28/05/2025

ໃນຕອນເຊົ້າຂອງວັນທີ 23 ພຶດສະພາ 2025 ຢູ່ທີ່ນະຄອນຫຼວງວຽງຈັນ, ກົມສິ່ງແວດລ້ອມ (ກສລ), ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ແລະ ບໍລິສັດ ສະຫວັນວາຍຸ ພະລັງງານສະອາດ ຈຳກັດ ໄດ້ຈັດກອງປະຊຸມປຶກສາຫາລືແບບມີສ່ວນຮ່ວມຂັ້ນສູນກາງ ເພື່ອຜ່ານບົດລາຍງານການປະເມີນຜົນກະທົບສິ່ງແວດລ້ອມ (EIA) ແລະ ແຜນຄຸ້ມຄອງຕິດຕາມສິ່ງແວດລ້ອມ (EMP) ຂອງໂຄງການໄຟຟ້າພະລັງງານລົມ ສະຫວັນວາຍຸ ກຳລັງຕິດຕັ້ງໄຟຟ້າ 1,200 ເມກາວັດ ຢູ່ເຂດຈຸດສຸມລະໂກ ເມືອງເຊໂປນ ແຂວງສະຫວັນນະເຂດ ໂດຍການເປັນປະທານ ຂອງ ທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີປະທານສະພາປະຊາຊົນແຂວງສະຫວັນນະເຂດ, ຫົວໜ້າພະແນກ ຊສ ແຂວງ, ເຈົ້າເມືອງ ເມືອງເຊໂປນ, ເຈົ້າເມືອງ ເມືອງນອງ, ຜູ້ຕາໜ້າຈາກຂະແໜງການກ່ຽວຂ້ອງຂັ້ນສູນກາງ, ແຂວງ, ເມືອງ, ບ້ານ ແລະ ເຈົ້າຂອງໂຄງການ ເຂົ້າຮ່ວມລວມທັງໝົດ 91 ທ່ານ.
ໃນກອງປະຊຸມ ບັນດາທ່ານໄດ້ຮັບຟັງການລາຍງານ ກ່ຽວກັບ ສະພາບລວມຂອງໂຄງການ, ການນໍາສະເໜີກ່ຽວກັບການປັບປຸງເນື້ອບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມຂອງໂຄງການ ແລະ ທ່ານປະທານກອງປະຊຸມ ໄດ້ມີນໍາພາຜູ້ເຂົ້າຮ່ວມກອງປະຊຸມ ປຶກສາຫາລື ແລະ ການປະກອບຄໍາຄິດເຫັນຕໍ່ບົດລາຍງານ EIA ແລະ EMP ທີ່ບໍລິສັດໄດ້ສະເໜີເຂົ້າມາ, ກອງປະຊຸມໄດ້ເຫັນດີວ່າ ບົດສຶກສາລະອຽດຄົບຖ້ວນດີ ແລະ ເປັນເອກະພາບກັນໂດຍສ່ວນໃຫຍ່ ແຕ່ຈະປັບປຸງຕື່ມບາງສ່ວນຕາມຄໍາເຫັນ ເພື່ອຮັບປະກັນໃຫ້ເນື້ອໃນບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ, ແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ໃຫ້ມີຄວາມຄົບຖ້ວນສົມບູນ.
ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານ ຍັງໄດ້ມີຄຳເຫັນຊີ້ນໍາກອງປະຊຸມ ໂດຍໄດ້ເນັ້ນໜັກໃສ່ໃຫ້ໂຄງການເອົາໃຈໃສ່ໃນການຈັດຕັ້ງປະຕິບັດບັນດາມາດຕະການປ້ອງກັນ, ແກ້ໄຂ, ຫຼຸດຜ່ອນຜົນກະທົບທີ່ກຳນົດໄວ້ໃນແຜນຄຸ້ມຄອງສິ່ງແວດລ້ອມ, ພ້ອມທັງດໍາເນີນການທົດແທນຄ່າເສຍຫາຍໃຫ້ປະຊາຊົນໃຫ້ໄວ ແລະ ສົມເຫດສົມຜົນທີ່ປະຊາຊົນສາມາດຮັບໄດ້ ນອກຈາກ ນັ້ນກໍ່ໃຫ້ເອົາໃຈໃສ່ໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນທີ່ດີຂຶ້ນກວ່າເກົ່າ, ສືບຕໍ່ໃນການຈັດຕັ້ງປະຕິບັດໂຄງການໃຫ້ ໄປຕາມກົດໝາຍ ແລະ ລະບຽບການ.