ກອງປະຊຸມປຶກສາຫາລືແບບມີສ່ວນຮ່ວມຂັ້ນສູນກາງ ເພື່ອຜ່ານບົດປະເມີນຜົນກະທົບສິ່ງແວດລ້ອມ ແລະ ແຜນຄຸ້ມຄອງຕິດຕາມສິ່ງແວດລ້ອມ ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກ ໃນເນື້ອທີ່ 8 ກມ2
04/06/2025
ໃນຕອນເຊົ້າຂອງວັນທີ 3 ມິຖຸນາ 2025 ຢູ່ທີ່ນະຄອນຫຼວງວຽງຈັນ, ກົມສິ່ງແວດລ້ອມ (ກສລ), ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຮ່ວມກັບ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ (ພຊສ) ແລະ ບໍລິສັດ ລາວໂກເດີນ ຣີຊອດ ພັດທະນາແຮ່ທາດ ຈຳກັດ ໄດ້ຈັດ ກອງປະຊຸມປຶກສາຫາລືແບບມີສ່ວນຮ່ວມ ຂັ້ນສູນກາງ ເພື່ອຜ່ານບົດລາຍງານການປະເມີນຜົນກະທົບສິ່ງແວດລ້ອມ (EIA) ແລະ ແຜນຄຸ້ມຄອງຕິດຕາມສິ່ງແວດລ້ອມ (EMP) ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກ ໃນເນື້ອທີ່ 8 ກມ2 ຢູ່ເຂດບ້ານໜອງ ແລະ ບ້ານຕັນເໜືອ ເມືອງຄູນ ແຂວງຊຽງຂວາງ ໂດຍການເປັນປະທານ ຂອງ ທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີທ່ານ ລັດສະໝີ ວໍລະລາດ ຮອງຫົວໜ້າກົມສິ່ງແວດລ້ອມ, ທ່ານ ສອນເພັດ ລາພະທອງ ຫົວໜ້າພະແນກ ຊສ ແຂວງ ຊຽງຂວາງ, ມີຮອງເຈົ້າເມືອງຄູນ, ຜູ້ຕາໜ້າຈາກຂະແໜງການກ່ຽວຂ້ອງຂັ້ນສູນກາງ, ແຂວງ, ເມືອງ, ບ້ານ ແລະ ເຈົ້າຂອງໂຄງການ ເຂົ້າຮ່ວມລວມ.
ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກ ໃນເນື້ອທີ່ 8 ກມ² ຢູ່ເຂດບ້ານໜອງ ແລະ ບ້ານຕັນເໜືອ ເມືອງຄູນ ແຂວງຊຽງຂວາງ ແມ່ນການລົງທຶນຈາກຕ່າງປະເທດ 100% (ສປ ຈີນ) ໂດຍແມ່ນບໍລິສັດ ລາວໂກເດີນ ຣີຊອດ ພັດທະນາແຮ່ທາດ ຈຳກັດ ເປັນເຈົ້າຂອງໂຄງການ. ຜົນການສຳຫຼວດ ແລະ ຄຳນວນປະລິມານຊັບພະຍາກອນແຮ່ຫາຍາກ ຈາກ 3 ແຫຼ່ງແຮ່ ຊຶ່ງມີຂັ້ນ 332 ແລະ ຂັ້ນ 333 ມີທັງໝົດປະມານ 34,230,000 ໂຕນ, ໂດຍມີເກຣດແຮ່ຫາຍາກອົກໄຊ REO ສະເລ່ຍ 0.026% ມີປະມານ 12,309.11 ໂຕນ. ໃນນັ້ນ, ຂັ້ນ 332 ມີປະມານ 29,115,000 ໂຕນ, ຄາດວ່າຈະມີແຮ່ຫາຍາກອົກໄຊ REO ປະມານ 10,470.56 (ສິບພັນສີ່ຮ້ອຍເຈັດສິບຈຸດຫ້າສິບຫົກ) ໂຕນ ແລະ ຂັ້ນ 333 ມີປະມານ 5,115,000 ໂຕນ, ຄາດວ່າຈະມີແຮ່ຫາຍາກອົກໄຊ REO ປະມານ 1,838.55 ໂຕນ.
