ກອງປະຊຸມປຶກສາຫາລືແບບມີສ່ວນຮ່ວມຂັ້ນແຂວງ/ສູນກາງ ກ່ຽວກັບໂຄງການຂຸດຄົ້ນ ແລະ ປຸງແຕ່ງເພີ້ມເຕີມແຮ່ Kaolinite, Feldsper ແລະ Sericite Pyrophylite ເນື້ອທີ່ 6,40 ກມ²

20/05/2025

ກອງປະຊຸມປຶກສາຫາລືແບບມີສ່ວນຮ່ວມຂັ້ນແຂວງ/ສູນກາງ ກ່ຽວກັບໂຄງການຂຸດຄົ້ນ ແລະ ປຸງແຕ່ງເພີ້ມເຕີມແຮ່ Kaolinite, Feldsper ແລະ Sericite Pyrophylite ເນື້ອທີ່ 6,40 ກມ²

ໃນຕອນເຊົ້າຂອງວັນທີ 20 ພຶດສະພາ 2025 ຢູ່ທີ່ນະຄອນຫຼວງວຽງຈັນ, ກົມສິ່ງແວດລ້ອມ (ກສລ), ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຮ່ວມກັບ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ພຊສ) ແຂວງ ໄຊສົມບູນ ໄດ້ຈັດກອງປະຊຸມປຶກສາຫາລື ແບບມີສ່ວນຮ່ວມ ຂັ້ນສູນກາງ ກ່ຽວກັບ ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ລວມທັງແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ຂອງ ໂຄງການຂຸດຄົ້ນ ແລະ ປຸງແຕ່ງເພີ້ມເຕີມແຮ່ Kaolinite, Feldsper ແລະ Sericite Pyrophylite ເນື້ອທີ່ 6,40 ກມ² ຢູເຂດບ້ານ ນໍ້າຊານ ເມືອລ່ອງແຈ້ງ ແຂວງໄຊສົມບູນ, ໂດຍການເປັນປະທານ ຂອງ ທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີ ກຊສ ມີ ທ່ານ ລັດສະໝີ ວໍລະລາດ ຮອງຫົວໜ້າ ກສລ, ທ່ານ ບຸນຜອງ ຄຳມະນີວົງ ເຈົ້າເມືອງລ້ອງແຈ້ງ, ທ່ານ ສົມພອນ ທຳມະວົງສາ ຮອງຫົວໜ້າພະແນກ ຊສ ແຂວງໄຊສົມບູນ, ມີບັນດາທ່ານຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ ຈາກສູນກາງ/ແຂວງ ໄຊສົມບູນ, ຜູ້ຕາງໜ້າຈາກ ບໍລິສັດ ແຮ່ເຫຼັກໂກເອໂກ ຈຳກັດຜູ້ດຽວ ແລະ ບໍລິສັດ ທີ່ປຶກສາດ້ານສິ່ງແວດລ້ອມ ພ້ອມທັງ ບັນດາບ້ານທີ່ຢູ່ເຂດໂຄງການ ແລະ ເຂດໃກ້ຄຽງ ເຂົ້າຮ່ວມ.
ໂຄງການຂຸດຄົ້ນ ເພີ່ມເຕີມແຮ່ Kaolinite, Feldspar ແລະ Sericite-Pyrophylite ໃນເນື້ອທີ່ 6.40 ກມ2 ແມ່ນບໍລິສັດ ແຮ່ເຫຼັກ ໂກເອໂກ້ ຈໍາກັດຜູ້ດຽວ ຊຶ່ງເປັນບໍລິສັດຈາກປະເທດ ສສ ຫວຽດນາມ ເປັນຜູ້ລົງທຶນ 100%, ແລະ ໄດ້ເຊັນສັນຍາ ເພີ່ມເຕີມ ໃສ່ສັນຍາສະບັບເກົ່າທີ່ໄດ້ເຊັນກັບລັດຖະບານ ສປປ ລາວ ໃນວັນທີ 25 ຕຸລາ 2017 ວ່າດ້ວຍ ການຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກ ຢູ່ເຂດບ້ານນ້ຳຊານ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ເຊິ່ງໃນສັນຍາສະບັບເພີ່ມເຕີມນີ້ ບໍລິສັດ ໄດ້ເພີ່ມຊະນິດແຮ່ Kaolinite, Feldspar ແລະ Sericite-Pyrophylite ໃນການຂຸດຄົ້ນ ຢູ່ເຂດຂຸດຄົ້ນເດີມ (ເຂດຂຸດຄົ້ນແຮ່ເຫຼັກ ເນື້ອທີ່ 6,40 km2), ມີມູນຄ່າການ ລົງທຶນ ທັງໝົດ 29,017,121 ໂດລາສະຫະລັດ.
