ກອງປະຊຸມປຶກສາຫາລືແບບມີສ່ວນຮ່ວມ ຂັ້ນສູນກາງ ກ່ຽວກັບ ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ສຳລັບ ໂຄງການຂຸດຄົ້ນເກືອຫີນ ຢູ່ຊັ້ນເກືອກາງ ແຫຼ່ງແຮ່ດົງໃຕ້ ຂອງບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ.
23/04/2025

ໃນຕອນເຊົ້າຂອງວັນທີ 4 ເມສາ 2025 ຢູ່ທີ່ນະຄອນຫຼວງວຽງຈັນ, ກົມສິ່ງແວດລ້ອມ (ກສລ), ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຮ່ວມກັບ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ພຊສ) ແຂວງຄຳມ່ວນ ໄດ້ຈັດກອງປະຊຸມປຶກສາຫາລື ແບບມີສ່ວນຮ່ວມ ຂັ້ນສູນກາງ ກ່ຽວກັບ ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ລວມທັງແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ສຳລັບ ໂຄງການຂຸດຄົ້ນເກືອຫີນຢູ່ຊັ້ນເກືອກາງ ແຫຼ່ງແຮ່ດົງໃຕ້ ຂະໜາດ 1 ລ້ານໂຕນຕໍ່ປີ ທີ່ບ້ານດົງໃຕ້ ເມືອງທ່າແຂກ ແຂວງຄໍາມ່ວນ ຂອງບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ໂດຍການເປັນປະທານ ຂອງທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີ ກຊສ ມີ ທ່ານ ນ. ສາທິດ ຈັນສີ ປະທານຄະນະກໍາມະທິການ ເສດຖະກິດແຜນການ ແລະ ການເງິນ ສະພາປະຊາຊົນ ແຂວງ ຄໍາມ່ວນ, ທ່ານ ວິລະສັກ ຈຸນດາຣາ ຫົວໜ້າ ກສລ, ທ່ານ ແກ້ວວິໄລ ໄຊຍະບຸດ ເຈົ້າເມືອງ ເມືອງທ່າແຂກ ແຂວງຄໍາມ່ວນ, ທ່ານ ຄໍາໝັ້ນ ສໍປະເສີດ ຫົວໜ້າ ພຊສ ແຂວງຄໍາມ່ວນ, ມີບັນດາທ່ານຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ ຂອງສູນກາງ, ຜູ້ຕາງໜ້າຈາກ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ແລະ ບໍລິສັດ ທີ່ປຶກສາດ້ານສິ່ງແວດລ້ອມ ແລະ ບ້ານທີ່ຢູ່ເຂດໂຄງການເຂົ້າຮ່ວມ.
ໃນທີ່ກອງປະຊຸມຄັ້ງນີ້ ບັນດາທ່ານຈະໄດ້ຮັບຟັງການສະຫຼຸບລາຍງານຫຍໍ້ ກ່ຽວກັບ ປະຫວັດຄວາມເປັນມາຂອງໂຄງການ, ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ບັນຫາຜົນກະທົບຕົ້ນຕໍທີ່ຈະເກີດຂຶ້ນຈາກການດຳເນີນໂຄງການ ລວມທັງການກຳນົດມາດຕະການປ້ອງກັນ, ຫຼຸດຜ່ອນ ແລະ ແກ້ໄຂຜົນກະທົບ, ແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ. ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ໄດ້ເຊັນສັນຍາສໍາປະທານກັບລັດຖະບານ ສະບັບລົງວັນທີ 9 ມັງກອນ 2009 ເພື່ອດໍາເນີນການຂຸດຄົ້ນ ແລະ ປຸງແຕ່ງເກືອໂປຕາສ ໃນເນື້ອທີ່ 35 ກມ² ຢູ່ເຂດບ້ານດົງໃຕ້ ເມືອງທ່າແຂກ ແຂວງຄໍາມ່ວນ. ຜ່ານການຂຸດຄົ້ນເກືອໂປຕັສ, ບໍລິສັດໄດ້ວາງແຜນ ແລະ ສຶກສາຄວາມເປັນໄປໄດ້ໃນການຂຸດຄົ້ນເກືອຫີນ ຊຶ່ງເປັນຫີນແຮ່ຊັ້ນເກືອກາງ (Ms) ທີ່ມີສ່ວນປະກອບຕົ້ນຕໍ ແມ່ນເກືອຫີນ (NaCl) ໃນປະລິມານ 91.6% - 99.32% (ສ່ວນໃຫຍ່ ຢູ່ລະຫວ່າງ 