ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກົມສິ່ງແວດລ້ອມ, ກຊສ ກັບ ບໍລິສັດ ສະຫວັນ ອີເອັມຊີ ຈໍາກັດ ແລະ ບໍລິສັດ ຄາຢາມາໂຄກຽວ ຈໍາກັດ
23/04/2025

ກົມສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກັບ ບໍລິສັດ ສະຫວັນ ອີເອັມຊີ ຈໍາກັດ ແລະ ບໍລິສັດ ຄາຢາມາໂຄກຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ຄວາມຮ່ວມມືດ້ານວິຊາການ ກ່ຽວກັບ ການຈັດການສິ່ງແວດລ້ອມ ແລະ ສິ່ງເສດເຫຼືອ ທີ່ເປັນພິດອັນຕະລາຍ ຈໍາກັດໃນວັນທີ 4 ເມສາ 2025 ທີ່ຫ້ອງປະຊຸມ ກົມສິ່ງແວດລ້ອມ ຜູ້ລົງນາມໃນບົດບັນທຶກຄັ້ງນີ້: ມີ ທ່ານ ວິລະສັກ ຈຸນດາຣາ ຫົວຫນ້າກົມສິ່ງແວດລ້ອມ, ທ່ານ ເອກະສິດ ເມທາທິຣະສະຫວັດ ຜູ້ອໍານວຍການ ບໍລິສັດ ສະຫວັນອີເອັມຊີ ຈໍາກັດ ແລະ ທ່ານ ຄາຢາມາ ຈູນອິຈິໂລ ຜູ້ອຳນວຍການ ບໍລິສັດ ຄາຢາມາ ໂຄກຽວ ຈໍາກັດ.
ໃນພິທີລົງນາມດັ່ງກ່າວ ໄດ້ຮັບກຽດການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ຮອງຫົວຫນ້າຫ້ອງການ ກຊສ, ທ່ານຮອງຫົວຫນ້າເຂດເສດຖະກິດເຂດ ແຂວງ ສະຫວັນນະເຂດ, ຫົວຫນ້າພະແນກ,ຮອງພະແນກ ພາຍໃນກົມສິ່ງແວດລ້ອມ ແລະ ຂະແຫນງການກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງ ເພື່ອພັດທະນາລະບົບຖານຂໍ້ມູນການຕິດຕາມການຂົນສົ່ງສິ່ງເສດເຫລືອທີ່ເປັນພິດອັນຕະລາຍ ແລະ ສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນໃນວຽກງານການຈັດການສິ່ງແວດລ້ອມ,