15/05/2025

ໃນຕອນເຊົ້າຂອງວັນທີ 15 ພຶດສະພາ 2025 ຢູ່ທີ່ນະຄອນຫຼວງວຽງຈັນ, ກົມສິ່ງແວດລ້ອມ (ກສລ), ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຮ່ວມກັບ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ພຊສ) ແຂວງ ບໍ່ແກ້ວ ໄດ້ຈັດກອງປະຊຸມປຶກສາຫາລື ແບບມີສ່ວນຮ່ວມ ຂັ້ນສູນກາງ ກ່ຽວກັບ ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ລວມທັງແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ຂອງ ໂຄງການພັດທະນາແຫຼ່ງທ່ອງທ່ຽວແບບປະສົມປະສານລະຫວ່າງຄວາມທັນສະໄໝ ແລະ ທໍາມະຊາດ ດອນຕ້າງ-ດອນເຫຼືອງ ຢູ່ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ຂອງກຸ່ມບໍລິສັດ ດອກງິ້ວຄໍາ ຈໍາກັດ. ໂດຍການເປັນປະທານ ຂອງ ທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີ ກຊສ ມີ ທ່ານ ວິລະສັກ ຈຸນດາຣາ ຫົວໜ້າ ກສລ, ມີບັນດາທ່ານຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ ຈາກສູນກາງ/ແຂວງ ບໍ່ແກ້ວ, ຜູ້ຕາງໜ້າຈາກກຸ່ມບໍລິສັດ ດອກງິ້ວຄໍາ ຈໍາກັດ ແລະ ບໍລິສັດ ທີ່ປຶກສາດ້ານສິ່ງແວດລ້ອມ ພ້ອມທັງ ບັນດາບ້ານທີ່ຢູ່ເຂດໂຄງການ ແລະ ເຂດໃກ້ຄຽງ ເຂົ້າຮ່ວມ.
ໂຄງການພັດທະນາແຫຼ່ງທ່ອງທ່ຽວແບບປະສົມປະສານ ລະຫວ່າງ ຄວາມທັນສະໄໝ ແລະ ທໍາມະຊາດ ດອນຕ້າງ-ດອນເຫຼືອງ ຢູ່ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ. ໂຄງການດັ່ງກ່າວ ແມ່ນຕັ້ງຢູ່ ລະຫວ່າງ ສອງດອນ ກາງແມ່ນໍ້າຂອງ ມາຮອດໃນວັນທີ 02 ກຸມພາ 2024 ລັດຖະບານ ຈຶ່ງໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໃນການສຶກສາຄວາມເປັນໄປໄດ້ ຮ່ວມກັບ ກຸ່ມບໍລິສັດ ດອກງິ້ວຄໍາ ຈໍາກັດ ອາຍຸສໍາປະທານ 50 ປີ ໃນເນື້ອທີ່ທັງໝົດ 176 ເຮັກຕາ ນອນໃນຂອບເຂດຂອງ 3 ບ້ານຄື : ບ້ານ ສີດອນມີ, ບ້ານຫ້ວຍຕ້າງ ແລະ ບ້ານຍາງຄໍາ, ກິດຈະກໍາທີ່ຈະພັດທະນາທັງສອງດອນ ປະກອບມີ: 1) ດອນຕ້າງ ແບ່ງອອກ ເປັນ 5 ເຂດ ພັດທະນາ ປະກອບມີ: ເຂດຮ້ານອາຫານ, ເຂດສວນສັດ, ເຂດເຮືອນພັກ ແລະ ຊາຍຫາດ, ເຂດກໍາຈັດຣີໄຊເຄິລຂີ້ເຫຍື້ອ; 2) ດອນເຫຼືອງ 10 ເຂດພັດທະນາ ປະກອບມີ: ໂຮງແຮມ 5 ດາວ, ສວນ ແລະ ຕະຫຼາດກາງຄືນ, ເຂດອາພາດເມັ້ນ ແລະ ຄອນໂດ, ເຂດຫ້າງຊັບພະສິນຄ້າ ແລະ ຮ້ານອາຫານ, ເຂດທຸລະກິດ, ເຂດເອັນເຕີເທນເມັ້ນ, ເຂດສວນ, ເຂດໂຮງແຮມ ແລະ ຊຸບເປີມາເກັດ, ສວນນໍ້າ ແລະ ສວນສະນຸກ, ເຂດສໍານັກງານ.
ໃນກອງປະຊຸມບັນດາທ່ານຈະໄດ້ຮັບຟັງການສະເໜີ ກ່ຽວກັບ ປະຫວັດຄວາມເປັນມາຂອງໂຄງການ, ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ບັນຫາຜົນກະທົບຕົ້ນຕໍທີ່ຈະເກີດຂຶ້ນຈາກການດຳເນີນໂຄງການ ລວມທັງການກຳນົດມາດຕະການປ້ອງກັນ, ຫຼຸດຜ່ອນ ແລະ ແກ້ໄຂຜົນກະທົບ, ແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ຈາກເຈົ້າຂອງໂຄງການ ແລະ ບໍລິສັດທີ່ປຶກສາດ້ານສິ່ງແວດລ້ອມ. ຈາກນັ້ນ ຜູ້ເຂົ້າຮ່ວມ ກໍ່ໄດ້ມີການປຶກສາຫາລື ແລະ ປະກອບຄໍາຄິດເຫັນຢ່າງກົງໄປກົງມາຕໍ່ແຜນພັດທະນາໂຄງການ ແລະ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ຂອງໂຄງການ ສາມາດສັງລວມໄດ້ຫຼາຍໆບັນຫາສໍາຄັນ ແລະ ໃຫ້ເຈົ້າຂອງໂຄງການ ນໍາເອົາຄຳຄິດເຫັນໄປປັບປຸງຕື່ມໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ສົມບູນຂື້ນ.
ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານ ກໍ່ໄດ້ຊົມເຊີຍ ແລະ ຮຽກຮ້ອງ ມາຍັງບັນດາທ່ານ ຍົກສູງຄວາມຮັບຜິດຊອບຂອງຂະແໜງການຕົນ ໃນການປຶກສາຫາລື ແຕ່ລະເນື້ອໃນ ພ້ອມທັງປະກອບຄໍາຄິດ-ຄໍາເຫັນ ຕໍ່ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ ພ້ອມດ້ວຍ ແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ຂອງໂຄງການດັ່ງກ່າວ ໃຫ້ມີຄວາມຄົບຖ້ວນ, ສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນສູງ. ສໍາລັບ ເຈົ້າຂອງໂຄງການ ຕ້ອງເອົາໃຈ ໃສ່ໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ແລະ ຕ້ອງຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ ສັງຄົມ ແລະ ທໍາມະຊາດ, ສິ່ງສໍາຄັນ ຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບ ທີ່ອາດຈະເກີດຂຶ້ນຈາກການກໍ່ສ້າງ ແລະ ການດໍາເນີນໂຄງການ. ຖ້າເມື່ອໃດບໍລິສັດ ໄດ້ຮັບໃບຢັ້ງຢືນ ກ່ຽວກັບ ສິ່ງແວດລ້ອມ ແລ້ວ, ໂຄງການຕ້ອງປະຕິບັດມາດຕະການສິ່ງແວດລ້ອມ ດັ່ງທີ່ໄດ້ລະບຸໄວ້ໃນບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ລວມທັງແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ຢ່າງເຂັ້ມງວດ ເພື່ອຫຼີກລ່ຽງບັນຫາຜົນກະທົບທີ່ຈະເກີດຂຶ້ນຕາມມາພາຍຫຼັງ.