ໃນກອງປະຊຸມບັນດາທ່ານຈະໄດ້ຮັບຟັງການສະເໜີ ກ່ຽວກັບ ປະຫວັດຄວາມເປັນມາຂອງໂຄງການ, ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ບັນຫາຜົນກະທົບຕົ້ນຕໍທີ່ຈະເກີດຂຶ້ນຈາກການດຳເນີນໂຄງການ ລວມທັງການກຳນົດມາດຕະການປ້ອງກັນ, ຫຼຸດຜ່ອນ ແລະ ແກ້ໄຂຜົນກະທົບ, ແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ຈາກເຈົ້າຂອງໂຄງການ ແລະ ບໍລິສັດທີ່ປຶກສາດ້ານສິ່ງແວດລ້ອມ. ຈາກນັ້ນ ຜູ້ເຂົ້າຮ່ວມ ກໍ່ໄດ້ມີການປຶກສາຫາລື ແລະ ປະກອບຄໍາຄິດເຫັນຢ່າງກົງໄປກົງມາຕໍ່ແຜນພັດທະນາໂຄງການ ແລະ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ຂອງໂຄງການ ສາມາດສັງລວມໄດ້ຫຼາຍໆບັນຫາສໍາຄັນ ແລະ ໃຫ້ເຈົ້າຂອງໂຄງການ ນໍາເອົາຄໍາຄິດເຫັນໄປປັບປຸງຕື່ມໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ສົມບູນຂື້ນ.
ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານ ກໍ່ໄດ້ຊົມເຊີຍ ແລະ ຮຽກຮ້ອງ ມາຍັງບັນດາທ່ານ ຍົກສູງຄວາມຮັບຜິດຊອບຂອງຂະແໜງການຕົນ ໃນການປຶກສາຫາລື ແຕ່ລະເນື້ອໃນ ພ້ອມທັງປະກອບຄໍາຄິດ-ຄໍາເຫັນ ຕໍ່ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ ພ້ອມດ້ວຍ ແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ຂອງໂຄງການດັ່ງກ່າວ ໃຫ້ມີຄວາມຄົບຖ້ວນ, ສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນສູງ. ສໍາລັບ ເຈົ້າຂອງໂຄງການ ຕ້ອງເອົາໃຈ ໃສ່ໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ແລະ ຕ້ອງຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ ສັງຄົມ ແລະ ທໍາມະຊາດ, ສິ່ງສໍາຄັນ ຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບ ທີ່ອາດຈະເກີດຂຶ້ນຈາກການກໍ່ສ້າງ ແລະ ການດໍາເນີນໂຄງການ. ຖ້າເມື່ອໃດບໍລິສັດ ໄດ້ຮັບໃບຢັ້ງຢືນ ກ່ຽວກັບ ສິ່ງແວດລ້ອມ ແລ້ວ, ໂຄງການຕ້ອງປະຕິບັດມາດຕະການສິ່ງແວດລ້ອມ ດັ່ງທີ່ໄດ້ລະບຸໄວ້ໃນບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ລວມທັງແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ຢ່າງເຂັ້ມງວດ ເພື່ອຫຼີກລ່ຽງບັນຫາຜົນກະທົບທີ່ຈະເກີດຂຶ້ນຕາມມາພາຍຫຼັງ.

 

ຈຳນວນຜູ້ເຂົ້າຊົມເວັບໄຊ
ແຈ້ງການ ການຄວບຄຸມ ແລະ ແກ້ໄຂບັນຫາມົນລະພິດທາງອາກາດ ທີ່ເກີດຂຶ້ນຈາກການຈູດ ຂີ້ເຫຍື້ອ ແລະ ສິ່ງເສດເຫຼືອ, ປ່າ, ໄຮ່, ທົ່ງນາ ແລະ ສວນ ໃນລະຫວ່າງ ເດືອນ ກຸມພາ ຫາ ເດືອນ ເມສາ 2025