ທ່ານ ລັດຖະມົນຕີ ກຊສ ພ້ອມດ້ວຍ ຄະນະ ໄດ້ເຂົ້າຮ່ວມ ພິທີບໍາເພັນກຸສົນ ສາຣີຣະສັງຂານ ພຣະອາຈານໃຫຍ່ ມະຫາບຸນມາ ສິມມາພົມ.

06/05/2025

ທ່ານ ລັດຖະມົນຕີ ກຊສ ພ້ອມດ້ວຍ ຄະນະ ໄດ້ເຂົ້າຮ່ວມ ພິທີບໍາເພັນກຸສົນ ສາຣີຣະສັງຂານ ພຣະອາຈານໃຫຍ່ ມະຫາບຸນມາ ສິມມາພົມ.

ວັນທີ 06 ພຶດສະພາ 2025, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນໍາໂດຍ ທ່ານ ປອ ນາງ ບຸນຄຳ ວໍລະຈິດ ແລະ ຄະນະ ໄດ້ເຂົ້າຮ່ວມພິທີບໍາເພັນບຸນກຸສົນຖວາຍບຸນບູຊາຄຸນ ແດ່ ພຣະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ທີ່ໄດ້ລະສັງຂານໃນວັນພະຫັດ ທີ 17 ເມສາ 2025 ພຸດທະສັງກາດ 2567 ເວລາ 00:22 ນາທີ ລວມສີຣິອາຍຸ 92 ປີ ວັດສາຍຸການ 72 ພັນສາ, ສະຣິຣະສັງຂານບຳເພັນກຸສົນຢູ່ທີ່ ຫໍທັມມະສະພາ ສູນກາງ ອພສ ຊັ້ນ 2 ວັດພຣະທາດຫຼວງເໜືອ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ.
ພິທີຄັ້ງນີ້ ທ່ານລັດຖະມົນຕີ ເປັນເຈົ້າສັດທາຂຶ້ນໄຕ້ທຽນໄຊບູຊາພຣະຣັດຕະນະໄຕຣ, ຈາກນັ້ນ, ກໍໄດ້ພ້ອມກັນໄຫວ້ພຣະ, ສໍາມະທານສິນ 5 ສິກຂາບົດ, ຮັບຟັງພຣະສົງສູດພຣະອະພິທໍາ (ມາຕິກາ), ຟັງທໍາມະເທສະໜາ 1 ກັນ ເພື່ອປະດັບສະຕິປັນຍາໃນການບໍາເພັນກຸສົນ. ພ້ອມນີ້, ທ່ານລັດຖະມົນຕີ ພ້ອມດ້ວຍຄະນະ ກໍໄດ້ຖວາຍຜ້າບັງສະກຸນແດ່ຄະນະສົງ ພ້ອມທັງມອບຖວາຍປັດໄຈ ທີ່ຄະນະກໍາມະການ ສນຊ ໄດ້ຮ່ວມກັນສົມທົບໂມທະນາທານໃນເບື້ອງຕົ້ນ ຈຳນວນ 70.500.000 ກີບ ແດ່ຄະນະສົງ ເພື່ອນໍາໃຊ້ເຂົ້າໃນງານບໍາເພັນກຸສົນ ສາຣີີຣະສັງຂານ ຂອງພຣະອາຈານໃຫຍ່ ຕາມພຸດທະປະເພນີປະຕິບັດ.
 

 

ຈຳນວນຜູ້ເຂົ້າຊົມເວັບໄຊ
ແຈ້ງການ ການຄວບຄຸມ ແລະ ແກ້ໄຂບັນຫາມົນລະພິດທາງອາກາດ ທີ່ເກີດຂຶ້ນຈາກການຈູດ ຂີ້ເຫຍື້ອ ແລະ ສິ່ງເສດເຫຼືອ, ປ່າ, ໄຮ່, ທົ່ງນາ ແລະ ສວນ ໃນລະຫວ່າງ ເດືອນ ກຸມພາ ຫາ ເດືອນ ເມສາ 2025