ກອງປະຊຸມປຶກສາຫາລືແບບມີສ່ວນຮ່ວມ ຂັ້ນສູນກາງ ຂອງໂຄງການຂຸດຄົ້ນແຮ່ຄໍາ

26/03/2025

ກອງປະຊຸມປຶກສາຫາລືແບບມີສ່ວນຮ່ວມ ຂັ້ນສູນກາງ ຂອງໂຄງການຂຸດຄົ້ນແຮ່ຄໍາ

ໃນຕອນເຊົ້າ ຂອງ ວັນທີ 26 ມີນາ 2025 ຢູ່ທີ່ນະຄອນຫຼວງວຽງຈັນ, ກົມສິ່ງແວດລ້ອມ (ກສລ), ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຮ່ວມກັບ ພະແນກຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ (ພຊສ) ແຂວງ ອັດຕະປື ໄດ້ຈັດກອງປະຊຸມປຶກສາຫາລືແບບມີສ່ວນຮ່ວມ ຂັ້ນສູນກາງ ກ່ຽວກັບ ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ລວມທັງແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ສຳລັບ ໂຄງການຂຸດຄົ້ນແຮ່ຄໍາ ເນື້ອທີ່ 4,5 ກມ2 ເຂດບ້ານ ໜອງໄກ່ໂອກ, ເມືອງ ຊານໄຊ, ແຂວງ ອັດຕະປື ຂອງ ບໍລິສັດ ວັງຕັດ ສໍາຫຼວດແຮ່ທາດ ຈໍາກັດ, ໂດຍການເປັນປະທານຮ່ວມ ຂອງທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີ ກຊສ ແລະ ທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງ ແຂວງ ອັດຕະປື ມີທ່ານ ວິລະສັກ ຈຸນດາຣາ ຫົວໜ້າ ກສລ, ທ່ານ ສຸກວິໄລ ພອນສາຣະແສ ຮອງຫົວໜ້າ ພຊສ ແຂວງ ອັດຕະປື, ມີຕາງໜ້າຈາກ ບໍລິສັດ ວັງຕັດ ສໍາຫຼວດແຮ່ທາດ ຈໍາກັດ, ບໍລິສັດ ທີ່ປຶກສາສິ່ງແວດລ້ອມ ພ້ອມດ້ວຍ ບັນດທ່ານຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວ ຂ້ອງຂັ້ນສູນກາງ, ທ້ອງຖິ່ນ ແລະ ບ້ານທີ່ຢູ່ເຂດໃກ້ຄຽງໂຄງການເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ ໄດ້ຮັບຟັງການລາຍງານສະພາບລວມ, ປະຫວັດຄວາມເປັນມາ, ຮ່າງບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ ແລະ ແຜນການຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ຂອງໂຄງການ ພ້ອມທັງ ຮັບຟັງການກໍານົດບັນດາມາດຕະການຫຼຸດຜ່ອນ, ແກ້ໄຂຜົນກະທົບ ແລະ ຄວາມສ່ຽງຕ່າງໆທີ່ອາດຈະເກີດຂຶ້ນ. ບໍລິສັດ ວັງຕັດ ຂຸດຄົ້ນບໍ່ແຮ່ ຈຳກັດ ( ຫຼື ບໍລິສັດ ຫວຽດ-ລາວ ຈຳກັດ ໃນເມື່ອກ່ອນ). ປັດຈຸບັນ ມີເຂດຂຸດຄົ້ນ ແລະ ປຸງແຕ່ງແຮ່ຄໍາ ເນື້ອທີ່ 18 ກມ2 ຊຶ່ງໄດ້ເຊັນສັນຍາຂຸດຄົ້ນ ແລະ ປຸງແຕ່ງແຮ່ຄໍາ ກັບ ລັດຖະບານ. ໂຄງການຂຸດຄົ້ນແຮ່ຄໍາ ມີເນື້ອທີ່ 4,5 ກມ2 ເປັນໂຄງການພາກຂະຫຍາຍ ມີປະລິມານແຮ່ສະສົມທັງໝົດ 436.013,216 ໂຕນ, ຈະຂຸດຄົ້ນແບບອຸໂມງໃຕ້ດິນ ແລ້ວນໍາສົ່ງແຮ່ ໄປປຸງແຕ່ງ ຢູ່ໂຮງງານປຸງແຕ່ງແຮ່ຄໍາ ໃນເຂດສໍາປະທານ 18 ກມ2.. ຈາກນັ້ນ ຜູ້ເຂົ້າຮ່ວມກໍ່ໄດ້ມີການປະກອບຄໍາຄິດເຫັນຢ່າງກົງໄປກົງມາຕໍ່ແຜນພັດທະນາໂຄງການ ແລະ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ຂອງໂຄງການ. ຜ່ານການປຶກສາຫາລື ແລະ ປະກອບຄໍາເຫັນຂອງຜູ້ເຂົ້າຮ່ວມກອງປະຊຸມ ສາມາດສັງລວມໄດ້ຫຼາຍໆບັນຫາສໍາຄັນ ແລະ ໃຫ້ເຈົ້າຂອງໂຄງການ ນໍາເອົາຄຳຄິດເຫັນໄປປັບປຸງຕື່ມໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ສົມບູນຂື້ນ.
ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານ ກໍ່ໄດ້ຊົມເຊີຍ ແລະ ຮຽກຮ້ອງ ມາຍັງບັນດາທ່ານ ຍົກສູງຄວາມຮັບຜິດຊອບຂອງຂະແໜງການຕົນ ໃນການປຶກສາຫາລື ແຕ່ລະເນື້ອໃນ ພ້ອມທັງປະກອບຄໍາຄິດ-ຄໍາເຫັນ ຕໍ່ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ ພ້ອມດ້ວຍ ແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ຂອງໂຄງການດັ່ງກ່າວ ໃຫ້ມີຄວາມຄົບຖ້ວນ, ສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນສູງ. ສໍາລັບ ເຈົ້າຂອງໂຄງການ ຕ້ອງເອົາໃຈ ໃສ່ໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ແລະ ຕ້ອງຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ ສັງ ຄົມ ແລະ ທໍາມະຊາດ, ສິ່ງສໍາຄັນ ຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບ ທີ່ອາດຈະເກີດຂຶ້ນຈາກການດໍາເນີນໂຄງການ. ຖ້າເມື່ອໃດ ບໍລິສັດ ໄດ້ຮັບໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມແລ້ວ ໂຄງການຕ້ອງປະຕິບັດມາດຕະການສິ່ງແວດລ້ອມ ດັ່ງທີ່ໄດ້ລະບຸໄວ້ໃນບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ລວມທັງແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ຢ່າງເຂັ້ມງວດ ເພື່ອຫຼີກລ່ຽງບັນຫາຜົນກະທົບທີ່ຈະເກີດຂຶ້ນຕາມມາພາຍຫຼັງ.

ທ່ານສາມາດອ່ານເພີ່ມເຕີມ

 

ຈຳນວນຜູ້ເຂົ້າຊົມເວັບໄຊ
ແຈ້ງການ ການຄວບຄຸມ ແລະ ແກ້ໄຂບັນຫາມົນລະພິດທາງອາກາດ ທີ່ເກີດຂຶ້ນຈາກການຈູດ ຂີ້ເຫຍື້ອ ແລະ ສິ່ງເສດເຫຼືອ, ປ່າ, ໄຮ່, ທົ່ງນາ ແລະ ສວນ ໃນລະຫວ່າງ ເດືອນ ກຸມພາ ຫາ ເດືອນ ເມສາ 2025