ສານຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ 5 ມິຖຸນາ 2025

05/06/2025

ສານຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ 5 ມິຖຸນາ 2025

ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ,

ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມ ແຫ່ງຊາດ ໝູນວຽນມາຄົບຮອບອີກວາລະໜຶ່ງ, ເຊິ່ງປີນີ້ ວັນສິ່ງແວດລ້ອມໂລກ ແມ່ນຄົບຮອບ 52 ປີ ແລະ ວັນສິ່ງແວດລ້ອມ ແຫ່ງຊາດ ແມ່ນຄົບຮອບ 26 ປີ. ຈຸດປະສົງ ຂອງການສະເຫຼີມສະຫຼອງວັນດັ່ງກ່າວ ເພື່ອເປັນການປູກຈິດສຳນຶກໃຫ້ທົ່ວໂລກ ແລະ ຄົນລາວທຸກຄົນເຫັນຄວາມສຳຄັນ ຂອງສິ່ງແວດລ້ອມ ແລະ ຮ່ວມກັນແກ້ໄຂບັນຫາໂລກຮ້ອນຂຶ້ນ ອັນເນື່ອງມາຈາກການປ່ຽນແປງດິນຟ້າອາກາດ ແລະ ຮ່ວມແຮງຮ່ວມໃຈກັນຫຼຸດຜ່ອນການນຳໃຊ້ປລາສຕິກ ແລະ ແກ້ໄຂບັນຫາຕ່າງໆທີ່ຕິດພັນກັບສິ່ງແວດລ້ອມ ທີ່ເປັນໄພຂົ່ມຂູ່ຕໍ່ການດຳລົງຊິວິດ ຂອງມະນຸດ, ຊີວະນາໆພັນ. ສໍາລັບປີນີ້ ສາທາລະນະລັດເກົາຫຼີ ຈະເປັນເຈົ້າພາບຈັດງານສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ພາຍໃຕ້ຄຳຂວັນທີ່ວ່າ ການຫຼຸດຜ່ອນມົນລະພິດປລາຕິກໃນທົ່ວໂລກ.

ສໍາລັບ ສປປ ລາວ ພວກເຮົາກໍ່ໄດ້ຮ່ວມກັບປະເທດຕ່າງໆໃນທົ່ວໂລກ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມ ແຫ່ງຊາດ ເພື່ອຢືນຢັນເຖິງຄວາມເອົາໃຈໃສ່ຢ່າງໜັກແໜ້ນ ຂອງພັກ ແລະ ລັດຖະບານລາວ ໃນການປົກປັກຮັກສາສິ່ງແວດລ້ອມ, ຮ່ວມກັນແກ້ໄຂບັນຫາສິ່ງແວດລ້ອມ ທີ່ເຊື່ອມໂຊມສົ່ງຜົນກະທົບຕໍ່ເສດຖະກິດ, ການດໍາລົງຊີວິດ ຂອງມວນມະນຸດ ແລະ ສິ່ງທີ່ມີຊີວິດຢູ່ໃນໂລກ; ເພື່ອປ້ອງກັນໄພພິບັດ ແລະ ປັບຕົວເຂົ້າກັບກັບສະພາບການປ່ຽນແປງດິນຟ້າອາກາດ, ເຊິ່ງໃນປີນີ້ ສປປ ລາວ ໄດ້ກໍານົດຄໍາຂວັນວັນສິ່ງແວດລ້ອມຄື ຫຼຸດຜ່ອນມົນລະພິດທາງປລາສຕິກ ເພື່ອສິ່ງແວດລ້ອມ ທີ່ສະອາດ ແລະ ສົດໄສ”.

