ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທ່ານ ພູວົງ ຫຼວງໄຊຊະນະ ໄດ້ເຂົ້າຮ່ວມຂະບວນການຍ່າງ ເພື່ອສຸຂະພາບ ໃນໂອກາດສະເຫຼີມສະຫຼອງວັນກໍາມະການສາກົນຄົບຮອບ 139 ປີ (1 ພຶດສະພາ 1886-1 ພຶດສະພາ 2025)

06/05/2025

ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທ່ານ ພູວົງ ຫຼວງໄຊຊະນະ ໄດ້ເຂົ້າຮ່ວມຂະບວນການຍ່າງ ເພື່ອສຸຂະພາບ ໃນໂອກາດສະເຫຼີມສະຫຼອງວັນກໍາມະການສາກົນຄົບຮອບ 139 ປີ (1 ພຶດສະພາ 1886-1 ພຶດສະພາ 2025)

ໃນຕອນເຊົ້າຂອງວັນທີ 1 ພຶດສະພາ 2025 ທີ່ສວນປະຕຸໄຊ ນະຄອນຫຼວງວຽງຈັນ.
ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ມີທ່ານ ປອ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນ, ທ່ານ ເລັດ ໄຊຍະພອນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ, ມີການນໍາພັກ-ລັດ ຈາກກະຊວງ, ຫ້ອງການຕ່າງໆ ຕາງໜ້າອົງການຈັດຕັ້ງມະຫາຊົນ ພາກສ່ວນກ່ຽວຂ້ອງ ແລະ ມວນຊົນໃນນະຄອນຫຼວງກໍເຂົ້າຮ່ວມ.
ຂະບວນການຍ່າງດັ່ງກ່າວກໍໄດ້ມີ ບັນດາຄະນະຫ້ອງການ, ກົມ ກອງ ແລະ ຄະນະສະຖາບັນ, ຄະນະບໍລິຫານງານສະຫະພັນກໍາມະບານກະຊວງ, ບັນດາກໍາມະບານຮາກຖານ ແລະ ສະມາຊີກກໍາມະບານຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກໍເຂົ້າຮ່ວມເປັນຂະບວນ.
ໃນພິທີທ່ານປະທານສູນກາງກໍາມະບານລາວໄດ້ກ່າວວ່າ: ຈຸດປະສົງຂອງຂອງງານຄັ້ງນີິ ນອກຈາກເປັນການຍ່າງເພື່ອສຸຂະພາບແລ້ວ ຍັງເປັນການໂຮມຊຸມນຸມເພື່ອລະນຶກເຖິງວັນທີ 1 ພຶດສະພາ ເປັນວັນທີ່ຂອງຊົນຊັ້ນກໍາມະກອນກໍຄືຊາວຜູ້ອອກແຮງງານທີ່ໄດ້ລຸກຂຶ້ນທວງເອົາສິດຂອງເຂົາເຈົ້າກັບພວກນາຍທຶນຜູ້ຂູດຮີດ.
ພ້ອມນັ້ນທ່ານຍັງໄດ້ຫວນຄືນມູນເຊື້ອຂອງຊົນຊັ້ນກໍາມະກອນ ວັນທີ 1 ພຶດສະພາ ປີ 1886 ເປັນວັນທີ່ມີຄວາມໝາຍສຳຄັນຍິ່ງ ສຳລັບຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນທີ່ຊົນຊັ້ນກຳມະກອນ ໄດ້ເຕົ້າໂຮມ ແລະ ສາມັກຄີກັນ ລຸກຮື້ຂຶ້ນຕໍ່ສູ້ຕ້ານການກົດຂີ່ຂູດຮີດ ເພື່ອທວງເອົາສິດທິພື້ນຖານຂອງພົນລະເມືອງ ແລະ ຜົນປະໂຫຍດ ອັນຊອບທຳຂອງຕົນ ຈາກພວກນາຍທຶນ.