ໃນກອງປະຊຸມ ບັນດາທ່ານໄດ້ຮັບຟັງການລາຍງານ ກ່ຽວກັບ ສະພາບລວມຂອງໂຄງການ, ການນໍາສະເໜີ ກ່ຽວກັບ ການປັບປຸງເນື້ອບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມຂອງໂຄງການ ແລະ ທ່ານປະທານກອງປະຊຸມ ໄດ້ມີນໍາພາຜູ້ເຂົ້າຮ່ວມກອງປະຊຸມ ປຶກສາຫາລື ແລະ ການປະກອບຄໍາຄິດເຫັນຕໍ່ບົດລາຍງານ EIA ແລະ EMP ທີ່ບໍລິສັດໄດ້ສະເໜີເຂົ້າມາ, ກອງປະຊຸມໄດ້ເຫັນດີວ່າ ບົດສຶກສາລະອຽດຄົບຖ້ວນດີ ແລະ ເປັນເອກະພາບກັນໂດຍສ່ວນໃຫຍ່ ແຕ່ຈະປັບປຸງຕື່ມບາງສ່ວນຕາມຄໍາເຫັນ ເພື່ອຮັບປະກັນໃຫ້ເນື້ອໃນບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ, ແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ໃຫ້ມີຄວາມຄົບຖ້ວນສົມບູນ.
ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານ ກໍ່ໄດ້ຊົມເຊີຍ ແລະ ຮຽກຮ້ອງ ມາຍັງບັນດາທ່ານ ຍົກສູງຄວາມຮັບຜິດຊອບຂອງຂະແໜງການຕົນ ໃນການປຶກສາຫາລື ແຕ່ລະເນື້ອໃນ ພ້ອມທັງປະກອບຄໍາຄິດ-ຄໍາເຫັນ ຕໍ່ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ ພ້ອມດ້ວຍ ແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ຂອງໂຄງການດັ່ງກ່າວ ໃຫ້ມີຄວາມຄົບຖ້ວນ, ສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນສູງ. ທ່ານປະທານ ແມ່ນໄດ້ເນັ້ນໜັກໃສ່ໃຫ້ໂຄງການເອົາໃຈໃສ່ໃນການຈັດຕັ້ງປະຕິບັດບັນດາມາດຕະການປ້ອງກັນ, ແກ້ໄຂ, ຫຼຸດຜ່ອນຜົນກະທົບທີ່ກຳນົດໄວ້ໃນແຜນຄຸ້ມຄອງສິ່ງແວດລ້ອມ, ສັງຄົມ ແລະ ທໍາມະຊາດ, ສິ່ງສໍາຄັນ ຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບ ທີ່ອາດຈະເກີດຂຶ້ນຈາກການກໍ່ສ້າງ, ຂົນສົ່ງ ແລະ ການດໍາເນີນໂຄງການ. ຖ້າເມື່ອໃດບໍລິສັດ ໄດ້ຮັບໃບຢັ້ງຢືນ ກ່ຽວກັບ ສິ່ງແວດລ້ອມ ແລ້ວ, ໂຄງການຕ້ອງປະຕິບັດມາດຕະການສິ່ງແວດລ້ອມ ດັ່ງທີ່ໄດ້ລະບຸໄວ້ໃນບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ລວມທັງແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ຢ່າງເຂັ້ມງວດ ນອກຈາກ ນັ້ນກໍ່ໃຫ້ເອົາໃຈໃສ່ໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນທີ່ດີຂຶ້ນກວ່າເກົ່າ, ສືບຕໍ່ໃນການຈັດຕັ້ງປະຕິບັດໂຄງການໃຫ້ ໄປຕາມກົດໝາຍ ແລະ ລະບຽບການ. ເພື່ອຫຼີກລ່ຽງບັນຫາຜົນກະທົບທີ່ຈະເກີດຂຶ້ນຕາມມາພາຍຫຼັງ.

