ກອງປະຊຸມຈັດຕັ້ງຜັນຂະຫຍາຍເນື້ອໃນວຽກງານກໍ່ສ້າງພັກ-ພະນັກງານ, ປັບປຸງກົງຈັກການຈັດຕັ້ງ ແລະ ວຽກງານກວດກາ ທົ່ວປະເທດ ປະຈຳປີ 2024 ແລະ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ, ປັບປຸງກົງຈັກການຈັດຕັ້ງ ແລະ ວຽກງານກວດກາ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025 ຂອງ ກຊສ
14/05/2025

ໃນຕອນເຊົ້າຂອງວັນທີ 14 ພຶດສະພາ 2025 ຢູ່ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມຈັດຕັ້ງຜັນຂະຫຍາຍເນື້ອໃນວຽກງານກໍ່ສ້າງພັກ-ພະນັກງານ, ປັບປຸງກົງຈັກການຈັດຕັ້ງ ແລະ ວຽກງານກວດກາ ທົ່ວປະເທດ ປະຈຳປີ 2024 ແລະ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ, ປັບປຸງກົງຈັກການຈັດຕັ້ງ ແລະ ວຽກງານກວດກາ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025 ຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພາຍໃຕ້ການເປັນປະທານ ຂອງສະຫາຍ ນາງ ບຸນຄໍາ ວໍລະຈິດ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍມີຄະນະປະຈຳພັກ, ຄະນະພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ພາຍໃນກະຊວງ ເຂົ້າຮ່ວມທັງໝົດ 332 ສະຫາຍ, ຍິງ 144 ສະຫາຍ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນແນໃສ່ການຜັນຂະຫຍາຍວຽກງານກໍ່ສ້າງພັກ-ພະນັກງານ, ປັບປຸງກົງຈັກການຈັດຕັ້ງ ແລະ ວຽກງານກວດກາ ທົ່ວປະເທດ ປະຈຳປີ 2024 ພ້ອມກັບການສະຫຼຸບການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ, ປັບປຸງກົງຈັກການຈັດຕັ້ງ ແລະ ວຽກງານກວດກາ ໄລຍະ 1 ປີຜ່ານມາ (2024) ແລະ ທິດທາງແຜນການ 1 ປີ (2025) ຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ແກ່ຄະນະພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນກະຊວງ ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ທັງສ້າງຄວາມເອກະພາບທາງດ້ານທັດສະນະຕໍ່ເນື້ອໃນວຽກງານກໍ່ສ້າງພັກ-ພະນັກງານ, ການປັບປຸງກົງຈັກການຈັ້ດຕັ້ງ ແລະ ວຽກງານກວດກາ ທົ່ວປະເທດ ທັງພ້ອມກັນເປັນເຈົ້າການນໍາພາຈັດຕັ້ງຜັນຂະຫຍາຍເປັນທິດທາງແຜນການໃນຕໍ່ໜ້າ ໂດຍເລັ່ງໃສ່ເສີມຂະຫຍາຍດ້ານຕັ້ງໜ້າ, ແກ້ໄຂດ້ານອ່ອນ-ຂໍ້ຄົງຄ້າງ ແລະ ສິ່ງຫຍໍ້ທໍ້ຕ່າງໆ ແນໃສ່ເຮັດໃຫ້ທັງ 2 ວຽກງານດັ່ງກ່າວ ບັນລຸຄາດໝາຍທີ່ວາງໄວ້;
ສໍາລັບພາກເຊົ້າ ແມ່ນກອງປະຊຸມຜັນຂະຫຍາຍເນື້ອໃນວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ທົ່ວປະເທດ ປະຈຳປີ 2024 ພ້ອມກັບການສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຊຶ່ງເນື້ອໃນເອກະສານນໍາສະເໜີ ແລະ ເຜີຍແຜ່ ມີຄື:
1) ສະເໜີ ສັງລວມເນື້ອໃນວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ທົ່ວປະເທດ ປະຈໍາປີ 2024 ແລະ ທິດທາງປີ 2025, ຂຶ້ນສະເໜີໂດຍ ສະຫາຍ ພູວົງ ຫຼວງໄຊຊະນະ ກໍາມະການປະຈໍາພັກ ກະຊວງ, ຮອງລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ;
2) ສະເໜີ ບົດສະຫຼຸບຫຍໍ້ວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ຂອງ ກະຊວງພະຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຂຶ້ນສະເໜີໂດຍ ສະຫາຍ ນ. ທອງຈັນ ອະຄະມາເຂດ ກໍາມະການປະຈຳພັກ ກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ.
ໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ມີການປະກອບຄຳເຫັນ ຕາມຄຳຖາມເຈາະຈີ້ມຢ່າງກົງໄປກົງມາໃນວຽກງານກໍ່ສ້າງພັກ-ພະນັກງານ, ວຽກງານປັບປຸງກົງຈັກການຈັດຕັ້ງ ໂດຍປະທານກອງປະຊຸມ ແມ່ນໄດ້ເນັ້ນໜັກເຖິງຜົນການຈັດຕັ້ງປະຕິບັດຕົວຈິງ ໃນແຕ່ລະວຽກງານ ເຊັ່ນ: ວຽກງານການເມືອງແນວຄິດ, ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ວຽກງານປັບປຸງກົງຈັກການຈັດຕັ້ງ ໄປຕາມມະຕິ 03 ຂອງຄະນະບໍລິຫານງານສູນກາງພັກ, ການຄຸ້ມຄອງພະນັກງານໃນສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ວຽກງານຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະໜ້າທີ່ການເມືອງຂອງຕົນ ແລະ ໃນວາລະຕອນທ້າຍກອງປະຊຸມ ກໍໄດ້ມີການມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024 ຈໍານວນ 25 ໜ່ວຍພັກໃນຈໍານວນທັງໝົດ 30 ໜ່ວຍພັກ ແລະ ໄດ້ມີການປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ໃຫ້ພະນັກງານ-ລັດຖະກອນ ກົມຈັດຕັ້ງ ແລະ ພະນັກງານ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຈໍານວນ 17 ສະຫາຍ (ຍິງ 7 ສະຫາຍ) ຢ່າງສົມກຽດ.