ກອງປະຊຸມປຶກສາຫາລື ການຄັດເລືອກເອົາສະມາຊິກກຳມະບານຜູ້ທີ່ມີຜົນງານດີເດັ່ນ ໃນໄລຍະ 1 ສະໄໝຜ່ານມາ ແລະ ການກະກຽມກອງປະຊຸມໃຫຍ່ ຂອງສະຫະພັນກຳມະບານ ກຊສ.
24/04/2025

ໃນຕອນເຊົ້າຂອງວັນທີ 24 ເມສາ 2025 ທີ່ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຈັດກອງປະຊຸມປຶກສາຫາລື ການຄັດເລືອກເອົາສະມາຊິກກຳມະບານຜູ້ທີ່ມີຜົນງານດີເດັ່ນ ໃນໄລຍະ 1 ສະໄໝຜ່ານມາ ແລະ ການກະກຽມກອງປະຊຸມໃຫຍ່ ຂອງສະຫະພັນກຳມະບານ ກຊສ. ໂດຍການເປັນປະທານ ຂອງ ສະຫາຍ ອານົງສອນ ພົມມະຈັນ ປະທານຄະນະບໍລິຫານງານສະຫະພັນກຳມະບານ ກຊສ, ຫົວໜ້າຫ້ອງການ ກຊສ, ມີຄະນະບໍລິຫານງານສະຫະພັນກຳມະບານ ກຊສ, ຄະນະກຳມະບານຮາກຖານ ຫ້ອງການ, ກົມ ກອງ ແລະ ສະຖາບັນ ເຂົ້າຮ່ວມທັງໝົດ 17 ສະຫາຍ ຍິງ 4 ສະຫາຍ.
ກອງປະຊຸມໄດ້ຮັບຟັງ ການລາຍງານ ສະພາບການຈັດຕັ້ງປະຕິບັດຂະບວນການຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກຳມະບານ ກຊສ ໃນໄລຍະ 1 ສະໄໝ (2021-2024) ແລະ ການກະກຽມຄັດເລືອກເອົາສະມາຊິກກຳມະບານ ຜູ້ທີ່ມີຜົນງານດີເດັ່ນ ຕະຫຼອດໄລຍະ 1 ສະໄໝ ຜ່ານມາ ເພື່ອນຳຂໍການຍ້ອງຍໍຮັບຫຼຽນກາ ຈາກສູນກາງສະຫະພັນກຳມະບານລາວ. ຈາກນັ້ນ ກອງປະຊຸມກໍ່ໄດ້ຄົ້ນຄວ້າປຶກສາຫາລື ຄັດເລືອກເອົາສະມາຊິກກຳມະບານ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ເພື່ອນຳສະເໜີຂໍການຍ້ອງຍໍ ຮັບຫຼຽນກາ ຈາກສູນກາງສະຫະພັນກຳມະບານລາວ ລວມທັງການກະກຽມກອງປະຊຸມໃຫຍ່ ຂອງສະຫະພັນກຳມະບານ ກຊສ
ໃນຕອນທ້າຍຂອງກອງປະຊຸມ ກໍ່ໄດ້ມີພິທີມອບ-ຮັບ ໃບຢັງຢືນ ການຈັດຕັ້ງປະຕິບັດຂະວນການຂໍ້ແຂ່ງ 5 ເປັນເຈົ້າ ປະຈຳປີ 2023 ແລະ 2024 ໃຫ້ປະທານກຳມະບານຮາກຖານ ຫ້ອງການ, ກົມ ກອງ ແລະ ສະຖາບັນ ເພື່ອນຳໄປມອບຕໍ່ໃຫ້ສະມາຊິກກຳມະບານ ທີ່ສັ່ງກັດຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ກຽດ ມອບ ໂດຍສະຫາຍ ອານົງສອນ ພົມມະຈັນ ຮັບ ໂດຍປະທານກຳມະບານຮາກຖານ ຫ້ອງການ, ກົມ ກອງ ແລະ ສະຖາບັນ.