ກອງປະຊຸມປຶກສາຫາລືແບບມີສ່ວນຮ່ວມ ຂັ້ນແຂວງ/ສູນກາງ ກ່ຽວກັບ ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ຂອງໂຄງການພັດທະນາເຂດອຸດສາຫະກຳ-ກະສິກຳ ຢູ່ເຂດເສດຖະກິດພິເສດ ແຂວງສະຫວັນນະເຂດ

25/03/2025

ກອງປະຊຸມປຶກສາຫາລືແບບມີສ່ວນຮ່ວມ ຂັ້ນແຂວງ/ສູນກາງ ກ່ຽວກັບ ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ  ຂອງໂຄງການພັດທະນາເຂດອຸດສາຫະກຳ-ກະສິກຳ ຢູ່ເຂດເສດຖະກິດພິເສດ ແຂວງສະຫວັນນະເຂດ

ໃນຕອນເຊົ້າຂອງວັນທີ 25 ມີນາ 2025 ຢູ່ທີ່ນະຄອນຫຼວງວຽງຈັນ, ກົມສິ່ງແວດລ້ອມ (ກສລ), ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຮ່ວມກັບ ພະແນກຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ (ພຊສ) ແຂວງ ສະຫວັນນະເຂດ ໄດ້ຈັດກອງປະຊຸມປຶກສາຫາລືແບບມີສ່ວນຮ່ວມ ຂັ້ນແຂວງ/ສູນກາງ ກ່ຽວກັບ ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ພ້ອມດ້ວຍ ແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງ ແວດລ້ອມ ສະບັບເດືອນ ກໍລະກົດ 2024 ສຳລັບ ໂຄງການພັດທະນາເຂດອຸດສາຫະກຳ-ກະສິກຳ ຢູ່ເຂດເສດຖະກິດພິເສດ ແຂວງສະຫວັນນະເຂດ (ທີ່ຕັ້ງໂຄງການ ບ້ານແດນສະຫວັນ, ເມືອງເຊໂປນ, ແຂວງສະຫວັນນະເຂດ) ຂອງບໍລິສັດ ສະຫວັນພັດທະນາ ພະລັງງານ ຈຳ ກັດ ໂດຍການເປັນປະທານ ຂອງທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີ ກຊສ ມີ ທ່ານ ສົມບັດ ອິນທະວົງ ຮອງເຈົ້າເມືອງ ເມືອງເຊໂປນ, ທ່ານ ວິລະສັກ ຈຸນດາຣາ ຫົວໜ້າ ກສລ, ທ່ານ ແສນສັກ ພີມວົງສາ ຫົວໜ້າ ພຊສ ແຂວງ ສະຫວັນນະເຂດ, ມີຜູ້ຕ່າງໜ້າຈາກສະພາປະຊາຊົນແຂວງ, ມີຕາງໜ້າຈາກ ບໍລິສັດ ສະຫວັນພັດທະນາພະລັງງານ ຈຳກັດ, ບໍລິສັດ ທີ່ປຶກສາສິ່ງແວດລ້ອມ ພ້ອມດ້ວຍ ບັນດາ ຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ/ທ້ອງຖິ່ນ ແລະ ບ້ານທີ່ຢູ່ເຂດໃກ້ຄຽງໂຄງການເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ ໄດ້ຮັບຟັງການລາຍງານສະພາບລວມ, ປະຫວັດຄວາມເປັນມາ, ຮ່າງບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ ແລະ ແຜນການຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ຂອງໂຄງການ ພ້ອມທັງຮັບຟັງການກໍານົດບັນດາມາດຕະການຫຼຸດຜ່ອນ, ແກ້ໄຂຜົນກະທົບ ແລະ ຄວາມສ່ຽງຕ່າງໆທີ່ອາດຈະເກີດຂຶ້ນ. ໂຄງການພັດທະນາເຂດອຸດສາຫະກໍາ-ກະສິກໍາ ຢູ່ເຂດເສດຖະກິດພິເສດ ແຂວງ ສະຫວັນນະເຂດ (ບ້ານ ແດນສະຫວັນ ເມືອງ ເຊໂປນ ແຂວງ ສະຫວັນນະເຂດ) ເນື້ອທີ່ທັງໝົດ 1,050 ເຮັກຕາ ໃນນັ້ນ ໄດ້ແບ່ງອອກເປັນ 2 ເຂດຄື: 1). ເຂດອຸດສາຫະກຳ 400 ເຮັກຕາ ປະກອບມີ: ເຂດການຄ້າ, ເຂດທຸລະກິດນ້ຳມັນເຊື້ອໄຟ ແລະ ອາຍແກ໊ສ, ເຂດໂຮງຮຽນອະນຸບານ ແລະ ໂຮງຮຽນປະຖົມ, ເຂດພື້ນທີ່ຢູ່ອາໄສ ແລະ ເຂດພື້ນທີ່ສາທາລະ ແລະ 2). ເຂດກະສິກຳ 650 ເຮັກຕາ ປະກອບມີ: ເຂດການຜະລິດກະສິກຳໃນນັ້ນມີ: ເຂດປູກໝາກມ່ວງ, ເຂດປູກໝາກມັງກອນ, ເຂດປູກໝາກນອດ, ເຂດປູກໝາກມີ້, ເຂດປູກໝາກພຸກ ແລະ ໝາກໄມ້ອື່ນໆ. ໂຄງການດັ່ງກ່າວມີ ແມ່ນໄດ້ນອນຢູ່ 4 ບ້ານຄື: (ບ້ານ ຫ້ວຍສານ, ບ້ານ ສະກີພິນ, ບ້ານ ດົງໃຫຍ່ ແລະ ບ້ານ ກາດັບ). ແບ່ງອອກເປັນ 3 ໄລຍະຄື: ໄລຍະກະກຽມການກໍ່ສ້າງ, ໄລຍະກໍ່ສ້າງ ແລະ ໄລຍະດໍາເນີນງານ ໂຄງການດັ່ງກ່າວມີອາຍຸສຳປະທານ 50 ປີ. ຜ່ານການຮັບຟັງການສະເໜີລາຍລະອຽດ ກ່ຽວກັບ ຄວາມເປັນມາຂອງໂຄງການ, ເຕັກນິກການອອກແບບໂຄງການ, ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ລວມທັງບັນຫາຜົນກະທົບຕົ້ນຕໍ ທີ່ຈະເກີດຂື້ີນ ໃນໄລຍະກໍ່ສ້າງ ແລະ ໄລຍະການດໍາເນີນໂຄງການ ພ້ອມທັງການກຳນົດບັນດາມາດຕະການປ້ອງກັນ, ຫຼຸດຜ່ອນ ແລະ ແກ້ໄຂຜົນກະທົບ ທີ່ກໍານົດໄວ້ໃນແຜນຄຸ້ມຄອງ ແລະ ຕິດຕາມ ກວດ ກາສິ່ງແວດລ້ອມ ແລະ ຊີ້ແຈງການປັບປຸງບົດລາຍງານຕາມບົດປະກອບຄໍາເຫັນຜ່ານມາຈາກຜູ້ພັດທະນາໂຄງການ ແລະ ບໍລິສັດທີ່ປຶກສາດ້ານສິ່ງແວດລ້ອມແລ້ວ. ຈາກນັ້ນ ຜູ້ເຂົ້າຮ່ວມກໍ່ໄດ້ມີການປະກອບຄໍາຄິດເຫັນຢ່າງກົງໄປກົງມາ ຕໍ່ແຜນພັດທະນາໂຄງການ ແລະ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ຂອງໂຄງການ. ຜ່ານການປຶກສາຫາລື ແລະ ປະກອບຄໍາເຫັນຂອງຜູ້ເຂົ້າຮ່ວມກອງປະຊຸມ ສາມາດສັງລວມໄດ້ຫຼາຍໆບັນຫາສໍາຄັນ ແລະ ໃຫ້ເຈົ້າຂອງໂຄງການ ນໍາເອົາຄຳຄິດເຫັນໄປປັບປຸງຕື່ມໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ສົມບູນຂື້ນ.
ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານ ກໍ່ໄດ້ຊົມເຊີຍ ແລະ ຮຽກຮ້ອງ ມາຍັງບັນດາທ່ານ ຍົກສູງຄວາມຮັບຜິດຊອບຂອງຂະແໜງການຕົນ ໃນການປຶກສາຫາລື ແຕ່ລະເນື້ອໃນ ພ້ອມທັງປະກອບຄໍາຄິດ-ຄໍາເຫັນ ຕໍ່ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ ພ້ອມດ້ວຍ ແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ຂອງໂຄງການດັ່ງກ່າວ ໃຫ້ມີຄວາມຄົບຖ້ວນ, ສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນສູງ. ສໍາລັບ ເຈົ້າຂອງໂຄງການ ຕ້ອງເອົາໃຈ ໃສ່ໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ແລະ ຕ້ອງຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ ສັງຄົມ ແລະ ທໍາມະຊາດ, ສິ່ງສໍາຄັນ ຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບ ທີ່ອາດຈະເກີດຂຶ້ນຈາກການດໍາເນີນໂຄງການ. ຖ້າເມື່ອໃດບໍລິສັດ ໄດ້ຮັບໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ ແລ້ວ, ໂຄງການຕ້ອງປະຕິບັດມາດຕະການສິ່ງແວດລ້ອມ ດັ່ງທີ່ໄດ້ລະບຸໄວ້ໃນບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ລວມທັງແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ຢ່າງເຂັ້ມງວດ ເພື່ອຫຼີກລ່ຽງບັນຫາຜົນກະທົບທີ່ຈະເກີດຂຶ້ນຕາມມາພາຍຫຼັງ.

ທ່ານສາມາດອ່ານຕໍ່

 

ຈຳນວນຜູ້ເຂົ້າຊົມເວັບໄຊ
ແຈ້ງການ ການຄວບຄຸມ ແລະ ແກ້ໄຂບັນຫາມົນລະພິດທາງອາກາດ ທີ່ເກີດຂຶ້ນຈາກການຈູດ ຂີ້ເຫຍື້ອ ແລະ ສິ່ງເສດເຫຼືອ, ປ່າ, ໄຮ່, ທົ່ງນາ ແລະ ສວນ ໃນລະຫວ່າງ ເດືອນ ກຸມພາ ຫາ ເດືອນ ເມສາ 2025