ທ່ານ ລັດຖະມົນຕີ ກຊສ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງບັນດາເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ຈະໄປດໍາລົງຕໍາແໜ່ງຢູ່ຕ່າງປະເທດ
26/03/2025

ໃນຕອນເຊົ້າຂອງວັນທີ 26 ມີນາ 2025 ນີ້, ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ(ກຊສ) ໄດ້ຕ້ອນຮັບບັນດາເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ຈະໄປດໍາລົງຕໍາແໜ່ງ ຢູ່ຕ່າງປະເທດ ໃນນີ້ ມີ:
1) ທ່ານ ຈາຕຸລົງ ບົວສີສະຫວັດ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ອົດສະຕຣາລີ
2) ທ່ານ ຄໍາແພງ ດວງທອງລາ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ໂອຕ ຣິດ
3) ທ່ານ ວິລັດສອນ ວິສອນນະວົງ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສາທາລະນະລັດ ສິງກະໂປ
4) ທ່ານ ສິດສັງຄົມ ສີສະເກດ, ເອກອັກຄະລັດຖະທູດ ປະຈຳ ອາຊຽນ ທີ່ຈາກາຕາ, ອິນໂດເນເຊຍ
5) ທ່ານ ເຮືອນແກ້ວ ສັງສົມສັກ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ບຣູໄນ ດາຣູຊາລາມ.
ໃນໂອກາດດັ່ງກ່າວນີ້ ທ່ານ ລັດຖະມົນຕີ ກຊສ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ບັນດາທ່ານ ເອກອັກຄະລັດຖະທູດ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕໍາແໜ່ງສໍາຄັນໃນຄັ້ງນີ້. ນອກຈາກນັ້ນ ທ່ານລັດຖະມົນຕີກໍຍັງໄດ້ແຈ້ງກ່ຽວກັບ ພາລະບົດບາດ, ໜ້າທີ່ ແລະ ບັນດາໜ້າວຽກບຸລິມະສິດ ຂອງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ພ້ອມທັງ ໄດ້ຍົກໃຫ້ເຫັນຂອບການຮ່ວມມືດ້ານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ສົນທິສັນຍາ, ສັນຍາສາກົນ ແລະ ການຊ່ວຍເຫຼືອຂອງບັນດາປະເທດ ທີ່ບັນດາທ່ານທູດ ຈະໄດ້ໄປປະຈໍາການຢູ່. ໃນຕອນທ້າຍ ທ່ານລັດຖະມົນຕີ ຍັງໄດ້ຮຽກຮ້ອງ ໃຫ້ ບັນດາ ເອກອັກຄະລັດຖະທູດ ຈົ່ງພ້ອມກັນສືບຕໍ່ຊຸກຍູ້ຜັນຂະຫຍາຍ ບັນດາຂົງເຂດວຽກງານ ທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ເພື່ອເຮັດໃຫ້ການພົວພັນນັບມື້ດີຂຶ້ນ ແລະ ເຮັດໃຫ້ປະເທດຊາດເກີດຜົນປະໂຫຍດສູງສຸດ.
ຂ່າວໂດຍ: ອະພິເດດ ແສງດາລາ
ເພີ່ມຕື່ມ
ເພີ່ມຕື່ມ