ກອງປະຊຸມປຶກສາຫາລືແບບມີສ່ວນຮ່ວມຂັ້ນສູນກາງ ກ່ຽວກັບບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ລວມທັງແຜນຄຸ້ມຄອງ ແລະ ຕິດຕາມ ກວດກສິ່ງແວດລ້ອມ ສໍາລັບໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກ, ຊືນ, ສັງກະສີ, ເງິນ, ທອງ ແລະ ຄໍາ ເນື້ອທີ່ 80.84 ກມ2

03/06/2025

ກອງປະຊຸມປຶກສາຫາລືແບບມີສ່ວນຮ່ວມຂັ້ນສູນກາງ ກ່ຽວກັບບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ລວມທັງແຜນຄຸ້ມຄອງ ແລະ ຕິດຕາມ ກວດກສິ່ງແວດລ້ອມ ສໍາລັບໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກ, ຊືນ, ສັງກະສີ, ເງິນ, ທອງ ແລະ ຄໍາ ເນື້ອທີ່ 80.84 ກມ2

ໃນຕອນເຊົ້າຂອງວັນທີ 2 ມິຖຸນາ 2025 ຢູ່ທີ່ນະຄອນຫຼວງວຽງຈັນ, ກົມສິ່ງແວດລ້ອມ (ກສລ), ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຮ່ວມກັບ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງໄຊສົມບູນ ແລະ ບໍລິສັດ ລາວໄທຊານ ມາຍນິ້ງ ຈຳກັດ ໄດ້ຈັດກອງປະຊຸມປຶກສາຫາລືແບບມີສ່ວນຮ່ວມຂັ້ນສູນກາງ ເພື່ອຜ່ານບົດລາຍງານການປະເມີນຜົນກະທົບສິ່ງແວດລ້ອມ (EIA) ແລະ ແຜນຄຸ້ມຄອງຕິດຕາມສິ່ງແວດລ້ອມ (EMP) ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກ, ຊືນ, ສັງກະສີ, ເງິນ, ທອງ ແລະ ຄໍາ ເນື້ອທີ່ 80.84 ກມ2 ຢູ່ເຂດບ້ານນ້ຳຍອນ ເມືອງອະນຸວົງ ແລະ ບ້ານາຕີ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ຂອງບໍລິສັດ ລາວ ໄທຊານ ມາຍນິ້ງ ຈໍາກັດຜູ້ດຽວ ໂດຍການເປັນປະທານຮ່ວມ ຂອງ ທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ທ່ານ ສຸກສະຫວາດ ວົງພູມເຫຼັກ ຮອງເຈົ້າແຂວງໄຊສົມບຸນ ມີທ່ານ ລັດສະໝີ ວໍລະລາດ ຮອງຫົວໜ້າກົມສິ່ງແວດລ້ອມ ກຊສ, ທ່ານ ພູແກ້ວ ອິນທະວົງ ຫົວໜ້າພະແນກ ຊສ ແຂວງໄຊສົມບູນ, ທ່ານ ພັດທະນາ ສີສົມພານ ຮອງເຈົ້າເມືອງ ເມືອງອານຸວົງ ແລະ ທ່ານ ສັງຄົມ ສູນດາລາ ຮອງເຈົ້າເມືອງລ້ອງແຈ້ງ, ຜູ້ຕາໜ້າຈາກຂະແໜງການກ່ຽວຂ້ອງຂັ້ນສູນກາງ, ແຂວງ, ເມືອງ, ບ້ານ ແລະ ເຈົ້າຂອງໂຄງການ ພ້ອມດ້ວຍ ບໍລິສັດທີ່ປຶກສາດ້ານສິ່ງແວດລ້ອມ ເຂົ້າຮ່ວມລວມ.
