ກອງປະຊຸມປຶກສາຫາລືກ່ຽວກັບ ໂຄງການ ກໍ່ສ້າງສາຍສົ່ງໄຟຟ້າແຮງສູງ 500 ກິໂລໂວນ ຈາກ ເຂື່ອນໄຟຟ້ານໍ້າຂອງຈຸດປາກລາຍ ຫາ ຊາຍແດນ ລາວ-ໄທ
21/05/2025

ໃນວັນທີ 21 ພຶດສະພາ 2025 ທີ ນະຄອນຫຼວງວຽງຈັນ, ກົມສິ່ງແວດລ້ອມ (ກສລ), ກະຊວງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຈັດກອງປະຊຸມເພື່ອປຶກສາຫາລືແບບມີສ່ວນຮ່ວມຂັ້ນສູນກາງ/ທ້ອງຖິ່ນ ກ່ຽວກັບບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ, ແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ໂຄງການກໍ່ສ້າງສາຍສົ່ງໄຟຟ້າແຮງສູງ 500 ກິໂລໂວນ ຈາກ ເຂື່ອນໄຟຟ້ານໍ້າຂອງຈຸດປາກລາຍ ຫາ ຊາຍແດນ ລາວ-ໄທ ຢູ່ເມືອງແມດ ແລະ ເມືອງຊະນະຄາມ ແຂວງວຽງຈັນ ໂດຍພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ວິລະພົນ ນວນແສງສີ ຮອງຫົວໜ້າ ກົມສິ່ງແວດລ້ອມ, ທ່ານ ສະໝານ ວິເສດຍະພົງສ໌ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ວຽງຈັນ, ທ່ານ ບົວຄໍາ ຫຼວງອໍາໄພ ກໍາມາທິການສະພາປະຊາຊົນ ແຂວງວຽງຈັນ, ທ່ານ ທອງຫວັນ ມຸງຄຸນວິໄລ ຮອງເຈົ້າເມືອງ ເມືອງແມດ, ທ່ານ ພອນເພັດ ອຸດົມມີໄຊ ເຈົ້າເມືອງ ເມືອງຊະນະຄາມ, ມີຜູ້ຕາງໜ້າ ເຈົ້າຂອງໂຄງການ ແລະ ບໍລິສັດທີ່ປືກສາສິ່ງແວດລ້ອມ ພ້ອມບັນດາທ່ານ ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ/ທ້ອງຖິ່ນ ແລະ ບ້ານທີ່ຢູ່ເຂດໂຄງການເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອປຶກສາຫາລື ແລະ ປະກອບຄໍາຄິດຄໍາເຫັນ ຕໍ່ກັບເນື້ອໃນ ບົດລາຍງານປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ ແລະ ແຜນການຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ຂອງໂຄງການກໍ່ສ້າງສາຍສົ່ງໄຟຟ້າແຮງສູງ 500 ກິໂລໂວນ ທີ່ມີຈຸດເລີມຕົ້ນ ຈາກ ເຂື່ອນໄຟຟ້ານໍ້າຂອງຈຸດປາກລາຍ ຫາ ຊາຍແດນ ລາວ-ໄທ ໂດຍຜ່ານເມືອງ ແມດ ແລະ ເມືອງຊະນະຄາມ ແຂວງວຽງຈັນ. ມີຄວາມຍາວທັງໝົດ 71.62 ກິໂລແມັດ ຊຶ່ງນອນຢູ່ໃນຝັ່ງ ສປປ ລາວ 71.13 ກິໂລແມັດ, ຈໍານວນເສົາຢູ່ຝັ່ງ ສປປ ລາວ ທັງໝົດ 133 ເສົາ ໃນນີ້ ເສົາມູມ 18 ເສົາ, ຄວາມກ້ວາງຂອງແລວ 70 ແມັດ, ຂະໜາດບຸກເບີກເພື່ອກໍ່ສ້າງຕີນເສົາຊື່ 20x20 ແມັດ ແລະ ຂະໜາດບຸກເບີກເພື່ອກໍ່ສ້າງຕີນເສົາມູມ 25x25 ແມັດ. ໂຄງການດັ່ງກ່າວຈະໃຊ້ເວລາກໍ່ສ້າງ 37 ເດືອນ, ມູນຄ່າການລົງທຶນ 55,297,802ໂດລາສະຫະລັດ (ຫ້າສິບຫ້າລ້ານສອງແສນເກົ້າສິບເຈັດພັນແປດຮ້ອຍສອງ).
