ ບໍລິການທີ່ດິນ ຈໍາກັດ (ລພບ) ຜູ້ພັດທະນາລະບົບ ເຂົ້າຮ່ວມລວມທັງໝົດ 19 ທ່ານ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອ ປຶກສາຫາລື ກ່ຽວກັບການເຊື່ອມຕໍ່ລະບົບຂໍ້ມູນຂ່າວສານທີ່ດິນແຫ່ງຊາດ ເພື່ອຫັນເປັນທັນສະໄໝ ໃນການນຳໃຊ້ຖານຂໍ້ມູນທີ່ດິນແຫ່ງຊາດ ຫາລະບົບຂອງກະຊວງການເງິນ ໃນການຈັດເກັບຄ່າທໍານຽມ, ຄ່າບໍລິການ ແລະ ອາກອນທີ່ດິນ ຕາມທິດຫັນເປັນທັນສະໄໝ ທີ່ໄດ້ກໍານົດໄວ້ໃນມະຕິລັດຖະບານ ແຫ່ງ ສປປ ລາວ ສະບັບເລກທີ 05/ລບ, ລົງວັນທີ 21 ພຶດສະພາ 2024 ວ່າດ້ວຍການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດ ມະຕິ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024. ໃນທີ່ປະຊຸມຄັ້ງນີ້, ທ່ານຫົວໜ້າ ກົມທີ່ດິນໄດ້ລາຍງານໂດຍຫຍໍ້ກ່ຽວກັບຄວາມຄືບໜ້າໃນການຮ່ວມມື ກັບ ຜູ້ພັດທະນາລະບົບຂໍ້ມູນຂ່າວສານທີ່ດິນແຫ່ງຊາດ ແບບທັນສະໄໝ. ເຊີ່ງປັດຈຸບັນນີ້, ລະບົບໄດ້ມີການທົດສອບ ແລະ ດຳເນີນການໄດ້ເປັນຢ່າງດີ ລວມທັງໄດ້ສໍາເລັດການຄົ້ນຄວ້າ ຮ່າງຂໍ້ຕົກລົງ ວ່າດ້ວຍການຊໍາລະເງິນ ຊື້- ຂາຍ ສິດນໍາໃຊ້ທີ່ດິນ ຜ່ານລະບົບທະນາຄານ ທີ່ກໍາລັງນໍາສະເໜີຕໍ່ ຄະນະນໍາກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ຈາກນັ້ນໃນທີ່ປະຊຸມກໍໄດ້ມີການສົນທະນາແລກປ່ຽນຄຳຄິດຄຳເຫັນຢ່າງມີວິທະຍາສາດ ເພື່ອປັບປຸງເຮັດໃຫ້ລະບົບດັ່ງກ່າວ ສາມາດນຳໃຊ້ໃຫ້ມີປະສິດທິຜົນ ລວມທັງສ້າງຄວາມສະດວກສະບາຍໃຫ້ແກ່ຜູ້ທີ່ໃຊ້ລະບົບດັ່ງກ່າວ ແລະ ສາມາດກວດສອບໄດ້ອີກດ້ວຍ.