96% - 97%). ອີງຕາມຜົນວິໄຈຕົວຢ່າງດ້ານເຄມີທີ່ເກັບກໍາໄດ້, ເກືອຫີນດັ່ງກ່າວມີຄຸນນະພາບສູງ (NaCl ≥ 90%), ເຊິ່ງສູງກວ່າຂໍ້ກໍານົດຂອງແຮ່ເກືອຫີນຊັ້ນລະດັບ I (NaCl ≥ 86%). ຜົນວິໄຈຈາກ 31 ຮູເຈາະ ລວມທັງໝົດ 496 ຕົວຢ່າງ ດ້ານເຄມີພື້ນຖານ ສະແດງໃຫ້ເຫັນວ່າ ຄຸນນະພາບແຮ່ເກືອຫີນຊັ້ນເກືອກາງ ໂດຍພື້ນຖານແລ້ວ ແມ່ນເປັນອັນດຽວກັນ, ໂດຍມີຄຸນນະພາບແຮ່ ສະເລ່ຍ NaCl ແມ່ນ 93.29%. ຊຶ່ງປະລິມານສະສົມທີ່ສາມາດຂຸດຄົ້ນໄດ້ຄາດຄະເນຢູ່ທີ່ 88,320,700 ໂຕນ, ອາຍຸໂຄງການ 20 ປີ.
ຜ່ານການຮັບຟັງການສະເໜີລາຍລະອຽດ ກ່ຽວກັບ ຄວາມເປັນມາຂອງໂຄງການ, ເຕັກນິກການອອກແບບໂຄງການ, ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ລວມທັງບັນຫາຜົນກະທົບຕົ້ນຕໍ ທີ່ຈະເກີດຂື້ີນ ໃນໄລຍະດໍາເນີນໂຄງການ ພ້ອມທັງການກຳນົດບັນດາມາດຕະການປ້ອງກັນ, ຫຼຸດຜ່ອນ ແລະ ແກ້ໄຂຜົນກະທົບ ທີ່ກໍານົດໄວ້ໃນແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ. ຈາກນັ້ນ ຜູ້ເຂົ້າຮ່ວມ ກໍ່ໄດ້ມີການປຶກສາຫາລື ແລະ ປະກອບຄໍາຄິດເຫັນຢ່າງກົງໄປກົງມາຕໍ່ແຜນພັດທະນາໂຄງການ ແລະ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ຂອງໂຄງການ ສາມາດສັງລວມໄດ້ຫຼາຍໆບັນຫາສໍາຄັນ ແລະ ໃຫ້ເຈົ້າຂອງໂຄງການ ນໍາເອົາຄຳຄິດເຫັນໄປປັບປຸງຕື່ມໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ສົມບູນຂື້ນ.
ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານ ກໍ່ໄດ້ຊົມເຊີຍ ແລະ ຮຽກຮ້ອງ ມາຍັງບັນດາທ່ານ ຍົກສູງຄວາມຮັບຜິດຊອບຂອງຂະແໜງການຕົນ ໃນການປຶກສາຫາລື ແຕ່ລະເນື້ອໃນ ພ້ອມທັງປະກອບຄໍາຄິດ-ຄໍາເຫັນ ຕໍ່ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ ພ້ອມດ້ວຍ ແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ຂອງໂຄງການດັ່ງກ່າວ ໃຫ້ມີຄວາມຄົບຖ້ວນ, ສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນສູງ. ສໍາລັບ ເຈົ້າຂອງໂຄງການ ຕ້ອງເອົາໃຈ ໃສ່ໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ແລະ ຕ້ອງຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ ສັງຄົມ ແລະ ທໍາມະຊາດ, ສິ່ງສໍາຄັນ ຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບ ທີ່ອາດຈະເກີດຂຶ້ນຈາກການດໍາເນີນໂຄງການ. ຖ້າເມື່ອໃດບໍລິສັດ ໄດ້ຮັບໃບຢັ້ງຢືນ ກ່ຽວກັບ ສິ່ງແວດລ້ອມ ແລ້ວ, ໂຄງການຕ້ອງປະຕິບັດມາດຕະການສິ່ງແວດລ້ອມ ດັ່ງທີ່ໄດ້ລະບຸໄວ້ໃນບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ລວມທັງແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ຢ່າງເຂັ້ມງວດ ເພື່ອຫຼີກລ່ຽງບັນຫາຜົນກະທົບທີ່ຈະເກີດຂຶ້ນຕາມມາພາຍຫຼັງ.