ພີ່ນ້ອງຮ່ວມຊາດທີ່ຮັກແພງ,

ປະຈຸບັນ ປະຊາກອນໂລກ ໃນທຸກພາກພື້ນກໍາລັງປະເຊີນໜ້າກັບສິ່ງທ້າທາຍນາໆປະການ ອັນເນື່ອງມາຈາກການເຊື່ອມໂຊມ ຂອງສິ່ງແວດລ້ອມ, ການສູນເສຍຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ ເປັນຕົ້ນ ບັນຫາມົນລະພິດ, ໄພແຫ້ງແລ້ງ, ໄພນໍ້າຖ້ວມ ແລະ ອາກາດທີ່ຮ້ອນອົບເອົ້ານັບມື້ນັບເພີ່ມຂຶ້ນ. ເນື່ອງມາຈາກການຂະຫຍາຍຕົວຢ່າງໄວວາຂອງເສດຖະກິດໂລກໃນຊຸມປີຜ່ານມາ, ສັງຄົມເຮົາໄດ້ມີການຜະລິດ ແລະ ນໍາໃຊ້ຜະລິດຕະພັນທີ່ຜະລິດ ແລະ ຫຸ້ມຫໍ່ດ້ວຍປລາສຕິກເພີ່ມຂຶ້ນ ໂດຍສະເພາະ ໃນບັນດາປະເທດທີ່ກຳລັງພັດທະນາລວມທັງ ສປປ ລາວ, ເຊິ່ງເປັນການສ້າງຂີ້ເຫຍື້ອສິ່ງເສດເຫຼືອທີ່ເປັນພິດເພີ່ມຂຶ້ນ ແລະ ກາຍເປັນບັນຫາໃຫຍ່ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ. ຕາມຂໍ້ມູນຫຼ້າສຸດເຫັນວ່າການນຳໃຊ້ປລາສຕິກໃນທົ່ວໂລກ ໄດ້ມີການເພີ່ມຂຶ້ນຫຼາຍເທົ່າໂຕຈາກ 6.8 ລ້ານໂຕນ ໃນປີ 2000 ເປັນ 220 ລ້ານໂຕນ ໃນປີ 2024, ໃນນັ້ນມີພຽງແຕ່ 9% ຖືກນຳມາໃຊ້ຄືນໃໝ່, 12% ແມ່ນນຳໄປຈູດເຜົາ ແລະ 79% ແມ່ນຖືກນໍາໄປຝັງດິນໃນສະໜາມຂີ້ເຫຍື້ອ ແລະ ມີຈໍານວນໜຶ່ງຖືກຖິ້ມຊະຊາຍ ໂດຍບໍ່ມີການກໍາຈັດຢ່າງຖືກວິທີ.

ສິ່ງເສດເຫຼືອຈາກປລາສຕິກມີການຍ່ອຍສະຫຼາຍຍາກ ເຊິ່ງໂດຍທົ່ວໄປຈະໃຊ້ເວລາປະມານ 400-450 ປີ. ບັນຫາຂີ້ເຫຍື້ອປລາສຕິກສ່ວນໃຫຍ່ທີ່ຖືກຖິ້ມລົງນໍ້າ, ດິນ ແລະ ການຈູດເຜົາໄດ້ກໍ່ໃຫ້ເກີດມົນລະພິດທາງອາກາດ, ດິນ ແລະ ນໍ້ານັບມື້ນັບຫຼາຍ ແລະ ຮຸນແຮງຂຶ້ນອັນໄດ້ສົ່ງຜົນກະທົບຕໍ່ສຸຂະພາບຂອງສິ່ງທີ່ມີຊີວິດ ໂດຍສະເພາະຄົນເຮົາ. ຍິ່ງໄປກວ່ານັ້ນ, ການຈູດຍັງເປັນການປ່ອຍທາດອາຍພິດທໍາລາຍຊັ້ນບັນຍາກາດ ເຮັດໃຫ້ເກີດພາວະໂລກຮ້ອນ ດັ່ງທີ່ພວກເຮົາພວມປະເຊີນນໍາກັນດັ່ງທຸກມື້ນີ້.

ປະຊາຊົນລາວ ສ່ວນຫຼາຍຍັງມີຄວາມຊິນເຄີຍໃນການນຳໃຊ້ປລາສຕິກເຂົ້າໃນການດຳລົງລົງຊີວິດປະຈຳວັນ ນັບມື້ມີຈຳນວນເພີ່ມຂຶ້ນໃນຄົວເຮືອນ, ສໍານັກງານ, ຫ້າງຮ້ານ, ຮ້ານອາຫານ, ໂຮງແຮມ ແລະ ຕາມສະຖານທີ່ທ່ອງທ່ຽວຕ່າງໆແຕ່ການຄຸ້ມຄອງ, ການນໍາກັບມາໃຊ້ຄືນ ແລະ ການທໍາລາຍຢ່າງຖືກວິທີຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ. ໃນສະພາບການດັ່ງທີ່ກ່າວມານີ້, ລັດຖະບານ ກໍໄດ້ພະຍາຍາມຂົນຂວາຍຫຼາຍວິທີທາງ ເພື່ອກໍາຈັດຂີ້ເຫຍື້ອໃຫ້ຖືກຕ້ອງຕາມເຕັກນິກວິທີການ ແລະ ນໍາກັບມາໃຊ້ຄືນໃຫ້ເກີດປະໂຫຍດສູງສຸດ ເພື່ອຫຼຸດຜ່ອນບັນຫາສິ່ງແວດລ້ອມ.