ໃນກອງປະຊຸມ ບັນດາທ່ານໄດ້ຮັບຟັງການລາຍງານ ກ່ຽວກັບ ສະພາບລວມຂອງໂຄງການ, ການນໍາສະເໜີ ກ່ຽວກັບ ການປັບປຸງເນື້ອບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມຂອງໂຄງການ ແລະ ທ່ານປະທານກອງປະຊຸມ ໄດ້ມີນໍາພາຜູ້ເຂົ້າຮ່ວມກອງປະຊຸມ ປຶກສາຫາລື ແລະ ການປະກອບຄໍາຄິດເຫັນຕໍ່ບົດລາຍງານ EIA ແລະ EMP ທີ່ບໍລິສັດໄດ້ສະເໜີເຂົ້າມາ, ບໍລິສັດ ລາວ ໄທຊານ ມາຍນິ້ງ ຈໍາກັດ ເຊັນສັນຍາສໍາປະທານ ວ່າດ້ວຍການຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກ, ຊືນ, ສັງກະສີ, ເງິນ, ທອງ ແລະ ຄໍາ ຢູ່ເຂດບ້ານນໍ້າຢອນ ເມືອງອະນຸວົງ ແລະ ບ້ານນາຕີ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ໃນວັນທີ 26 ມັງກອນ 2024 ກັບລັດຖະບານ ແຫ່ງ ສປປ ລາວ (ຕາງໜ້າໂດຍແຂວງໄຊສົມບູນ) ໃນເນື້ອທີ່ 80.84 ກມ2. ປະລິມານຊັບພະຍາກອນແຮ່ເຫຼັກ ທັງໝົດ 683.500 (ຫົກແສນແປດສິບສາມພັນຫ້າຮ້ອຍ) ໂຕນ, ກໍາລັງການ ຂຸດຄົ້ນ 162.331 (ໜຶ່ງແສນຫົກສິບສອງພັນສາມຮ້ອຍສາມສິບເອັດ) ໂຕນ/ປີ, ອັດຕາການເກັບກູ້ 95%, ອາຍຸໂຄງການ 09 ປີ (ໄລຍະກໍ່ສ້າງ 02 ປີ, ໄລຍະດໍາເນີນງານ 05 ປີ ແລະ ໄລຍະສິ້ນສຸດໂຄງການ 02 ປີ). ຊັບພະຍາກອນແຮ່ຊືນ, ສັງກະສີ, ເງິນ, ທອງ ແລະ ຄໍາ ມີປະລິມານສະສົມ 5.780.686 (ຫ້າລ້ານເຈັດແສນແປດ ສິບພັນຫົກຮ້ອຍແປດສິບຫົກ) ໂຕນ, ກໍາລັງຂຸດຄົ້ນສະເລ່ຍ 366.109 (ສາມແສນຫົກສິບຫົກພັນໜຶ່ງຮ້ອຍເກົ້າ) ໂຕນ/ປີ, ອັດຕາການເກັບກູ້ 95% ມີອາຍຸ 20 ປີ ( ກໍ່ສ້າງ 02 ປີ, ດໍາເນີນການຜະລິດ 15 ປີ ແລະ ປິດບໍ່ 03 ປີ ). ການຂຸດຄົ້ນ ແມ່ນມີ 02 ວິທີການຂຸດຄົ້ນ ຄື: ຂຸດຄົ້ນແບບເປີດໜ້າດິນ ແລະ ຂຸດຄົ້ນແບບອຸມົງໃຕ້ດິນ, ວິທີການປຸງແຕ່ງແຮ່ ແມ່ນຂົບ, ບົດ ແລະ ຄັດແຍກແຮ່. ມູນຄ່າການລົງທຶນໃນການຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກ ຈໍານວນ 19.377.060 (ສິບເກົ້າລ້ານສາມແສນເຈັດສິບເຈັດພັນຫົກສິບ) ໂດລາສະຫະລັດ ແລະ ການຂຸດຄົ້ນ ແລະ ປຸງແຕ່ງແຮ່ຊືນ, ສັງກະສີ, ເງິນ, ທອງ ແລະ ຄໍາ. ກອງປະຊຸມໄດ້ເຫັນດີວ່າ ບົດສຶກສາລະອຽດຄົບຖ້ວນດີ ແລະ ເປັນເອກະພາບກັນໂດຍສ່ວນໃຫຍ່ ແຕ່ຈະປັບປຸງຕື່ມບາງສ່ວນຕາມຄໍາເຫັນ ເພື່ອຮັບປະກັນໃຫ້ເນື້ອໃນບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ, ແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ໃຫ້ມີຄວາມຄົບຖ້ວນສົມບູນ.
ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານ ກໍ່ໄດ້ຊົມເຊີຍ ແລະ ຮຽກຮ້ອງ ມາຍັງບັນດາທ່ານ ຍົກສູງຄວາມຮັບຜິດຊອບຂອງຂະແໜງການຕົນ ໃນການປຶກສາຫາລື ແຕ່ລະເນື້ອໃນ ພ້ອມທັງປະກອບຄໍາຄິດ-ຄໍາເຫັນ ຕໍ່ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ ພ້ອມດ້ວຍ ແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ຂອງໂຄງການດັ່ງກ່າວ ໃຫ້ມີຄວາມຄົບຖ້ວນ, ສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນສູງ. ຍັງໄດ້ມີຄຳເຫັນຊີ້ນໍາກອງປະຊຸມ ໂດຍໄດ້ເນັ້ນໜັກໃສ່ໃຫ້ໂຄງການເອົາໃຈໃສ່ໃນການຈັດຕັ້ງປະຕິບັດບັນດາມາດຕະການປ້ອງກັນ, ແກ້ໄຂ, ຫຼຸດຜ່ອນຜົນກະທົບທີ່ກຳນົດໄວ້ໃນແຜນຄຸ້ມຄອງສິ່ງແວດລ້ອມ, ສັງຄົມ ແລະ ທໍາມະຊາດ, ສິ່ງສໍາຄັນ ຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບ ທີ່ອາດຈະເກີດຂຶ້ນຈາກການກໍ່ສ້າງ ແລະ ການດໍາເນີນໂຄງການ. ຖ້າເມື່ອໃດບໍລິສັດ ໄດ້ຮັບໃບຢັ້ງຢືນ ກ່ຽວກັບ ສິ່ງແວດລ້ອມ ແລ້ວ, ໂຄງການຕ້ອງປະຕິບັດມາດຕະການສິ່ງແວດລ້ອມ ດັ່ງທີ່ໄດ້ລະບຸໄວ້ໃນບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ລວມທັງແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ຢ່າງເຂັ້ມງວດ ນອກຈາກ ນັ້ນກໍ່ໃຫ້ເອົາໃຈໃສ່ໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນທີ່ດີຂຶ້ນກວ່າເກົ່າ, ສືບຕໍ່ໃນການຈັດຕັ້ງປະຕິບັດໂຄງການໃຫ້ ໄປຕາມກົດໝາຍ ແລະ ລະບຽບການ. ເພື່ອຫຼີກລ່ຽງບັນຫາຜົນກະທົບທີ່ຈະເກີດຂຶ້ນຕາມມາພາຍຫຼັງ.
 
 
 
 
 
 

 

ຈຳນວນຜູ້ເຂົ້າຊົມເວັບໄຊ
ແຈ້ງການ ການຄວບຄຸມ ແລະ ແກ້ໄຂບັນຫາມົນລະພິດທາງອາກາດ ທີ່ເກີດຂຶ້ນຈາກການຈູດ ຂີ້ເຫຍື້ອ ແລະ ສິ່ງເສດເຫຼືອ, ປ່າ, ໄຮ່, ທົ່ງນາ ແລະ ສວນ ໃນລະຫວ່າງ ເດືອນ ກຸມພາ ຫາ ເດືອນ ເມສາ 2025