ໃນກອງປະຊຸມບັນດາທ່ານຈະໄດ້ຮັບຟັງການສະເໜີ ກ່ຽວກັບ ປະຫວັດຄວາມເປັນມາຂອງໂຄງການ, ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ບັນຫາຜົນກະທົບຕົ້ນຕໍທີ່ຈະເກີດຂຶ້ນຈາກການດຳເນີນໂຄງການ ລວມທັງການກຳນົດມາດຕະການປ້ອງກັນ, ຫຼຸດຜ່ອນ ແລະ ແກ້ໄຂຜົນກະທົບ, ແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ຈາກເຈົ້າຂອງໂຄງການ ແລະ ບໍລິສັດທີ່ປຶກສາດ້ານສິ່ງແວດລ້ອມ. ຈາກນັ້ນ ຜູ້ເຂົ້າຮ່ວມ ກໍ່ໄດ້ມີການປຶກສາຫາລື ແລະ ປະກອບຄໍາຄິດເຫັນຢ່າງກົງໄປກົງມາຕໍ່ແຜນພັດທະນາໂຄງການ ແລະ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ຂອງໂຄງການ ທີ່ສາມາດສັງລວມໄດ້ຫຼາຍໆບັນຫາສໍາຄັນ ແລະ ໃຫ້ເຈົ້າຂອງໂຄງການ ນໍາເອົາຄຳຄິດເຫັນໄປປັບປຸງຕື່ມໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ສົມບູນຂື້ນ.
ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານ ກໍ່ໄດ້ຊົມເຊີຍ ແລະ ຮຽກຮ້ອງ ມາຍັງບັນດາທ່ານ ຍົກສູງຄວາມຮັບຜິດຊອບຂອງຂະແໜງການຕົນ ໃນການປຶກສາຫາລື ແຕ່ລະເນື້ອໃນ ພ້ອມທັງປະກອບຄໍາຄິດ-ຄໍາເຫັນ ຕໍ່ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ ພ້ອມດ້ວຍ ແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ຂອງໂຄງການດັ່ງກ່າວ ໃຫ້ມີຄວາມຄົບຖ້ວນ, ສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນສູງ. ສໍາລັບ ເຈົ້າຂອງໂຄງການ ຕ້ອງເອົາໃຈ ໃສ່ໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ແລະ ຕ້ອງຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ ສັງຄົມ ແລະ ທໍາມະຊາດ, ສິ່ງສໍາຄັນ ຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບ ທີ່ອາດຈະເກີດຂຶ້ນຈາກການກໍ່ສ້າງ ແລະ ການດໍາເນີນໂຄງການ. ຖ້າເມື່ອໃດບໍລິສັດ ໄດ້ຮັບໃບຢັ້ງຢືນ ກ່ຽວກັບ ສິ່ງແວດລ້ອມ ແລ້ວ, ໂຄງການຕ້ອງປະຕິບັດມາດຕະການສິ່ງແວດລ້ອມ ໂດຍໃຫ້ສອດຄ່ອງກັບ ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ແລະ ດໍາລັດວ່າດ້ວຍ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ສະບັບເລກທີ 389/ລບ, ລົງວັນທີ 20 ຕຸລາ 2022
ຂ່າວໂດຍ: ເຈ ລີຈັ້ງ
---------------------------------------