ໃນທ້າຍສະຕະວັດທີ 18 ຫາ ຕົ້ນສະຕະວັດທີ 19 ມີຫຼາຍປະເທດໃນເອີລົບ ແລະ ອາເມລິກາໄດ້ສໍາເລັດການໂຄ້ນລົ້ມ ລະບອບສັກດິນາ ແລະ ສ້າງຕັ້ງລະບອບນາຍທຶນຂຶ້ນແທນ. ບັນດາປະເທດເຫຼົ່ານັ້ນ ຈຶ່ງໄດ້ກ້າວເຂົ້າສູ່ການຜະລິດແບບອຸດສາຫະກໍາ, ກໍ່ສ້າງ ແລະ ຂະຫຍາຍໂຮງຈັກ, ໂຮງງານຂຶ້ນຫຼາຍແຫ່ງ. ຈາກນັ້ນ,ຈໍານວນກຳມະກອນ ແລະ ຊາວຜູ້ອອກແຮງງານ ກໍໄດ້ເຕີບໃຫຍ່ຂະຫຍາຍຕົວໄປຄຽງຄູ່ກັບການຜະລິດໃນສັງຄົມ. ຢູ່ພາຍໃຕ້ການປົກຄອງ ຂອງພວກນາຍທຶນ ຊົນຊັ້ນກໍາມະກອນ ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ຊີວິດການເປັນຢູ່ ນັບມື້ນັບທຸກຍາກ, ລຳບາກ. ພວກນາຍທຶນ ໄດ້ບັງຄັບໃຫ້ກຳມະກອນອອກແຮງງານ 14 ຫາ 15 ຊົ່ວໂມງຕໍ່ມື້ ແຕ່ໄດ້ຄ່າແຮງງານຕໍ່າ. ຍ້ອນສາຍເຫດດັ່ງກ່າວ ຈຶ່ງມີຫຼາຍຂະບວນການຂອງກຳມະກອນລຸກຂຶ້ນ ຕໍ່ສູ້ເຊັ່ນ:
 ຂະບວນການຕໍ່ສູ້ລຸກຮື້ຂຶ້ນ ຂອງກຳມະກອນເກີດຂຶ້ນ ຄັ້ງທຳອິດແມ່ນຢູ່ ປະເທດອັງກິດ ໃນປີ 1764 ເພື່ອປົກປ້ອງເອົາສິດ ແລະ ຜົນປະໂຫຍດອັນຊອບທໍາມາສູ່ຕົນເອງ, ຊົນຊັ້ນກໍາມະກອນຈຶ່ງໄດ້ຈັດຕັ້ງ “ ອົງການກໍາມະບານ “ ເປັນຕົວແທນຂອງຕົນຂຶ້ນ, ຈຶ່ງເຮັດໃຫ້ຂະບວນການຕໍ່ສູ້ຂອງຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານນັບມື້ມີການຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ, ໃນປີ 1830 ຊຶ່ງເປັນຂະ
ບວນການຕໍ່ສູ້ ທີ່ກວ້າງຂວາງທົ່ວປະເທດ ຂອງຊົນຊັ້ນກຳມະກອນ.
 ຕໍ່ມາຂະບວນການລຸກຮື້ຂຶ້ນຂອງກຳມະກອນ ຢູ່ ປະເທດຝລັ່ງ ເມືອງ ລີອົງ, ໃນປີ 1831 ໃນເບື້ອງຕົ້ນຂະບວນປະທ້ວງແບບສັນຕິ ຮຽກຮ້ອງໃຫ້ເຈົ້າຂອງໂຮງຈັກ, ໂຮງງານ ເພີ່ມເງິນເດືອນ, ປັບປຸງເງື່ອນໄຂສະຖານທີເຮັດວຽກ. ແຕ່ຖືກຊົນຊັ້ນນາຍທຶນປາບປາມ ດ້ວຍການໃຊ້ປືນຍິງໃສ່ມວນຊົນ ຕໍ່ເຫດການດັ່ງກ່າວ ກຳມະກອນຈຶ່ງຕ້ອງຈັບປືນລຸກຂຶ້ນຕ້ານຄືນ ແລະ ຢຶດໄດ້ຕົວເມືອງເປັນເວລາສາມວັນ. ຕໍ່ມາຂະບວນການດັ່ງກ່າວ ໄດ້ຖືກສະຫຼາຍຕົວ ຍ້ອນພວກນາຍທຶນປາບປາມ ຢ່າງຮຸນແຮງ.
 ໃນເດືອນ ພະຈິກ ປີ 1884 ຢູ່ເມືອງຫຼວງ ຊີກາໂກ້ ຂອງ ປະເທດສະຫະລັດອາເມລິກາ ຊົນຊັ້ນກຳມະກອນ ໄດ້ມີການຕໍ່ສູ້ກັບພວກນາຍທຶນຢ່າງຮຸນແຮງ ເພື່ອທວງໃຫ້ມີການເພີ້ມເງິນເດືອນ, ຫຼຸດຜ່ອນຊົ່ວໂມງເຮັດວຽກ, ຮຽກຮ້ອງໃຫ້ກໍາມະກອນ ແລະ ຊາວຜູ້ອອກແຮງງານລຸກຂຶ້ນຕໍ່ສູ້ທວງເອົາສິດຂອງຕົນ.
 ຂະບວນກຳມະກອນ ຢູ່ ປະເທດເຢຍລະມັນ ໃນປີ 1884 ໄດ້ມີການລຸກຮື້ຂຶ້ນ ໃນຂະບວນການປະທ້ວງຂອງກຳມະກອນຕໍ່າແຜ່ນ ເຮັດໃຫ້ມີຫຼາຍຄົນຖືກຈັບ. ຕໍ່ຂະບວນການດັ່ງກ່າວ ໄດ້ເປັນເຫດການທາງດ້ານປະຫັວດສາດ ທີ່ຍິ່ງໃຫຍ່ຂອງຂະບວນການກຳມະກອນ ປະເທດເຢຍລະມັນ ແລະ ສົ່ງຜົນກະທົບຕໍ່ຂະບວນການຕໍ່ສູ້ ຂອງກໍາມະກອນ ຢູ່ບັນດາປະເທດ ເອີຣົບ ແລະ ອາເມລິກາ ໃນສັດຕະວັດ ທີ 19.
 ມາຮອດວັນທີ 1 ພຶດສະພາ ປີ 1886 ໄດ້ມີເຫດການ ທີ່ມີຄວາມໝາຍທາງດ້ານປະຫັວດສາດຂອງຂະບວນການກຳມະກອນ ປະເທດອາເມລິກາ ແມ່ນການເດີນປະທ້ວງໃຫຍ່ທີ່ສຸດ. ຂະບວນການດັ່ງກ່າວ ໄດ້ຮຽກຮ້ອງເອົາສິດທິໃນການອອກແຮງງານ ມື້ໜຶ່ງ 8 ຊົ່ວໂມງ(8 ຊົ່ວໂມງເຮັດ ວຽກ, 8 ຊົ່ວໂມງພັກຜອ່ນ, 8 ຊົ່ວໂມງໃຫ້ໄດ້ມີໂອກາດໄດ້ຮໍ່າຮຽນ). ໃນມື້ນັ້ນໄດ້ມີກໍາມະກອນພາກັນນັດຢຸດງານ ເຖິງ 5.000 ແຫ່ງ ໃນຕົວເມືອງໃຫຍ່ຂອງປະເທດສະຫະລັດອາເມລິກາເຊັ່ນ: ນິວຢອກ, ບານຕີມໍ, ວໍຊິງຕັນ, ແລະ ອື່ນໆ, ໄດ້ດຶງດູດກຳມະກອນ ຈຳນວນ 340.000 ພັນຄົນ ພອ້ມກັນແຮ່ປະທ້ວງຕາມເສັ້ນທາງ, ພາຍໃຕ້ການນໍາພາຂອງສະຫະພັນແຮງງານອາເມລິກາ ເຖິງວ່າ ການປະທ້ວງຈະຖືກປາບປາມ, ກຳມະກອນຖືກລົ້ມຕາຍ, ຖືກບາດເຈັບ, ແຕ່ສຸດທ້າຍຂະບວນການດັ່ງກ່າວ ກໍໄດ້ຮັບໄຊຊະນະ, ຢູ່ບອ່ນວ່າ: ໄດ້ມີກຳມະກອນ ຈຳນວນ 182.000 ຄົນ ໄດ້ເຮັດວຽກ ມື້ໜຶ່ງ 8 ຊົ່ວໂມງ ຫຼາຍກ່ວາໝູ່ແມ່ນ ກຳມະກອນໃນຂະແໜງກໍ່ສ້າງ ຈາກຂະບວນການຕໍ່ສູ້ດັ່ງກ່າວ ໃນກອງປະຊຸມໃຫຍ່ພັກຄອມມູນິດສາກົນ ຄັ້ງທີ 2 ທີ່ຈັດຂຶ້ນຢູ່ນະຄອນຫຼວງປາຣີ, ປະເທດຝລັ່ງ ໃນວັນທີ 14 ພຶດສະພາ ປີ 1889 ຈຶ່ງໄດ້ຮັບຮອງເອົາ ວັນທີ 1 ພຶດສະພາ ປີ 1886 ເປັນວັນກໍາມະກອນສາກົນ ຈົນມາເຖິງປັດຈຸບັນນີ້.
ນັບແຕ່ນັ້ນມາ, ວັນທີ 1 ພຶດສະພາ ໄດ້ກາຍເປັນວັນບຸນໃຫຍ່ ທີ່ມີຄວາມໝາຍສຳຄັນຢ່າງຍິ່ງຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນບຸນມະຫາສາມັກຄີ ທີ່ຊົນຊັ້ນກຳມະກອນ ທີ່ໄດ້ສະແດງພະລັງແຮງ ທີ່ເຂັ້ມແຂງຂອງຕົນ ແລະ ມີການສະເຫຼີມສະຫຼອງຢ່າງຄຶກຄື້ນ ໃນແຕ່ລະປີ ຢູ່ຫຼາຍປະເທດ ທົ່ວໂລກ.

 

ຈຳນວນຜູ້ເຂົ້າຊົມເວັບໄຊ
ແຈ້ງການ ການຄວບຄຸມ ແລະ ແກ້ໄຂບັນຫາມົນລະພິດທາງອາກາດ ທີ່ເກີດຂຶ້ນຈາກການຈູດ ຂີ້ເຫຍື້ອ ແລະ ສິ່ງເສດເຫຼືອ, ປ່າ, ໄຮ່, ທົ່ງນາ ແລະ ສວນ ໃນລະຫວ່າງ ເດືອນ ກຸມພາ ຫາ ເດືອນ ເມສາ 2025