ຕໍ່ສະພາບການດັ່ງກ່າວ, ລັດຖະບານມີຄວາມມຸ່ງໝັ້ນແກ້ໄຂບັນຫາສິ່ງແວດລ້ອມ ໂດຍໄດ້ກໍານົດໃນກົດໝາຍ ວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ສະບັບປັບປຸງ, ກໍານົດຄາດໝາຍໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX, ສ້າງແຜນດໍາເນີນງານ ແຫ່ງຊາດ ກ່ຽວກັບ ການຄຸ້ມຄອງປລາສຕິກຂອງ ສປປ ລາວປີ 2024-2030 ໄປພ້ອມກັບການຜັນຂະຫຍາຍມາເປັນລະບຽບການ, ຄູ່ມືແນະນໍາ ເພື່ອຄວບຄຸມ, ຫຼຸດຜ່ອນ ແລະ ກໍາຈັດຢ່າງຖືກວິທີ. ພ້ອມກັນນັ້ນ, ກໍ່ໄດ້ເຊື່ອມສານວຽກງານສິ່ງແວດລ້ອມ ເຂົ້າໃນແຜນພັດທະນາ ຂອງຂະແໜງການຕ່າງໆເປັນຕົ້ນ: ການສຶກສາ, ພື້ນຖານໂຄງລ່າງ, ກະສິກໍາ, ບໍ່ແຮ່, ພະລັງງານ, ທ່ອງທ່ຽວ ແລະ ອື່ນໆ ໃຫ້ແກ່ການຈັດຕັ້ງປະຕິບັດໃນຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອແກ້ໄຂບັນຫາມົນລະພິດປລາສະຕິກ ແລະ ຟື້ນຟູສະພາບແວດລ້ອມ ຢູ່ ສປປ ລາວ.ນອກຈາກນັ້ນ ກໍມີຫຼາຍໂຄງການໄດ້ຮັບການຈັດຕັ້ງປະຕິບັດຮ່ວມກັບຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ອົງການທີ່ບໍ່ຂຶ້ນກັບລັດຖະບານ, ອົງການຈັດຕັ້ງສັງຄົມ ເພື່ອປູກຈິດສໍານຶກໃຫ້ສັງຄົມ ແລະ ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງ ແລະ ຫຼຸດຜ່ອນມົນລະພິດຈາກປລາສະຕິກ ກໍ່ຄືການປະກອບສ່ວນແກ້ໄຂຮ່ວມກັນກັບປະຊາຄົມໂລກ ໄປພ້ອມກັບການສົ່ງເສີມການພັດທະນາເສດຖະກິດໝູນວຽນ, ເສດຖະກິດສີຂຽວ ແລະ ຍຶນຍົງ. ເຊິ່ງເປັນລະບົບເສດຖະກິດ ເພື່ອຫຼຸດຜ່ອນສິ່ງເສດເຫຼືອ ແລະ ໃຊ້ຊັບພະຍາກອນທີ່ມີຢູ່ໃຫ້ເກີດປະໂຫຍດສູງສຸດ ແລະ ໃຫ້ມີຄວາມຍືນຍົງ. ຂ້າພະເຈົ້າເຊື່ອໝັ້ນວ່າເສດຖະກິດ-ສັງຄົມ ທີ່ຈະເລີນຮຸ່ງເຮືອງກັບການມີສິ່ງແວດລ້ອມທີ່ດີ ແມ່ນຄວາມມຸ່ງມາດປາດຖະໜາອັນແຮງກ້າຂອງປະຊາຄົມໂລກ ແລະ ປະຊາຊົນລາວທັງຊາດ.

ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ

ປະຊາຊົນລາວເຮົາ ມີປະ​ເພ​ນີ-​ວັດ​ທະ​ນາ​ທຳ ອັນເປັນມູນເຊື້ອອັນດີງາມໃນການດໍາລົງຊີວິດທີ່​ຕິດ​ພັນ​ກັບທໍາມະຊາດ ແລະ ວັດສະດຸໃນທຳມະຊາດ ນໍາໃຊ້ເຂົ້າໃນການປຸງແຕ່ງອາຫານ, ຢາປົວພະຍາດ,  ເຄື່ອງໃຊ້ປະຈໍາວັນ ເປັນຕົ້ນ ຜະລິດຕະພັນທາງເລືອກຈາກໃບໄມ້, ຕົ້ນໄມ້. ສະ​ນັ້ນ, ເນື່ອງໃນໂອກາດ ວັນສິ່ງແວດລ້ອມປີນີ້, ຂ້າ​ພະ​ເຈົ້າ​ ຮຽກ​ຮ້ອງ​ໃຫ້​ພວກ​ເຮົາ​ພ້ອມ​ໃຈກັນ​ກັບ​ຄືນ​ມາ​ນຳ​ໃຊ້​ພູມ​ປັນ​ຍາ​ທ້ອງ​ຖິ່ນ​ອັນ​ລ້ຳ​ຄ່າຂອງ​ຊາດລາວ​ເຮົາ ເພື່ອເປັນການສົ່ງເສີມຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ ໂດຍຫັນມານໍາໃຊ້ຜະລິດຕະພັນທາງເລືອກ​ທີ່ບໍ່​ທຳ​ລາຍ​ສິ່ງ​ແວດ​ລ້ອມ, ເພື່ອ​ເຮັດໃຫ້ການປະຕິບັດຄາດໝາຍການ​ຫຼຸດ​ຜ່ອນ​ນຳ​ໃຊ້​ປ​ລາ​ສ​ຕິກ ໄດ້ຮັບການຈັດຕັ້ງປະຕິບັດ ແລະ ຮຽກຮ້ອງໃຫ້ທຸກຄົນໃນທົ່ວສັງຄົມລາວ ເປັນ​ເຈົ້າ​ການໃນການຮ່ວມກັນ​​ແຍກປະເພດ​ຂີ້​ເຫຍື້ອ, ບໍ່​ຖີ້ມ​ຂີ້​ເຫຍື້ອ​ຊະ​ຊາຍແລະປະຕິບັດ 3 ຫຼັກການຄື: (1)ຫຼຸດປະລິມານການນຳໃຊ້, (2)ນຳກັບມາໃຊ້ຄືນ, (3)ນໍາໄປຜະລິດຄືນໃໝ່,ໄປພ້ອມກັບການປະຕິບັດກົດໝາຍ,ລະບຽບການຢ່າງເຂັ້ມງວດເພື່ອສ້າງປະເທດລາວໃຫ້ກາຍເປັນປະເທດ ທີ່ ຂຽວ ສະອາດ ງາມຕາ.

ທ້າຍນີ້, ຂໍອວຍພອນໃຫ້ການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມ ແຫ່ງຊາດ ໃນປີນີ້ ພາຍໃຕ້ຄໍາຂວັນ “ຫຼຸດຜ່ອນມົນລະພິດທາງປລາສຕິກ ເພື່ອສິ່ງແວດລ້ອມ ທີ່ສະອາດ ແລະ ສົດໄສ” ຈົ່ງເປັນຂະບວນຟົດຟື້ນ ແລະ ມີຜົນສຳເລັດຢ່າງຈົບງາມ.

 

ຈຳນວນຜູ້ເຂົ້າຊົມເວັບໄຊ
ແຈ້ງການ ການຄວບຄຸມ ແລະ ແກ້ໄຂບັນຫາມົນລະພິດທາງອາກາດ ທີ່ເກີດຂຶ້ນຈາກການຈູດ ຂີ້ເຫຍື້ອ ແລະ ສິ່ງເສດເຫຼືອ, ປ່າ, ໄຮ່, ທົ່ງນາ ແລະ ສວນ ໃນລະຫວ່າງ ເດືອນ ກຸມພາ ຫາ ເດືອນ ເມສາ 2025